ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ທ່ານນາງ Ashton ພົບປະ ຜູ້ນຳພັກຝ່າຍຄ້ານ ມຽນມາ


ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານ ຊູຈີ (ກາງ) ແລະທ່ານນາງ Catherine Ashton ຫົວໜ້ານະ ໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ລຸນຫຼັງການພົບປະແລະການຖະແຫຼງຂ່າວຮ່ວມກັນ ຢູ່ຕໍ່ໜ້າສຳ ນັກງານພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ໃນນະຄອນຢ່າງກຸ້ງ (28 ເມສາ 2012)

ຫົວໜ້າ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ທ່ານ​ນາງ Catherine Ash-
ton ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ນຳ​ພັກ​ຝ່າຍ​ຄ້ານ​ຂອງມຽນມາ​ທີ່​ນະຄອນຢ່າງ​
ກຸ້ງ​ໃນ​ວັນ​ເສົາ​ມື້ນີ້.

ທ່ານ​ນາງ Ashton ທີ່​ຢືນ​ຄຽງ​ຂ້າງ​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນໂນ​ແບ​ລຂະ​
ແໜງ​ສັນຕິພາບ ​ໃນ​ການ​ຖະ​ແຫຼງຂ່າວ​ທີ່​ນະຄອນ​ຢ່າງ​ກຸ້ງ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ມຽນ
ມາ ສືບ​ຕໍ່ສ້າງ​ຄວາມ​ກ້າວ​ໜ້າ​ໃນ​ການ​ປະຕິ​ຮູບ​ໄປ​ສູ່​ປະຊາທິປະ​ໄຕ.

ທ່ານ​ນາງ Ashton ມີ​ກຳນົດ​ທີ່​ຈະ​ໄຂ​ສຳນັກງານ​ໃໝ່​ຂອງ​ສະຫະພາບ​ຢູ​ໂຣບທີ່ນະຄອນ​ຢ່າງ
ກຸ້ງ ​ເພື່ອ​ກຳກັບ​ໃນການຈັດ​ແຈງ​ກ່ຽວ​ກັບ​ໂຄງການ​ໃຫ້​ຄວາມ​ຊ່ອຍ​ເຫຼືອຕ່າງໆແລະ​ຮັບ​ມື​ກ່ຽວ​
ກັບ​ເລື່ອງ​ການ​ເມືອງ.

ໃນ​ການ​ຖະ​ແຫຼງທີ່​ບຣູນາຍ​ໃນ​ມື້ວັນ​ສຸກ​ວານ​ນີ້ລຸ​ນຫຼັງທີ່​ໄດ້​ພົບ​ປະ​ກັບ​ບັນດາ​ລັດຖະມົນຕີ​ການ
ຕ່າງປະ​ເທດແລະ​ພວກ​ນັກ​ການ​ທູດ ​ຂອງ​ບັນດາ​ປະ​ເທດ​ໃນ​ເຂດ​ເອ​ເຊ​ຍຕາ​ເວັນ​ອອກສຽງ​ໃຕ້​
ແລ້ວທ່ານ​ນາງ Ashton ກ່າວ​ວ່າ ສຳນັກງານ​ທີ່​ວ່າ​ນີ້ຈະ​ເປັນ​ບາດກ້າວ​ອັນທຳ​ອິດໄປ​ສູ່​ການ
ສ້າງຕັ້ງຄະນະ​ຜູ້​ແທນໂດຍ​ເຕັມ​ທາງ​ດ້ານການ​ທູດ.

ການ​ເດີນທາງ​ໄປ​ຢ້ຽມຢາມ​ຂອງ​ທ່ານ​ນາງ Ashton ມີ​ຂຶ້ນພຽງ​ບໍ່​ເທົ່າ​ໃດ​ມື້ຫຼັງຈາກ​ສະຫະພາບ​
ຢູ​ໂຣບ​ໄດ້​ໂຈະ​ການ​ລົງ​ໂທດ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ ທາງດ້ານ​ການ​ຄ້າ ​ເສດຖະກິດ​ແລະ
ສ່ວນບຸກຄົນ ຕໍ່​ປະ​ເທດ​ມຽນມາ ທີ່​ໄດ້ຖືກ​ໂດດດ່ຽວ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວນັ້ນ.

ໃນ​ມື້ວັນ​ຈັນ​ຈະ​ມານີ້ ທ່ານ​ນາງ Ashton ​ຈະ​ໄດ້​ພົບ​ປະ​ກັບ​ປະທານາທິບໍ​ດີ Thein Sein ​
ແລະເຈົ້າໜ້າ​ທີ່​ຄົນ​ອື່ນໆ​ຂອງ​ມຽນມາ ຢູ່ທີ່​ນະຄອນຫຼວງການ​ປົກຄອງ​ເນ​ປີ​ດໍ.

XS
SM
MD
LG