ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ເປັນຫ່ວງເລື່ອງມຽນມາ


ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki Moon
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki Moon

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban Ki Moon ໄດ້ສະແດງຄວາມ ວິຕົກກັງວົນຢ່າງໜັກຕໍ່ການປະຕິເສດຂອງມຽນມາ ບໍ່ຍອມປ່ອຍຜູ້ນຳພັກຝ່າຍຄ້ານ ທ່ານນາງ ອອງຊານຊູຈີ ກ່ອນການເລືອກຕັ້ງໃນເດືອນໜ້າ.

ທ່ານ Ban ກ່າວວ່າ ລັດຖະບານທະຫານມຽນມາຄວນປ່ອຍຜູ້ນຳພັກຝ່າຍຄ້ານຖ້າຢາກໃຫ້ ການເລືອກຕັ້ງໃນເດືອນໜ້າ ເປັນທີ່ໜ້າເຊື່ອຖືຂອງນາໆຊາດ. ທ່ານເວົ້າວ່ານີ້ແມ່ນສັນຍານ ອັນຈະແຈ້ງທີ່ສຸດ ທີ່ລັດຖະບານມຽນມາຕ້ອງໄດ້ກະທຳ ໃນການປ່ອນບັດແບບເສລີ.

ໃນລາຍງານກ່ຽວກັບເລື່ອງສິດທິມະນຸດຂອງມຽນມານັ້ນ ທ່ານ Ban ກໍເວົ້າວ່າ ທ່ານຮູ້ສຶກ ຜິດຫວັງໃນການທີ່ລັດຖະບານທະຫານມຽນມາຂາດການຕິດຕໍ່ພົວພັນກັບປະຊາຄົມນາໆຊາດ. ທ່ານກ່າວວ່າ ທ່ານຮູ້ສຶກເສຍໃຈທີ່ທາງການມຽນມາ ບໍ່ສາມາດສົນທະນາຫາລືກ່ຽວກັບບັນຫາ ດັ່ງກ່າວ ແບບມີຄວາມໝາຍ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ມຽນມາສ້າງຄວາມກ້າວໜ້າ ເພື່ອເອົາຊະນະໃນອັນທີ່ທ່ານເອີ້ນວ່າ ມູນເຊື້ອຂອງສະພາບການທີ່ບໍ່ໄປບໍ່ມາທາງດ້ານການ ເມືອງ ແລະການຂັດແຍ້ງ ດ້ວຍກຳລັງອາວຸດ.

XS
SM
MD
LG