ໃນສັບປະດາແລ້ວນີ້ ອົງການໄຟຟ້າຂອງມຽນມາ ໄດ້ຍົກເລີກຢ່າງກະທັນຫັນ ໂຄງການສ້າງ
ໂຮງໄຟຟ້າໃຊ້ຖ່ານຫີນຂະໜາດ 4,000 ເມກາວັດ ໃນເຂດເສດຖະກິດພິເສດ Dawei.
ເຂດພັດທະນາທີ່ໃຊ້ເງິນທຶນຫຼາຍພັນລ້ານໂດລາດັ່ງກ່າວນີ້ ແມ່ນຕັ້ງຢູ່ແຄມມະຫາສະມຸດອິນ
ເດຍ ໃນພາກໃຕ້ຂອງປະເທດມຽນມາ ທີ່ຈະຮວມທັງທ່າເຮືອນໍ້າເລິກແລະໂຮງກັ່ນນໍ້າມັນນຳ
ດ້ວຍ.
ໂຮງໄຟຟ້າໃຊ້ຖ່ານຫີນທີ່ວ່ານີ້ໄດ້ຖືກສະເໜີໃຫ້ສ້າງຂຶ້ນເພື່ອເປັນສ່ວນນຶ່ງຂອງໂຄງການເສດ
ຖະກິດພິເສດດັ່ງກ່າວພາຍໃຕ້ການນຳພາຂອງບໍລິສັດການພັດທະນາອີຕາລຽນ-ໄທ.
ເຖິງແມ່ນພວກນັກເຄື່ອນໄຫວ ໄດ້ກ່າວຊົມເຊີຍ ການຍົກເລີກໂຄງການກໍ່ສ້າງດັ່ງກ່າວກໍຕາມ
ແຕ່ທ່ານ U Thin Aung ຜູ້ອຳນວຍການຂອງບໍລິສັດ ກ່າວວ່າ ທ່ານບໍ່ໄດ້ເຫັນຮ່ອງຮອຍ
ກ່ຽວກັບເລື່ອງນີ້ມາກ່ອນເລີຍ. ທ່ານເວົ້າວ່າ ຂໍ້ສະເໜີສ້າງໂຮງໄຟຟ້ານີ້ ແມ່ນຍັງຢູ່ໃນຂັ້ນຄິດ
ວາງແຜນເທົ່ານັ້ນແລະເຈົ້າໜ້າທີ່ກໍບໍ່ໄດ້ເຕືອນລ່ວງໜ້າກ່ຽວກັບການຍົກເລີກໂຄງການ.
ທ່ານອອງເວົ້າວ່າ “ມັນເປັນເລື່ອງ ທີ່ປະຫຼາດໃຈຫຼາຍ ຍ້ອນວ່າພວກເຮົາຮອດບໍ່ໄດ້
ຍື່ນຄຳຮ້ອງເພື່ອຂໍສ້າງໂຮງໄຟຟ້າທີ່ໃຊ້ຖ່ານຫີນຂະໜາດ 4,000 ເມກາວັດນີ້ເລີຍ
ຂ້າພະເຈົ້າບໍ່ຮູ້ວ່າ ເປັນຫຍັງ ພວກເຂົາເຈົ້າຈຶ່ງຕ້ອງຍົກເລີກ ໃນສິ່ງທີ່ພວກເຮົາບໍ່
ເຄີຍຂໍຮ້ອງມາກ່ອນເລີຍ.”
ເຈົ້າໜ້າທີ່ມຽນມາກ່າວວ່າ ການຕັດສິນໃຈຍົກເລີກໂຄງການສ້າງໂຮງໄຟຟ້າໄດ້ມີຂຶ້ນເພື່ອເປັນ
ການສະໜອງຕອບຕໍ່ການສະແດງຄວາມວິຕົກກັງວົນຂອງປະຊາຊົນກ່ຽວກັບຜົນກະທົບທີ່ຈະ
ມີຕໍ່ສິ່ງແວດລ້ອມ.
ພວກນັກເຄື່ອນໄຫວໄດ້ພາກັນຕຳໜິຕິຕຽນເຈົ້າໜ້າທີ່ລັດຖະບານທະ
ຫານມຽນມາ ມາເປັນເວລາດົນນານແລ້ວ ກ່ຽວກັບການສວຍໃຊ້ຊັບພະຍາກອນທຳມະຊາດ
ຂອງປະເທດເພື່ອຜົນປະໂຫຍດສ່ວນໂຕໂດຍເກືອບວ່າ ບໍ່ມີການຂໍຄວາມຄິດຄວາມເຫັນຫລື
ເອົາຫົວຊາຕໍ່ຄວາມວິຕົກກັງວົນຂອງປະຊາຊົນເລີຍກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ.
ໄດ້ມີການປະກາດຂ່າວ ການຍົກເລີກໂຄງການດັ່ງກ່າວ ຢູ່ນະຄອນຢ່າງກຸ້ງ ໃນຂະນະທີ່ຜູ້ບັນ
ຊາການກອງທັບມຽນມາ ນາຍພົນ Min Aung Hlaing ທຳການຢ້ຽມຢາມປະເທດໄທຢ່າງ
ເປັນທາງການ.
