ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບກັນໃນມຽນມາ ແຜລາມອອກໄປ


ແຜນທີ່ເອເຊຍຕາເວັນອອກສຽງໃຕ້ ທີ່ສະແດງໃຫ້ເຫັນທີ່ຕັ້ງຂອງລັດ Kachin ຫລື Kachin State ໃນປະເທດມຽນມາ
ແຜນທີ່ເອເຊຍຕາເວັນອອກສຽງໃຕ້ ທີ່ສະແດງໃຫ້ເຫັນທີ່ຕັ້ງຂອງລັດ Kachin ຫລື Kachin State ໃນປະເທດມຽນມາ

ສື່ມວນຊົນຂອງຊົນເຜົ່າມຽນມາກ່າວວ່າ ການສູ້ລົບກັນທີ່ເລີ່ມຕົ້ນຂື້ນເມື່ອ ອາທິດຜ່ານມາ ໃນລັດ Kachin ລະຫວ່າງກໍາລັງຂອງຝ່າຍລັດຖະບານ ແລະພວກກະບົດ Kachin ນັ້ນ ຊຶ່ງບັດນີ້ໄດ້ລາມເຂົ້າໄປໃນລັດ Shan ແລ້ວ.

ກຸ່ມການຂ່າວຂອງ Kachin ໄດ້ລາຍງານວ່າ ກອງທັບເອກກະລາດຂອງ ຊົນເຜົ່າ Kachin ສອງກອງພັນ ໄດ້ປະທະກັບກໍາລັງທະຫານມຽນມານັບ ຕັ້ງແຕ່ຕອນແລງຂອງວັນອັງຄານ ເປັນຕົ້ນມາໃນລັດ Shan ທາງພາກເໜືອ ຂອງປະເທດ ຂ່າວເວົ້າວ່າການສູ້ລົບກັນໄດ້ ດໍາເນີນມາຈົນເຖິງວັນພຸດມື້ນີ້.

ໜັງສືພິມ Shan Herald ເປັນໜັງສືພິມຂອງຊົນເຜົ່າສານໄດ້ລາຍງານວ່າ ກອງທັບຝ່າຍ ລັດຖະບານມຽນມາປະມານ 5 ກອງພັນ ພວມເຄຶ່ອນກໍາລັງໄປຍັງກອງບັນຊາການກອງ ທັບຂອງລັດສານ ຊຶ່ງຕັ້ງຢູ່ໃນລັດສານ ເຊັ່ນດຽວກັນນັ້ນ.

ກຸ່ມການຂ່າວຂອງ Kachin ທີ່ຕັ້ງຢູ່ໃນປະເທດໄທກ່າວວ່າ ໃນລັດ Kachin ກອງທັບເອກ ກະລາດຂອງເຜົ່າ Kachin ຫລື KIA ໄດ້ໃຊ້ ລະເບີດຝັງດິນ ທໍາລາຍຂົວສາມແຫ່ງ ແລະ ໄດ້ປະທະກັບກໍາລັງທະຫານ ຂອງລັດຖະບານ ຢູ່ໄກ້ເຂຶ່ອນໄຟຟ້ານໍ້າຕົກ ໃນແມ່ນໍ້າ Shweli ທີ່ເປັນ ເຂດຍຸທະສາດນັ້ນ.

ນອກນີ້ແລ້ວ ກຸ່ມການຂ່າວຍັງເວົ້າອີກວ່າ ອະດີດຜູ້ນໍາທະຫານ Kachin ຄົນນຶ່ງ ແລະ ສະມາຊິກສະພາແຫ່ງຊາດຄົນນຶ່ງ ໄດ້ຖືກກັກບໍລິເວນ ທີ່ເມືອງ Myitkyina ເມືອງຫລວງ ຂອງລັດ Kachin ນັ້ນ.

XS
SM
MD
LG