ຢ້ຽມຢາມມຽນມາ ໄດ້ກ່າວແນະໃຫ້ຮູ້ວ່າ
ຈະມີການຜ່ອນຜັນການລົງໂທດຕໍ່ມຽນມາ
ລົງຕື່ມອີກ ໃນລະຫວ່າງການໂອ້ລົມສົນ
ທະນາກັບເຈົ້າໜ້າທີ່ລັດຖະບານພົນລະ
ເຮືອນຂອງມຽນມາ ໃນວັນຈັນມື້ນີ້.
ຫົວໜ້າຝ່າຍການພັດທະນາຂອງສະຫະ
ພາບຢູໂຣບ ຫລື EU ທ່ານ Andris
Piebalgs ໄດ້ປະກາດວ່າ ທາງ EU
ໄດ້ຮັບປາກທີ່ຈະໃຫ້ເງິນຊ່ອຍເຫຼືອ
ຈໍານວນເກືອບ 200 ລ້ານໂດລາແກ່
ມຽນມາໃນຊ່ວງເວລາ 2 ປີຕໍ່ໜ້ານີ້.
ທາງປະທານສະພາຕໍ່າຂອງມຽນມາ ທ່ານ Shwe Mann ກໍໄດ້ໃຫ້ສັນຍາຕໍ່ທ່ານ
Piebalgs ວ່າ ການເລືອກຕັ້ງຮອບພິເສດໃນເດືອນເມສາທີ່ຈະມາເຖິງນີ້ ຈະເປັນໄປ
ຢ່າງອິດສະລະ ເສລີແລະທ່ຽງທໍາ. EU ໄດ້ຜ່ອນຜັນຂໍ້ຫ້າມຕໍ່ການເດີນທາງຂອງຜູ້ນໍາ
ມຽນມາຫລາຍຄົນ ໃນເດືອນມັງກອນຜ່ານມານີ້ ແລະສັນຍາວ່າຈະເອົາບາດກ້າວຜ່ອນຜັນ
ຕື່ມອີກ ຖ້າຫາກວ່າມຽນມາຈະຍັງສືບຕໍ່ໃນ ການປະຕິຮູບນັ້ນ.
ລັດຖະບານພົນລະເຮືອນຂອງມຽນມາທີ່ໜູນຫຼັງໂດຍທະຫານນັ້ນ ໄດ້ເຂົ້າກໍາອໍານາດ
ໂດຍການເລືອກຕັ້ງຂອງປີ 2010 ທີ່ໄດ້ມີການຕໍ່ວ່າຕໍ່ຂານວ່າເຕັມໄປດ້ວຍການສໍ້ໂກງ
ແລະນາບຂູ່ໃຫ້ຢ້ານກົວນັ້ນ. ແຕ່ເຖິງຢ່າງໃດກໍຕາມ ນັບແຕ່ນັ້ນມາ ລັດຖະບານກໍໄດ້
ປ່ອຍພວກນັກໂທດທາງການເມືອງ ແລະເຈລະຈາເຮັດສັນຍາຢຸດຍິງກັນກັບພວກກະບົດ
ຊົນເຜົ່າ ແລະຍັງໄດ້ອະນຸຍາດ ໃຫ້ຜູ້ນໍາຝ່າຍຄ້ານ ທ່ານນາງ Aung San SuuKyi
ແລະພັກສັນນິບາດ ແຫ່ງຊາດເພື່ອປະຊາທິປະໄຕ ໄດ້ກັບຄືນສູ່ເວທີການເມືອງອີກຄັ້ງນຶ່ງ.