ພວກນັກວິເຄາະການເມືອງເວົ້າວ່າ ເວລາໃນການປະກາດຍົກເລີກອາດ ຈະບໍ່ແມ່ນເລື່ອງບັງ
ເອີນເລີຍ ຍ້ອນວ່າລັດຖະບານພົນລະເຮືອນພຽງແຕ່ໃນນາມຂອງມຽນມາຕ້ອງການຢາກສ້າງ
ພາບພົດໃຫ້ເຫັນເຖິງຄວາມເປັນເອກະລາດຈາກພວກທະຫານ.
ທ່ານ Aung Thu Nyein ຈາກສະຖາບັນພັດທະນາ Vahu ທີ່ມີສຳນັກງານຢູ່ປະເທດໄທ
ໃຫ້ຄວາມເຫັນກ່ຽວກັບເລື່ອງນີ້ວ່າ.
ທ່ານ Nyein ເວົ້າວ່າ: “ຂ້າພະເຈົ້າຄິດວ່າ ໃນເວລານີ້ ລັດຖະບານໃໝ່ຂອງມຽນ
ມາກຳລັງປະເຊີນ ດັ່ງທີ່ທ່ານຮູ້ກັບຜົນສະທ້ອນທີ່ຕິດຕາມມາໃນທຳນອງນີ້ແລະ
ການຕັດສິນໃຈ ທີ່ໄດ້ເຮັດລົງໄປໂດຍອຳນາດການປົກຄອງຊຸດກ່ອນ ແລະໃນ
ເວລາດຽວກັນ ເມື່ອມີການເປີດກວ້າງນ້ອຍໆເກີດຂຶ້ນ ປະຊາຊົນກໍເລີ່ມທຳການ
ເຄື່ອນໄຫວຕໍ່ຕ້ານ ໃນສິ່ງທີ່ພວກເຂົາເຈົ້າເຄີຍໄດ້ຮັບຜົນກະທົບມາແລ້ວ ຫຼືໃນ
ສິ່ງທີ່ພວກເຂົາເຈົ້າ ມີຄວາມເປັນຫ່ວງນໍາ. ຂ້າພະເຈົ້າຄິດວ່າ ການປຸກລະດົມ
ຂອງປະຊາຊົນກຳລັງໄດ້ຮັບແຮງກະຕຸກຊຸກຍູ້ໃນເວລານີ້.”
ລັດຖະບານຂອງປະທານາທິບໍດີເທນເຊນໄດ້ເຂົ້າຮັບໜ້າທີ່ແທນການປົກຄອງຢ່າງເປີດເຜີຍ
ຂອງພວກທະຫານທີ່ມີມາເປັນເວລາຫຼາຍໆທົດສະວັດນັ້ນ ຫຼັງຈາກການເລືອກຕັ້ງທີ່ຕົກເປັນ
ຫົວຂໍ້ຂັດແຍ້ງກັນໃນປີ 2010 ທີ່ໃຫ້ການຄໍ້າປະກັນ ບົດບາດຂອງພວກທະຫານໃນຄະນະ
ລັດຖະບານນັ້ນ.
ແຕ່ທ່ານເທນເຊນ ເຖິງແມ່ນເຄີຍເປັນນາຍພົນ ໃນຄະນະລັດຖະບານຊຸດເກົ່າກໍຈິງ ໄດ້ສ້າງ
ຄວາມແປກປະຫຼາດໃຈໃຫ້ແກ່ພວກຕຳໜິຕິຕຽນ ດ້ວຍການຈັດຕັ້ງປະຕິບັດການປະຕິຮູບຕໍ່
ເນື່ອງກັນຫລາຍຊຸດ ແລະເຂົ້າພົວພັນນຳການເຈລະຈາກັບພວກຝ່າຍຄ້ານ.
ໂຮງໄຟຟ້າດັ່ງກ່າວນີ້ ແມ່ນໂຄງການຂະໜາດໃຫຍ່ອັນທີສອງທີ່ລັດຖະບານມຽນມາໄດ້ສັ່ງ
ໃຫ້ຢຸດຢ່າງກະທັນຫັນຫຼັງຈາກໄດ້ມີການຄັດຄ້ານຈາກປະຊາຊົນ.
ໃນເດືອນກັນຍາຜ່ານມາປະທານາທິບໍດີເທນເຊນໄດ້ສັ່ງໃຫ້ໂຈະໂຄງການສ້າງເຂື່ອນໄຟຟ້າ
ພະລັງນໍ້າ Myitsone ທີ່ໄດ້ຮັບການສະໜັບສະໜຸນຈາກຈີນ ຢູ່ໃນເຂດພາກເໜືອຂອງປະ
ເທດ.
ໂຄງການດັ່ງກ່າວນີ້ ຖືກຕຳໜິຕິຕຽນຍ້ອນຂາດຄວາມໂປ່ງໃສ ບໍ່ມີການປຶກສາຫາລືກັບປະ
ຊາຊົນແລະອາດຈະມີຜົນກະທົບຕໍ່ສິ່ງແວດລ້ອມ.
