ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ຜ່ອນຜັນ ການລົງໂທດ ຕໍ່ມຽນມາ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ສະຫະພາບ​ຢູ​ໂຣບ ໃນ​ມື້ວັນ​ສຸກ​ວານ​ນີ້ ​ໄດ້​ຜ່ອນຜັນ​ການ​ລົງ​ໂທດ​ຈຳນວນ​ນຶ່ງ​ຕໍ່ມຽນມາ​ເພື່ອ
ເປັນ​ການ​ສະໜອງ​ຕອບຕໍ່​ການ​ປະຕິ​ຮູບທາງ​ດ້ານ​ການ​ເມືອງ​ທີ່​ລິ​ເລີ່​ມ​ໂດຍລັດຖະບານ​ພົນລະ​
ເຮືອນ​ພຽງ​ແຕ່​ໃນ​ນາມຂອງ​ປະ​ເທດ​ດັ່ງກ່າວທີ່​ໄດ້ ​ເຂົ້າກຳ​ອຳນາດ​ໃນ​ປີ​ກາຍ​ນີ້.

ສະພາ​ລັດຖະມົນຕີ​ຂອງ​ສະຫະພາບ​ຢູ​ໂຣບກ່າວ​ວ່າ ຕົນ​ໄດ້​ໂຈະ​ການ​ຈຳກັດໃນການ​ອອກ​ວີ​ຊ່າ
ໃຫ້​ແກ່​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ມຽນມາ 87 ຄົນຮວມທັງ​ປະທານາທິບໍດີ ຮອງ​ປະທານາທິບໍດີ ບັນ
ດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ພ້ອມໆ​ກັບສະມາຊິກ ​ໃນ​ຄອບຄົວ​ຂອງພວກ​ເຂົາ​ເຈົ້າ. ການ
ເຄື່ອນໄຫວ​ທີ່​ວ່າ​ນີ້ ມີ​ຂຶ້ນລຸນ​ຫຼັງລັດຖະບານມຽນມາ​ໄດ້​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ຈຳນວນ
ຫຼາຍຮ້ອຍ​ຄົນ​ ໃນ​ເດືອນ​ມັງ ກອນ​ຜ່ານ​ມານີ້.

ທ່ານ Michael Mann ​ໂຄສົກ​ຂອງ​ສະຫະພາບ​ຢູ​ໂຣບໄດ້​ກ່າວ​ເຖິງ​ບັນຍາກາດ​ແຫ່ງ​ຄວາມ​
ຫວັງກ່ຽວ​ກັບ​ການ​ຮັບ​ມື​ຂອງ​ສະຫະພາບ​ຢູ​ໂຣບກັບ​ລັດຖະບານ​ຊຸດໃໝ່​ຂອງ​ມຽນມາຫຼັງຈາກ
ຫຼາຍໆ​ທົດ​ສະ​ວັດ​ໃນ​ການ​ປົກຄອງ​ແບບ​ກົດ​ຂີ່​ຂອງ​ລັດຖະບານ​ທະຫານ.

ນອກ​ນັ້ນ ລັດຖະບານ​ຊຸດ​ໃໝ່ຂອງ​ມຽນມາ ຍັງ​ໄດ້​ແຜ້ວ​ທາງ​ໃຫ້​ຜູ້ນຳ​ປະຊາທິປະ​ໄຕ​ຂອງ​ມຽນ
ມາທ່ານ​ນາງ​ອອງຊານ​ຊູ​ຈີລົງ​ສະມັກ​ແຂ່ງຂັນເອົາ​ບ່ອນ​ນັ່ງໃນ​ການ​ເລືອກ​ຕັ້ງພິ​ເສດຊຶ່ງ​ຈະ​ມີ​ຂຶ້ນ
ໃນ​ວັນ​ທີ 1 ​ເມສາ​ຈະ​ມານີ້. ທ່ານ​ນາງ​ອອງຊານ​ຊູ​ຈີຜູ້​ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນແບ​ລຂະ​ແໜງ​
ສັນຕິພາບ​ໄດ້​ຖືກ​ກັກ​ບໍລິ​ເວນ​ເປັນ​ສ່ວນໃຫຍ່​ ໃນ​ໄລຍະ​ສອງ​ທົດ​ສະ​ວັດ​ຜ່ານ​ມາ ຊຶ່ງ​ທ່ານ​ນາງ​
ຫາ​ກໍ​ຖືກ​ປ່ອຍ ​ໃນ​ທ້າຍ​ປີ 2010 ຂະນະ​ທີ່​ພວກ​ທະຫານ​ໂອນ​ອຳນາດ​ໃຫ້​ລັດຖະບານ​ພົນລະ
ເຮືອນ.

XS
SM
MD
LG