ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາຮຽກຮ້ອງໃຫ້ ພວກຊົນເຜົ່າ ທໍາການເຈລະຈາສັນຕິພາບ


ທະຫານ ກອງທັບເພື່ອເອກະລາດຂອງກະຈິນ ທໍາການເຝີກແອບ ຢູ່ຄ້າຍເຝິກແອບແຫ່ງນຶ່ງ ໃກ້ໆກັບເມືອງ Laiza. (AP Photo/Ng Han Guan)
ທະຫານ ກອງທັບເພື່ອເອກະລາດຂອງກະຈິນ ທໍາການເຝີກແອບ ຢູ່ຄ້າຍເຝິກແອບແຫ່ງນຶ່ງ ໃກ້ໆກັບເມືອງ Laiza. (AP Photo/Ng Han Guan)

ປະທານາທິບໍດີຂອງມຽນມາກ່າວວ່າ ທ່ານເຫັນດີໃຫ້ມີການເຈລະຈາສັນຕິພາບກັນ ເພື່ອຍຸຕິ ການສູ້ລົບກັບຝ່າຍທະຫານບ້ານຊົນເຜົ່າ ທີ່ດໍາເນີນມາໄດ້ຫລາຍກວ່າສອງເດືອນແລ້ວນັ້ນ ແຕ່ການເຈລະຈາກັນຈະຕ້ອງນໍາພາ ໂດຍພວກ ເຈົ້າໜ້າທີ່ແຫ່ງຂົງເຂດທ້ອງຖິ່ນເທົ່ານັ້ນ ບໍ່ແມ່ນລັດຖະບານກາງ. ຜູ້ສື່ຂ່າວວີໂອເອ Ron Corben ລາຍງານຈາກບາງກອກວ່າ ຄໍາຮຽກດັ່ງກ່າວເປັນພາກສ່ວນນຶ່ງຂອງນະໂຍບາຍຕ່າງໆຊຸດນຶ່ງ ທີ່ພວກນັກວິເຄາະກ່າວວ່າ ກໍາລັງເຮັດໃຫ້ພວກທະຫານບ້ານຊົນເຜົ່າ ລວມຕົວກັນໃນການຕໍ່ຕ້ານລັດຖະບານກາງມຽນ ມານັ້ນ. ທອງປານມີເລຶ່ອງນີ້ມາ ສະເໜີທ່ານ.

ປະທານາທິບໍດີ ທຽນ ​ເຊນ ​ໄດ້​ຮຽກຮ້ອງ​ໄປ​ຍັງ​ພວກ​ກອງທັບ​ຊົນ​ເຜົ່າ​ ທີ່ກໍາລັງສູ້​ລັບ​ກັບ​ລັດ
ຖະບານ​ມຽນມາ​ຢູ່​ໃນ​ຂະນະ​ນີ້​ ​ໃຫ້​ມາທໍາ​ການ​ເຈລະຈາ​ກັບອໍານາດ​ປົກຄອງ​ຢູ່​ໃນ​ແຕ່ລະລັດ
ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ຫາ​ທາງຍຸຕິ​ຂໍ້​ຂັດ​ແຍ້​ງກັນ ​ທີ່​ຍືດ​ເຍື້ອມາ​ເປັນເວລາ​ຫລາຍ​ເດືອນ​ ​ແລະ
ຍັງ​ຜົນ​ໃຫ້​ປະຊາຊົນ​ຕ້ອງ​ພັດ​ພາກ​ຈາກຖິ່ນ​ຢູ່​ອາ​ໃສ​ຂອງ​ພວກ​ເຂົາ​ເຈົ້າຫລາຍ​ກວ່າ 50,000
ຄົນ​ ຢູ່​ໃນ​ບັນດາ​ລັດ​ທາງພາກ​ຕາ​ເວັນ​ອອກ ​ແລະ​ພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ທ່ານ ທຽນ ເຊນ ປະທານາທິບໍດີມຽນມາ
ທ່ານ ທຽນ ເຊນ ປະທານາທິບໍດີມຽນມາ

