ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕາງໜ້າ ສະຫະພາບຢູໂຣບ ພົບປະກັບ ທ່ານນາງອອງຊານ ຊູຈີ


ທ່ານນາງອອງຊານຊູຈີ ຜູ້ນໍາພັກສັນນິບາດແຫ່ງຊາດເພື່ອ
ປະຊາທິປະໄຕໃນມຽນມ້າ ອຸ້ມຂອງຂວັນວັນເກີດ ທີ່ນະຄອນ
ຢ້າງກຸ້ງ
ວັນທີ 19 ມິຖຸນາ 2011
ທ່ານນາງອອງຊານຊູຈີ ຜູ້ນໍາພັກສັນນິບາດແຫ່ງຊາດເພື່ອ ປະຊາທິປະໄຕໃນມຽນມ້າ ອຸ້ມຂອງຂວັນວັນເກີດ ທີ່ນະຄອນ ຢ້າງກຸ້ງ ວັນທີ 19 ມິຖຸນາ 2011

ຄະນະ​ຜູ້ຕາງໜ້າ​ຂອງ​ສະຫະພາບ​ຢູ​ໂຣບຈຸ​ນຶ່ງ​ຄາດ​ວ່າ​ຈະ​ມີໜ້າ​ຢູ່​ນະ ຄອນ​ຢ້າງ​ກຸ້ງ​ໃນ​ວັນ​ອັງ
ຄານ​ມື້ນີ້​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ນັກ​ເຄື່ອນ​ໄຫວ​ເພື່ອ​
ປະຊາທິປະ​ໄຕ​ໃນ​ມຽນມາ.

ຄະນະ​ຜູ້ຕາງໜ້າ​ດັ່ງກ່າວ​ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ Robert Cooper ທີ່​ປຶກສາ​ພິ​ເສດ​
ປະ​ຈໍາ​ທ່ານ​ນາງ Catherine Ashton ຫົວໜ້າ​ງວາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະ
ຫະພາບ​ຢູ​ໂຣບ​ໄດ້​ຢູ່​ໃນນະຄອນຫລວງ​ດ້ານ​ການ​ປົກຄອງ Naypyitaw ຂອງ​ມຽນມາ​ໃນ​
ວັນ​ຈັນ​ວານ​ນີ້ ​ເພື່ອ​ພົບ​ປະ​ກັບ​ທ່ານ Wunna Maung Lwin ລັດຖະມົນຕີ​ຕ່າງປະ​ເທດ
ແລະ​ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ອື່ນໆ​ອີກ​ຂອງ​ມຽນມາ.

ກ່ອນຈະ​ເດີນທາງ​ໄປ​ຍັງ​ມຽນມາ ຄະນະ​ຜູ້ຕາງໜ້າ​ເຫລົ່າ​ນີ້​ເວົ້າ​ວ່າ ​ເຂົາ​ເຈົ້າ​ຢາກ​ເຫັນ​ວ່າ​ລັດ
ຖະບານ​ໃໝ່​ຂອງ​ມຽນມາ​ແມ່ນ​ມີ​ຄວາມ​ຈິງ​ຈັງ​ແທ້​ຫລື​ບໍ​ກ່ຽວ​ກັບ​ການ​ປະຕິ​ຮູບ​ໄປ​ສູ່​ລະບອບ
ປະຊາທິປະ​ໄຕ​ນັ້ນ. ຄະນະນໍາພາ​ທະຫານ​ ໄດ້​ມອບອໍານາ​ດໃນ​ທ້າຍ​ເດືອນ​ມີນາ​ຜ່ານ​ມາໃຫ້
ລັດຖະບານໃໝ່ທີ່​ປະກອບ​ດ້ວຍ​ພວກ​ສະມາຊິກ​ສ່ວນ​ຫລາຍ​ທີ່​ເປັນ​ພວກ​ສະໜັບສະ​ໜຸນ​ຄະ
ນະ​ນໍາພາ​ທະຫານ​ເອງ​ນັ້ນ.

ໃນ​ນະຄອນ​ຢ້າງ​ກຸ້ງ ຄະນະ​ຜູ້​ແທນ​ສະຫະພາບ​ຢູ​ໂຣບ ກໍ​ຄາດ​ໄວ້​ວ່າ ຈະ​ພົບ​ປະ​ກັບ​ບັນດາ​ສະ
ມາຊິກ​ຂອງ​ສັນ​ນິບາດແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ມີ​ອິດ​ທິພົນ​ພາຍ
ໃຕ້​ການ​ນໍາພາ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ​ນັ້ນ.

ໂຄສົກ​ປະ​ຈໍາ​ພັກ​ສັນນິບາດ ​ກ່າວ​ຕໍ່ວາລະສານ Irrawaddy ຂອງ​ມຽນມາ​ທີ່ມີສຳນັກງານໃນ
ຕ່າງປະ​ເທດ​ວ່າ ທາງພັກ​ຂອງ​ຕົນ​ຢາກ​ເວົ້າ​ກັບ​ພວກ​ຜູ້ຕາງໜ້າຢູ​ໂຣບກ່ຽວ​ກັບ​ການ​ສູ້​ລົບ​ກັນ
ຄັ້ງ​ໃໝ່​ລະຫວ່າງ​ກໍາລັງ​ລັດຖະບານ​ແລະ​ພວກ​ກອງທັບ​ຂອງ​ຊົນ​ເຜົ່າ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​
ນັ້ນ.

XS
SM
MD
LG