ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະພາບຢູໂຣບຊ່ອຍເຫຼືອ ຜູ້ປະສົບໄພລົມພາຍຸ


ໂຮງຮຽນຫຼັງນຶ່ງ ໃນມຽນມາ ທີ່ຖືກລົມພາຍຸໄຊໂຄລນ Giri ພັດເອົາຝາ ແລະຫຼັງຄາໄປ (22 ຕຸລາ 2010)
ໂຮງຮຽນຫຼັງນຶ່ງ ໃນມຽນມາ ທີ່ຖືກລົມພາຍຸໄຊໂຄລນ Giri ພັດເອົາຝາ ແລະຫຼັງຄາໄປ (22 ຕຸລາ 2010)

ສະຫະພາບຢູໂຣບກ່າວວ່າ ຕົນໄດ້ອະນຸມັດເງິນ​ເກືອ​ບ 4
ລ້ານໂດລາໃນການບັນເທົາທຸກທາງດ້ານມະນຸດສະທຳແກ່
ມຽນມາ ເພື່ອນຳໄປຊ່ອຍປະຊາຊົນຈຳນວນ 250,000
ຄົນ ທີ່ໄດ້ປະສົບໄພຈາກລົມພາຍຸ Giri.

ໃນການປະກາດທີ່ປະເທດໄທໃນວັນອັງຄານມື້ນີ້ ສະຫະ
ພາບ​ຢູໂຣບເວົ້າວ່າ ໄດ້ມີການອະນຸມັດອີກ 5 ລ້ານໂດລາ
ເພື່ອນຳໄປຊ່ອຍພວກເຄາະຮ້າຍຈາກລົມພາຍຸຢູ່ໃນຫວຽດ
ນາມ ແລະຟີລິບປິນ ເມື່ອໄວໆມານີ້.

ທູດພິເສດຂອງສະຫະພາບຢູໂຣບທ່ານ David Lipman
ກ່າວວ່າ ການຊ່ອຍເຫຼືອເຫຼົ່ານີ້ ແມ່ນສະແດງໃຫ້ເຫັນ ເຖິງຄວາມໝາຍໝັ້ນຂອງ​ຢູ​ໂຣບຕໍ່
ການໃຫ້ຄວາມຊ່ອຍເຫຼືອຕໍ່ພວກທີ່ອ່ອນ​ແອແລະຂາດ​ເຂີນທີ່ສຸດໃນມຽນມາ ໂດຍສະເພາະ
ໃນເວລາທີ່ພວກເຂົາເຈົ້າ ປະສົບກັບໄພພິບັດທຳມະຊາດ.

ລົມພາຍຸ Giri ໄດ້ພັດຖະຫຼົ່ມມຽນມາ ໃນວັນທີ 22 ຕຸລາຜ່ານມາ ໃນຄວາມ​ແຮ​ງຂອງລົມ
ພາຍຸໄຊໂຄລນປະເພດ 4 ທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ 4 ເມືອງທີ່ຢູ່ໃນທາງຜ່ານຂອງ
ລົມພາຍຸຫົວນີ້. ພາຍຸດັ່ງກ່າວ ໄດ້ພາໃຫ້ເກີດຝົນຕົກໜັກ ໃນບໍລິເວນສ່ວນໃຫຍ່ຂອງລັດ
Rakhine ໂດຍມີຟອງທະເລຂະໜາດໃຫຍ່ຊັດເຂົ້າກະທົບແຄມຝັ່ງສົ່ງຜົນໃຫ້ເກີດນໍ້າຖ້ວມ
ຢ່າງໃຫຍ່.

XS
SM
MD
LG