​ໃນ​ການ​ໂອ້​ລົມ​ກັບນັກທຸລະກິດ​ກຸ່ມ​ນຶ່ງ ​ແລະ​ພວກສະມາຊິກ​ສະພາ​ແຫ່ງ​ຊາດຂອງ​ມຽນມາ​ເພື່ອ​ວັນ​ພຸດ​ອາທິດ​ແລ້ວ​ນີ້ ​ທ່ານ​ ທຽນ ​ເຊນ ຍັງໄດ້​ກ່າວ​ຫາກອງທະຫານ​ບ້ານຊົນ​ເຜົ່າກະ​ຈິນ ວ່າ​ເປັນ​ຜູ້​ກໍ່​ການ​ຮ້າຍ ແລະ​ຢືນ​ຢັດວ່າ​ ກອງ​ທັບ​ລັດຖະບານ​ມຽນມາ​ພຽງ​ແຕ່​ປະຕິບັດ​ການເພື່ອປ້ອງ​ກັນ​ຕົນ​ເອງ​ເທົ່າ​ນັ້ນ.

ກອງທະຫານ​ບ້ານ​ຂອງ​ຊົນ​ເຜົ່າ​ກະ​ຈິນ ​ເປັນ
​ສ່ວນ​ນຶ່ງ​ຂອງ​ສໍາ​ພັນທະ​ມິດທາງການ​ເມືອງ
ຂອງ​ຫລາຍໆ​ຊົນ​ເຜົ່າ ທີ່​ໄດ້​ຈັດ​ຕັ້ງ​ກັນຂຶ້ນ​ໃນ
​ເດືອນກຸມພາ​ຜ່ານ​ມາ ທີ່​ໂຮມ​ທັງ​ເຜົ່າ ສານ,
ກະຫລ່ຽງ, ມອນ ​ແລະ ກະຫລ່ຽງ​ນີ.

ທ່ານ ອອງ ຊໍ ບັນນາທິການ​ໜັງສືພິມອີ​ຣາວະ​ດີທີ່​ມີ​ສູນ​ກາງ​ຢູ່​ຊຽງ​ໃໝ່ ປະ​ເທດ​ໄທ ກ່າ​ວ
ວ່າ ​ເວລາ​ນີ້ພວກກອງທັບ​ຊົນ​ເຜົ່າ​ແມ່ນ​ປຸ້ມລຸມ​ກັນ​ດີກ່ວາ​ ໃນ​ອະດີດ​ຜ່ານ​ມາ ​ເພາະວ່າ​ລັດ
ຖະບານ​ໄດ້​ຢືນ​ຢັດ​ຢູ່​ກັບນະ​ໂຍບາຍ​ທີ່​ບັງຄັບ​ໃຫ້​ພວກ​ເຂົາ​ເຈົ້າ​ ເຂົ້າຮ່ວມກໍາລັງ​ຮັກສາ​ຊາຍ
​ແດນ. ທ່ານ ອອງ ຊໍ ​ເວົ້າ​ວ່າ:

“ນີ້​ເປັນຄວາມ​ຜິ​ດພາດຢ່າງ​ໃຫຍ່ຂອງ​ຝ່າຍລັດຖະບານ ຄື​ລັດຖະບານ​ໄດ້​ສະ​ເໜີ​ມັນ
ຂຶ້ນມາ ​ແລະ​ພວກ​ກຸ່ມ​ຊົນ​ເຜົ່າ​ທັງ​ໝົດ​ກໍ​ເວົ້າວ່າ​
ພວກ​ເຂົ​າ​ເຈົ້າຮັບ​ເອົາ​ບໍ່​ໄດ້ ​ເພາະວ່າ
​ພວກ​ເຂົາ​ເຈົ້າບໍ່​ໄດ້​ຕໍ່ສູ້​ເພື່ອ​
ຈະເປັນ​ກໍາລັງ​ຮັກສາຊາຍ​ແດນ ຫລື​ກອງທັບ​ຊົນ​ເຜົ່າ​ແຕ່​
ຢ່າງ​ໃດ ພວກ​ເຮົາ​ຕ້ອງການ​ຢາກ​ປົກຄອງ​ຕົນ​ເອງ ພວກ​ເຮົາ​
ຕ້ອງການ​ຄວາມເຄົາ​ລົບ
​ນັບ​ຖື
ຈາກສະຫະພາບມຽນມາ ຊຶ່ງ​ຂ້າພະ​ເຈົ້າຄິດ​ວ່າ​ ນີ້​ຫລະ​ຄືຕົ້ນຕໍ​ຂອງ​ບັນຫາ.”