ນອກນັ້ນແລ້ວ ໂຄງການສ້າງເຂື່ອນ Myitsone ແລະໂຄງການສ້າງໂຮງໄຟຟ້າໃຊ້ຖ່ານຫີນ
ໃນເຂດ Dawei ຍັງຈະພາໃຫ້ມີການຍົກຍ້າຍພວກຊາວບ້ານຈຳນວນຫຼາຍໆພັນຄົນອີກ.
ທ່ານ Aung Thu Nyein ກ່າວວ່າ ປະທານາທິບໍດີເທນເຊນຢາກຈະສ້າງພາບພົດໃຫ້ມຽນ
ມາເປັນປະເທດປະຊາທິປະໄຕ ທີ່ມີຄວາມຮັບຜິດຊອບ ເຖິງແມ່ນໄດ້ຮັບການສະໜັບສະໜຸນ
ຈາກພວກທະຫານກໍຕາມ. ແຕ່ຂະນະດຽວກັນ ທ່ານກໍໃຫ້ຂໍ້ສັງເກດວ່າ ຍັງມີໂຄງການສ້າງ
ເຂື່ອນໄຟຟ້າພະລັງນໍ້າອີກຫຼາຍໆແຫ່ງທີ່ທາງການຍັງວາງແຜນຈະກໍ່ສ້າງໂດຍບໍ່ໃຫ້ປະຊາຊົນ
ປະກອບຄວາມຄິດເຫັນ.
ທ່ານເວົ້າວ່າ: “ຖ້າລັດຖະບານຫາກມີຄວາມຈິງໃຈແທ້ໆ ກ່ຽວກັບການປົກປັກຮັກ
ສາສິ່ງແວດລ້ອມແລ້ວ ພວກເຂົາເຈົ້າກໍຈຳເປັນຈະຕ້ອງ ໄດ້ຮັບຜ່ານກົດໝາຍ
ແລະລະບຽບການຈຳນວນນຶ່ງ ເພື່ອຊັ່ງຊາຕີລາຄາ ເບິ່ງຜົນກະທົບ ຕໍ່ສິ່ງແວດ
ລ້ອມ ຫຼື EIA ແລະຜົນກະທົບທາງດ້ານສັງຄົມ ຫຼື SIA ສຳລັບທຸກໆໂຄງການ
ຢູ່ໃນມຽນມາ. ແຕ່ມາຮອດປັດຈຸບັນນີ້ຍັງບໍ່ທັນມີຂໍ້ບັງຄັບ ກ່ຽວກັບການຊັ່ງຊາຕີ
ລາຄາ ເບິ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະຜົນກະທົບຕໍ່ສັງຄົມ ສຳລັບທຸກໆ
ໂຄງການຢູ່ໃນປະເທດເທື່ອ.”
ພວກເຈົ້າໜ້າທີ່ກ່າວວ່າ ຕົນກຳລັງພິຈາລະນາທີ່ຈະອະນຸຍາດໃຫ້ມີການສ້າງໂຮງໄຟຟ້າທີ່ໃຊ້
ຖ່ານຫີນຂະໜາດທີ່ນ້ອຍກວ່າ ຄື 400 ເມກາວັດ ຢູ່ໃນເຂດ Dawei ຫຼືບໍ່ກໍທາງເລືອກອື່ນ
ທີ່ສ້າງຄວາມເປື້ອນເປິະໜ້ອຍລົງນັ້ນກໍຄືຈັກໄຟຟ້າແລ່ນແກັສທຳມະຊາດ.
ເຖິງແມ່ນວ່າ ການຕັດສິນໃຈຍົກເລີກການສ້າງໂຮງໄຟຟ້າໃນເຂດ Dawei ຢ່າງນ້ອຍກໍໄດ້
ສົ່ງຜົນໃຫ້ມີການຫຼຸດຂະໜາດມາເປັນໂຮງໄຟຟ້າແລ່ນຖ່ານຫີນ ທີ່ນ້ອຍລົງກໍຕາມ ແຕ່ໂຄງ
ການສ້າງເຂື່ອນ Myitsone ແມ່ນໄດ້ຖືກໂຈະເປັນການຊົ່ວຄາວທໍ່ນັ້ນ ແລະໃນມື້ໃດມື້ນຶ່ງກໍ
ອາດຈະເລີ່ມຄືນໃໝ່ອີກດັ່ງທີ່ໄດ້ວາງແຜນໄວ້ ກໍເປັນໄດ້.
ແຕ່ແນວໃດກໍຕາມທ່ານ Aung Thu Nyein ເວົ້າວ່າ ນັ້ນຄົງບໍ່ມີທ່າທາງທີ່ຈະເປັນໄປໄດ້
ເພາະແນ່ນອນວ່າມັນຈະມີການຮ້ອງໂຮຄັດຄ້ານຢ່າງຂະໜານໃຫຍ່ຂອງປະຊາຊົນ.