ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ທູດພິເສດ ສປຊ ຮຽກຮ້ອງໃຫ້ຍົກເລີກ ການລົງໂທດ ຕໍ່ມຽນມາ


ທູດພິເສດຂອງອົງການສະຫະປະຊາຊາດ ທ່ານ Vijay Nambiar (ຊ້າຍ) ພົບປະກັບທ່ານນາງອອງຊານ ຊູຈີ ຜູ້ນຳພັກຝ່າຍຄ້ານມຽນມາ ທີ່ເຮືອນຂອງທ່ານນາງ ໃນນະຄອນຢ່າງກຸ້ງ (16 ກຸມພາ 2012)

ຫົວໜ້າທູດ​ພິ​ເສດ​ ຂອງ​ອົງການ​ສະຫະປະ​ຊາ​ຊາດ ກ່ຽວ​ກັບ​ມຽນມາ ​ໄດ້​ຮຽກຮ້ອງ​ໃຫ້ປະຊາ
ຄົມນາໆ​ຊາດ​ຈົ່ງ​ພາກັນຍົກ​ເລີກການ​ລົງ​ໂທດ​ຕໍ່ລັດ​ຖະບານ​ທະຫານ​ຊຸດ​ກ່ອນ​ຂອງ​ມຽນມາ.

ທ່ານ Vijay Nambiar ຜູ້​ທີ່​ໄດ້ໄປ​ຢ້ຽມຢາມ​ມຽນມາໃນ​ຕົ້ນເດືອນ​ນີ້ກ່າວ​ວ່າ “​ການ​ປ່ຽນ​ແປງ​
ຢ່າງ​ໃຫຍ່​ຫຼວງ” ກໍາລັງເກີດ​ຂື້ນ​ຢູ່​ໃນ​ປະ​ເທດດັ່ງກ່າວຂະນະ​ທີ່​ມຽນມາ​ພວມກ້າວ​ໄປ​ສູ່​ປະຊາທິ
ປະໄຕ ​ແຕ່​ທ່ານເວົ້າວ່າ ການ​ເລືອກ​ຕັ້ງ​ສະມາຊິກສະພາແຫ່ງຊາດ ​ໃນວັນ​ທີ 1 ເມສານີ້ຈະ​
ເປັນ​ການ​ທົດ​ສອບ​ອັນ​ສໍາ​ຄັນຂອງ​ລັດຖະບານ​ພົນລະ​ເຮືອນ ທີ່​ໄດ້ເຂົ້າກໍາ​ອໍານາດ ​ມາ​ເປັນ​ເວ
ລາ​ບໍ່​ຮອດນຶ່ງ​ປີ.

ທ່ານ Nambia ​ໄດ້ກ່າວ​ອ້າງ​ເຖິງຄວາມ​ກ້າວໜ້າຂອງ​ມຽນມາ​ໃນ​ການຫັນປ່ຽນ​ຈ​າກລະບອບ
ຜະເດັດ​ການທະຫານໄປ​ສູ່ປະຊາທິປະໄຕ ຮວມ​ທັງ​ການ​ລົງທະບຽນ​ຂອງ​ພັກສັນນິບາດ​ແຫ່ງ​
ຊາດ​ເພື່ອ​ປະຊາທິປະ​ໄຕ​ຊຶ່ງ​ເປັນ​ພັກ​ຝ່າຍຄ້ານ ​ແລະ​ການ​ລົງ​ທະບຽນ​ຂອງຜູ້​ນໍາ​ພັກທ່ານ​ນາງ
ອອງຊານ ​ຊູ​ຈີທີ່​ຈະ​ເປັນ​ຜູ້​ສະມັກ​ໃນ​ການ​ເລືອ​ກຕັ້ງ​ໃນວັນ​ທີ່ 1 ເດືອນ​ເມສາຈະ​ມານີ້. ນອກ
ນັ້ນທ່ານ​ຍັງ​ໄດ້​ສັນລະ​ເສີນລັດຖະບານ ທີ່​ໄດ້ປ່ອຍ​ບັນດາ​ນັກ​ໂທດ​ການ​ເມືອງໃນ​ຈຳນວນ​ທີ່​ສຳ
ຄັນ​ແ​ຕ່ວ່າ ທ່ານ​ໄດ້ກ່າວເຕືອນບັນດາຜູ້​ນໍາຊຸດ​ໃໝ່​ຂອງມຽ​ນມາຕ້ອງໄດ້​ເສີມ​ຂະຫຍາຍຄວາ​ມ
ກ້າວໜ້າ ​ເພື່ອນໍາໄປ​ສູ່​ການ​ປະຕິ​ຮູ​ບອັນແທ້​ຈິງ.

ທ່ານ Nambia ກ່າ​ວອີກ​ວ່າ ລັດຖະບານ​ໃໝ່ຂອງ​ມຽນມາ ຈຳ​ເປັນ​ຕ້ອງ​ໄດ້​ສະໜອງຕອບ​ຕໍ່
ຄວາມ​ຕ້ອງການທາງ​ດ້ານ​ສັງ​ຄົມ​ເສດຖະກິດຂອງ​ປະ​ຊາ​ຊົນ ​ເພາະສະ​ນັ້ນ ທ່ານ​ຈຶ່ງຮຽກ​ຮ້ອງ
ໃຫ້ປະຊາ​ຄົມນາໆ​ຊາດ ຈົ່ງ​ຍົກ​ເລີກ​ການລົງ​ໂທດທາງ​ດ້ານ​ເສດຖະກິດ​ ແລະດ້ານການ​ເງິນທີ່​
ໄດ້ມີຜົນ​ບັງຄັບຕໍ່ຜູ້​ນໍາ​ຄົນ​ກ່ອນຂອງ​ມຽນມາ ​ຍ້ອນ​ການ​ລ່ວງ​ລະ​ເມີດສິດທິ​ມະນຸດແລະ​ມາດ
ຕະກົດ​ຂີ່​ອື່ນໆ.

ທ່ານ Nambia ​ໄດ້​ຊົ​ມ​ເຊີ​ຍການພົວພັນ​ຂອງ​ລັດຖະບານ​ມຽນມາ ກັບ​ອົງການ​ສະຫະ​ປະຊາ
ຊາດ​ໃນ​ຫຼາຍໆ​ດ້ານຮວມທັງ​ຈັດຕັ້ງການ​ສຳຫຼວດສຳມະ​ໂນ​ຄົວ​ເທື່ອ​ທຳ​ອິດ​ຂອງ​ປະ​ເທດ ນັບ​
ແຕ່​ປີ 1983 ​ເປັນຕົ້ນມາ.

XS
SM
MD
LG