​ຝ່າ​ຍກອງທະຫານ​ບ້ານ​ຊົນ​ເຜົ່າ​ໄດ້​ຮຽກຮ້ອງ​ວ່າ ການ​ເຈລະຈາ​ສັນຕິພາບ​ໃດໆ​ນັ້ນ ​ແມ່ນ
ຈະ​ຕ້ອງ​ໂຮມ​ເອົາ​ກຸ່ມພັນທະ​ມິດຂອງ​ເຂົາ​ເຈົ້າທັງ​ໝົດ​ ​ແລະ​ຈະ​ຕ້ອງ​ເປັນ​ການ​ເຈລະຈາກັບ
​ລັດຖະບານ​ກາງ​ເທົ່າ​ນັ້ນ ຊຶ່ງ​ພວກ​ເຈົ້າໜ້າ​ທີ່​ອາວຸ​ໂສ​ ​ບໍ່ໄດ້​ໃຫ້​ຄວາມ​ສົນໃຈ.

​ໃນ​ຂະນະ​ທີ່ສະພາບ​ການ​ບໍ່​ໄປ​ບໍ່​ມາ ​ກ່ຽວ​ກັບການ​ເຈລະຈາ​ສັນຕິພາບ​ຍັງ​ສືບ​ຕໍ່​ດໍາ​ເນີນ​ໄປ
​ຢູ່​ນີ້ ທັງ​ລັດຖະບານ​ແລະພວກກຸ່ມ​ສິດທິມະນຸດ​ເຜົ່າ​ກະ​ຈິນກໍໄດ້ກ່າວ​ຫາ​ກັນແລະ​ກັນວ່າ
​ເປັນ​ຝ່າຍ​ທໍາ​ການ​ໂຈມ​ຕີ ​ແລະ​ລະ​ເມີດສິດທິ​ມະນຸດ.

ເມື່ອ​ຕົ້ນເດືອນ​ນີ້ ສະມາຊິກ​ສະພາ​ສູງ​ຍິງ​ຂອງ​ສະຫະລັດ​ກຸ່ມ​ນຶ່ງ ກ່າວ​ວ່າ ກອງທັບ​ມຽນມາ
​ກໍາລັງ​ໃຊ້​ວິທີ​ການ​ຂົ່ມຂືນ​ຊໍາ​ເລົາ​ເປັນ​ເຄຶ່ອງມືຢ່າງ​ນຶ່ງ​ ໃນ​ການ​ສູ້​ລົບ​ກັບ​ກອງທະຫານ​ບ້ານ
​ເຜົ່າ​ກະ​ຈິນ ຕະຫລອດ​ທັງໃນ​ການສູ້​ລົບ​ກັນໃນ​ລັດສານ ທີ່ຢູ່​ຕິດ​ກັບລັດກະ​ຈິນນັ້ນ. ນາງ
ມູນ ​ໄນ ລີ ໂຄສົກ​ຍິງ​ຂອງສະມາຄົມ​ແມ່ຍິງ​ກະ​ຈິນ ຊຶ່ງ​ເປັນ​ກຸ່ມ​ສິດທິ​ມະນຸດໃນ​ລັດ​ກະ​ຈິນ ກ່າວ​ວ່າ:

