ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສະຫລອງປີໃໝ່ ໃນນະຄອນຢ່າງກຸ້ງ ຂອງມຽນມາ (ວີດິໂອ)


ປະຊາຊົນພາກັນສາດນໍ້າ ໃສ່ກັນຢ່າງມ່ວນຊື່ນ ໃນວັນເສົາວານນີ້ ຢູ່ນະຄອນຢາງກຸ້ງ ຂອງມຽນມາ, ທີ 13 ເມສາ 2013.
ປະຊາຊົນພາກັນສາດນໍ້າ ໃສ່ກັນຢ່າງມ່ວນຊື່ນ ໃນວັນເສົາວານນີ້ ຢູ່ນະຄອນຢາງກຸ້ງ ຂອງມຽນມາ, ທີ 13 ເມສາ 2013.
ໃນຂະນະດຽວກັນ ຢູ່ໃນມຽນມາ ປະຊາຊົນໄດ້ພາກັນຫລິ້ນ
ມ່ວນ ສາດນໍ້າໃສ່ກັນໃນວັນເສົາວານນີ້ ຢູ່ໃນນະຄອນຢາງກຸ້ງ ຫົວເມືອງໃຫຍ່ສຸດຂອງປະເທດ ເພື່ອ ສະເຫລີມສະຫລອງບຸນ
ປີໃໝ່ຂອງສາສະໜາພຸດ.

ການສາດນໍ້າໃສ່ກັນ ແມ່ນໝາຍເຖິງການລ້າງສ່ວຍສິ່ງທີ່ບໍ່ດີໃນ
ປີເກົ່າໃຫ້ໝົດໄປ ແລະເລີ້ມຕົ້ນຊີວິດໃໝ່ໃນປີໃໝ່.

ບຸນປີໃໝ່ນີ້ ແມ່ນມີຂຶ້ນໃນເດືອນທີ່ຮ້ອນສຸດຢູ່ໃນຂົງເຂດ ຊຶ່ງເຮັດໃຫ້ການຫົດນໍ້າໃສ່ກັນເປັນ
ເລື້ອງທີ່ຄົນມັກ ເພາະມັນເຮັດໃຫ້ເຢັນລົງ ກໍຄືກັນກັບຢູ່ລາວ ໄທ ກໍາປະເຈຍ ແລະໃນເຂດ
ເມືອງຊຽງຮຸ່ງພາກໃຕ້ຂອງຈີນ.

ບຸນຫົດນໍ້າ ຈະດໍາເນີນໄປຮອດວັນອັງຄານ ແລະວັນພຸດ ຊຶ່ງເປັນຂີດໝາຍວັນຂຶ້ນປີໃໝ່ ໃນມຽນມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ການສະຫລອງ ບຸນປີໃໝ່ໃນມຽນມາ
please wait

No media source currently available

0:00 0:00:28 0:00
XS
SM
MD
LG