ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຄົນເສຍຊີວິດເພິ່ມຂຶ້ນ ຍ້ອນ ລະເບີດແຕກເມື່ອວັນປີໃໝ່ ທີ່ມຽນມາ


ຝຸງຊົນລໍຖ້າພີ່ນ້ອງ ຢູ່ທາງນອກພະແນກສຸກເສີນຂອງໂຣງໝໍໃຫຍ່ ໃນນະຄອນຢ່າງກຸ້ງ ລຸນຫລັງເຫດລະເບີດໃນວັນປີໃໝ່, ທີ 15 ເມສາ 2010
ຝຸງຊົນລໍຖ້າພີ່ນ້ອງ ຢູ່ທາງນອກພະແນກສຸກເສີນຂອງໂຣງໝໍໃຫຍ່ ໃນນະຄອນຢ່າງກຸ້ງ ລຸນຫລັງເຫດລະເບີດໃນວັນປີໃໝ່, ທີ 15 ເມສາ 2010

ທີ່​ປະ​ເທດມຽນມາ​ ທາງກອງທັບຖະ​ແຫລ​ງວ່າ ມີ​ອີກ​ສອງ​ຄົນ​ເສຍ​ຊີວິດ ຍ້ອນ​ບາດ​ແຜທີ່​ໄດ້​ຮັບ ເວລາ​ລະ​ເບີດ​ສາມ​ລູກ​ແຕກ​ຂຶ້ນໃນ​ທ່າມກາງ​ຝຸງ ຊົນ ທີ່​ກຳລັງ​ສະຫລອງ​ບຸນປີ​ໃໝ່​ຫົດ​ນ້ຳກັນ​ຢູ່ ​ເມື່ອ​ວັນ​ທີ 15 ​ເມສາ​ຜ່ານ​ມາ​ນີ້.

ແຜນທີ່ ປະເທດມຽນມາ
ແຜນທີ່ ປະເທດມຽນມາ

ໜັງສືພິມແສງ​ສະຫວ່າງ​ໃໝ່​ຂອງ​ມຽນມາ ຊຶ່ງ​ເປັນ​ໜັງສືພິມ​ຂອງລັດນັ້ນ​ລາຍ​ນງານ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຊາຍ​ຄົນ​ນຶ່ງ​ເສຍ​ຊີວິດ​ໄປ​ໃນ​ວັນ​ທີ 17 ​ເມສາ ​ແລະ​ອີກ​ຄົນ​ນຶ່ງ​ເສຍ​ຊີວິດ​ໄປ​ອີກ​ສອງ​ມື້​ຕໍ່​ມາ ຊຶ່ງ​ເຮັດ​ໃຫ້ຈຳນວນ ຄົນ​ຕາຍ​ຍ້ອນ​ເຫດ​ລະ​ເບີດ​ໃນວັນ​ປີ​ໃໝ່​ນັ້ນ ​ເພິ່ມຂຶ້ນ​ເປັນ 10 ​ໂດຍ​ມີ 170 ຄົນ​ໄດ້​ຮັບ​ບາດ​ເຈັບ. ໜັງສືພິມ​ເວົ້າວ່າ ​ໃນ​ນັ້ນ 58 ຄົນ​ຍັງ​ກຳລັງ​ຮັບ​ການ​ຮັກສາ​ປິ່ນປົວ​ບາດ​ແຜ​ຢູ່.

ຍັງບໍ່​ທັນ​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການໂຈມ​ຕີ​ດັ່ງກ່າວ.

ເມື່ອ​ເດືອນ​ທັນວາ​ປີ​ກາຍ​ນີ້ ກໍ​ໄດ້​ມີ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃນ​ງານ​ບຸນ​ສາທາລະນະ​ແຫ່ງ​ນຶ່ງ ທາງ​ພາກ​ໃຕ້​ຂອງ​ມຽນມາ ​ເຮັດ​ໃຫ້​ມີ​ຄົນ​ຕາຍ 7 ຄົນ ຊຶ່ງ​ຝ່າຍ​ລັດຖະບານ​ອ້າງ​ວ່າ​ເປັນ​ການ​ກະທຳ​ຂອງ​ພວກ​ກະບົດ​ກະ ຫລ່ຽງ ​ແຕ່​ກຸ່ມ​ສະຫະພາບ​ຊາດກະຫລ່ຽງ ທີ່​ໄດ້​ທຳ​ການ​ຕໍ່ສູ້​ກັບ​ຝ່າຍ​ລັດຖະບານ ມາ​ເປັນ​ເວລາ 60 ກ່ວາປີ ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ໃດໆ.

XS
SM
MD
LG