​ໄດ້​ມີ​ການ​ກະທໍາ​ຮຸນ​ແຮງ​ສາລະພັດ​ຢ່າງ​ໂດຍ​ກອງທັບ​ມຽນມາ ​- ຢ່າງ​ນຶ່ງ​ກໍ​ຄື ​ໃຫ້ເປັນ​
ຄົນ​ແບບ​ຫາບ ຢ່າງ​ນຶ່ງ​
ອີກ ​ແມ່ນຂົ່ມຂືນ​ລຽນຄິວພວກ​ເດັກ​ສາວ ພວກ​ແມ່ຍິງ ​ແລະ​ພວກ
​ໃດ​ທີ່​ກ່ຽວ​ພັນ​ກັບ​ກອງທັບ​
​ເອກະລາດກະ​ຈິນ ພວກ​ທະຫານ​ລັດຖະບານ​ມຽນມາ ​​ແມ່ນບໍ່
​ຖາມຫຍັງ​ທັງ​ໝົດ ມີ​ແຕ່​ຈັບ​
​ໄປຢ່າງດຽວ ຊຶ່ງ​ເປັນ​ການ​ຈັບ​ກຸມ​ທີ່​ຜິດ​ກົດໝາຍ​. ພວກຊາວ
ບ້ານ​ສ່ວນ​ໃຫຍ່ ພາກັນ​ຢ້ານ​ກົວ​ພຶດຕິກໍາຝ່າຝືນ​ສິດທິ​ມະນຸດ​ທີ່​ຊົ່ວ​ຮ້າຍ​ແບບ​ນັ້ນຂອງ
​ພວກທະ​ຫານ
ລັດຖະບານ ​ເຂົາ​ເຈົ້າ​ກໍ​ເລີຍ​ພາກັນ​ຫລົບໜີ​ເອົາ​ຕົວ​ລອດ.”

ອົບພະຍົບກະຫລ່ຽງກຸ່ມນຶ່ງຫລົບໜີການສູ້ລົບກັນ ຢູ່ໃນລັດກະຫລ່ຽງ ເມື່ອເດືອນມັງກອນ ປີ 2010. (file photo)
ອົບພະຍົບກະຫລ່ຽງກຸ່ມນຶ່ງຫລົບໜີການສູ້ລົບກັນ ຢູ່ໃນລັດກະຫລ່ຽງ ເມື່ອເດືອນມັງກອນ ປີ 2010. (file photo)

​ເວລາ​ນີ້ ​ມີຊາວເຜົ່າກະ​ຈິນ
ປະມານ 20,000 ຄົນ ​ໄດ້​ຫລົບ
​ໜີ​ຈາກ​ບ້ານ​ຢູ່ ອາ​ໃສ​ໄປ​ພັກ​ເຊົາ
​ຢູ່ຕາມ​ຄ້າຍອົບ​ພະຍົບ 15 ​ແຫ່ງ
​ເລາະຕາມຊາຍ​ແດນ​ຈີນ-​ມຽນ
ມານັ້ນ. ​ໃນ​ຖະ​ແຫລ​ງການ​ສະ
ບັບ​ນຶ່ງ ​ກຸ່ມສິດທິ​ຊົນ​ເຜົ່າສານ
ທີ່​ຊື່ວ່າ ກຸ່ມສະຫະພາບ​ປະຊາ
ທິປະ​ໄຕສານ ​ເວົ້າວ່າ ມີ​ຄົນ​ຖືກ
​ພັດ​ພາກ​ຖິ່ນ​ຢູ່​ອາ​ໃສຫລາຍ​ກວ່າ
30,000 ຄົນແລ້ວ ນັບ​ຕັ້ງ​ແຕ່
​ການ​ສູ້​ລົບກັນ​ໄດ້​ເລີ່​ມຕົ້ນ​ຂຶ້ນ​
ໃນ​ເດືອນ​ມີນາ​ຜ່ານ​ມາ.

