ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸບັດຕິເຫດເຮືອຫຼົ້ມ ໃນມຽນມາ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ມີຜູ້ເສຍຊີວິດແລ້ວຢ່າງນ້ອຍຊາວກວ່າຄົນຫຼັງຈາກໄດ້ເກີດອຸບັດຕິເຫດເຮືອໂດຍສານຂ້າມຟາກ ຫຼົ້ມໃນບໍລິເວນສາມຫຼ່ຽມປາກແມ່ນໍ້າອີຣະວະດີ ທາງພາກໃຕ້ຂອງມຽນມາໃນມື້ວັນພຸດວານນີ້.

ເຈົ້າໜ້າທີ່ເວົ້າວ່າ ມີຜູ້ໂດຍສານບໍ່ຕໍ່າກວ່າ 70 ຄົນເດີນທາງໄປນໍາເຮືອລຳດັ່ງກ່າວ ເວລາອຸ ບັດຕິເຫດເກີດຂຶ້ນໃກ້ໆເມືອງ Labutta. ຜູ້ໂດຍສານຈຳນວນນຶ່ງ ແມ່ນພວກເດັກນ້ອຍນັກ ຮຽນແລະນາຍຄູ ທີ່ພາກັນໄປເບິ່ງການແຂ່ງຂັນເຕະບານ.

ລາຍງານຂ່າວຫຼາຍໆກະແສແຈ້ງວ່າ ຈຳນວນຜູ້ເສຍຊີວິດ ແມ່ນຢູ່ໃນລະຫວ່າງ 19 ຫາ 30 ຄົນ.

ເຂດສາມຫຼ່ຽມປາກແມ່ນໍ້າອີຣະວະດີໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກລົມພາຍຸໄຊໂຄລນ Nargis ໃນປີ 2008 ທີ່ເຮັດໃຫ້ມີຜູ້ເສຍຊີວິດ ປະມານ 130,000 ຄົນ ແລະອີກຫຼາຍໆ ພັນຄົນບໍ່ມີບ່ອນພັກພາອາໄສ.

XS
SM
MD
LG