ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມຈັບຊ້າງເຜືອກໄດ້


ແຜນທີ່ປະເທດມຽນມາ
ແຜນທີ່ປະເທດມຽນມາ

ມຽນມ້າກ່າວ​ວ່າ​ ເຈົ້າໜ້າ​ທີ່ຂອງ​ຕົນຈັບ​ໄດ້​ຊ້າງ​ເຜືອກ
ທີ່​ຫາ​ຍາກ​ໂຕ​ນຶ່ງ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ໜັງສືພິມ​ ແສງ​ສະຫວ່າງ​ໃໝ່ຂອງ​ມຽນມ້າ ທີ່​ເປັນ​ຂອງລັດ
ລາຍ​ງານ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຊ້າງ​ເຜືອກ​ແມ່ໂຕນີ້
ຖືກ​ຈັບ​ໄດ້​ໃນ​ວັນ​ເສົາ​ຜ່ານ​ມາ ​ທີ່​ເມືອງແຄມ​ທະ​ເລ
Maungtaw ໃນແຄວ້ນ Rakhine. ໜັງ​ສື​ພິມ​ເວົ້າວ່າ
ຊ້າງ​ໂຕ​ນີ້​ມີ​ອາຍຸ ປະມານ 38 ປີ ​ແລະ​ສູງ​ 2 ​ແມດ​ກວ່າ.

ໃນ​ອະດີດ ພວກພະ​ລາຊາ​ແລະ​ຜູ້ນຳ​ປະ​ເທດມຽນມ້າ
ທີ່​ປະຊາຊົນ​ສ່ວນ​ໃຫຍ່ ນັບຖື​ສາສະໜາ​ພຸດ​ນັ້ນ​
ໄດ້​ໃຫ້​ຄວາມ​ສຳຄັນ​ສູງ​ແກ່​ຊ້າງ​ເຜືອກແຕ່​ໃດໆ​ມາ​ ​ໂດຍ​ຖື​ວ່າ​ເປັນ​ຮ່ອງຮອຍ​ທີ່​ສະ​ແດງ
ວ່າ ປະ​ເທດ​ຊາດ​ໄດ້​ຖືກ​ປົກຄອງດ້ວຍ​ຄວາມ​ຍຸດຕິ​ທຳແລະລາຊະ​ອານາຈັກ​ມີ​ແຕ່​ຄວາມ
ສະຫງົບ​ສຸກ​ແລະ​ວັດທະນາ​ຖາ​ວອນ. ນອກ​ນີ້ ຍັງ​ຖື​ກັນ​ວ່າ​ຊ້າງ​ເຜືອກ​ເປັນ​ລາງ​ບອກ
ເຖິງ​ການ​ປ່ຽນ​ແປງ​ທາງ​ການ​ເມືອງ.

ລັດຖະບານ​ທະຫານ​ໃນ​ມຽນມ້າ ມີແຜນການ​ຈະ​ຈັດການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຂຶ້ນ
ໃນ​ທ້າຍ​ປີ​ນີ້ ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ສອງ​ທົດ​ສະ​ວັດ.

ລາຍ​ງານ​ຂ່າວ​ບໍ່​ໄດ້​ບອກ​ວ່າ ຊ້າງ​ເຜືອກ​ໂຕ​ນີ້​ຈະ​ຖືກ​ເກັບ​ໄວ້​ຢູ່​ບ່ອນ​ໃດ.

XS
SM
MD
LG