ນາງ ຊາລລີ ທອມ​ສັນ ຮອງ​ຜູ້​ອໍານວຍ​ການສະມາຄົມຊາຍ​ແດນ​ໄທ-​ມຽນມາ ຫລື TBBC
​ທີ່​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຊາວ​ມຽນມາ​ຫລາຍ​ກວ່າ 140,000 ຄົນ ​ໃນ​ສູນ​ອົພະຍົບ​ແຫ່ງ
​ຕ່າງໆ​ໃນ​ໄທ ​ກ່າວ​ວ່າ ການ​ຮ້ອງ​ຂໍຈາກ​ນານາ​ຊາດ​ ​ເພື່ອ​ນໍາ​ເອົາ​ການ​ຊ່ວຍ​ເຫລືອໄປໃຫ້
​ພວກ​ຊົນ​ເຜົ່າ ​ໃນ​ເຂດ​ສອກຫລີກ​ຕ່າງໆ​ ແມ່ນ​ໄດ້​ຖືກປະຕິ​ເສດ​ໂດຍ​ລັດຖະບານ​ມຽນມາ
ຊຶ່ງນາງ​ກ່າວ​ຕື່ມ​ວ່າ ການແຕກ​ຫັກ​ລົງ​ຂອງ​ການ​ຍຸດ​ຍິງ​ທີ່​ມີ​ມາ​ດົນ​ນານ​ຫລາຍ​ປີ​ກັບ​ພວກ
​ກຸ່ມ​ຊົນ​ເຜົ່າ​ນັ້ນ ​ເປັນຮ່ອງຮອຍ​ໃຫ້​ຮູ້​ວ່າ ຄວາມ​ຫວັງສໍາລັບ​ກາ​ນ​ເຈລະຈາ​ສັນຕິພາບ​ນັ້ນ​
​ແມ່ນ​ມີ​ໜ້ອຍ​ຫລາຍ. ນາງ ຊາລລີ ທອມ​ສັນ ​ເວົ້າ​ວ່າ:

ພວກຂົງ​ເຂດ​ຕ່າງ​ໆເຫລົ່າ​ນີ້​ເຄີຍ​ຢູ່​ເຢັນ​ເປັນ​ສຸກ​ມາຕະຫລອດ ແຕ່​ມາບັດ​ນີ້ ​ຍ້ອນ​ວ່າ
ພວກ​ກຸ່ມ​ຊົນ​ເຜົ່າ​ບໍ່​
ຍອມ​ຕົກລົງຕໍ່ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງຝ່າຍ​ລັດຖະບານ ທີ່
​ຢາກ
ໃຫ້​ພວກ​ເຂົາ​ເຈົ້າປ່ຽນ​ມາ​ເປັນ​ກໍາລັງ​ຮັກສາ​ຊາ​ຍ​ແດນນັ້ນ ກໍເລີຍ​ບໍ່​ມີ​ການ​ໂອ້​ລົມ​
ສົນທະ​ກັນ​
ມີ​ແຕ່​ການ​ໃຊ້​ກໍາລັງ​ເທົ່າ​ນັ້ນ.

ທ່ານໂຕມັສ ຄວິນຕານາ ທູດພິເສດຂອງ ສະຫະປະຊາຊາດ ຢ້ຽມຢາມມຽນມາ ໃນອາທິດນີ້.
ທ່ານໂຕມັສ ຄວິນຕານາ ທູດພິເສດຂອງ ສະຫະປະຊາຊາດ ຢ້ຽມຢາມມຽນມາ ໃນອາທິດນີ້.

​ອາທິດ​ນີ້ ທ່ານ Tomas Quintana ຜູ້​
ສືບສວນ​ສອບ​ສວນ​ດ້ານສິດທິ​ມະນຸດ​ຂອງ
ອົງການ​ປະ​ຫະປະຊາ​ຊາດ ​ໄດ້​ໄປ​ຢ້ຽມ
ຢາມ​ມຽນມາ ​ແລະ​ທໍາ​ການ​ປຶກສາ​ຫາລື​ກັບ
​ພວກ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຂອງ​ລັດຖະບານ​ມຽນມາ ​ເພື່ອ​ສັ່ງ​ຊາຕີ​ລາຄາສະຖານະ​ການ​ດ້ານ​ສິດທິ​ມະນຸດ​ ທີ່​ພົວພັນ​ກັບ​ລັດຖະບານ​ມຽນມາ​ຊຸດ​ໃໝ່ນີ້ ຊຶ່ງ​ນັບ​ວ່າ​ເປັນ​ຄັ້ງ​ທໍ​າອິດ​ໃນ​ຮອບ​ຫລາຍກວ່າ​ນຶ່ງ​ປີ ທີ່​ພວກ​ເຈົ້າໜ້າ​ທີ່​ລັດຖະບານ​ມຽນມາ​ໄດ້ອອກ​ວິຊາ​ຢ້ຽມຢາມ​ ໃຫ້​ແກ່​ທ່ານ Quintana.

XS
SM
MD
LG