ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດລະເບີດໃນມຽນມາ


ພວກປະທ້ວງການກັກບໍລິເວນທ່ານນາງອອງ ຊານ ຊູຈີ ທີ່ຮົງກົງ. ວັນທີ 27 ກັນຍາ 2010
ພວກປະທ້ວງການກັກບໍລິເວນທ່ານນາງອອງ ຊານ ຊູຈີ ທີ່ຮົງກົງ. ວັນທີ 27 ກັນຍາ 2010

ສື່ມວນຊົນຂອງທາງການມຽນມາ ລາຍງານວ່າ ການວາງລະເບີດໂຈມຕີໂຮງການແຫ່ງນຶ່ງ ຂອງລັດຖະບານທ້ອງຖິ່ນ ແມ່ນດຳເນີນການໂດຍພວກຄັດຄ້ານການເລືອກຕັ້ງ ທີ່ຈະມີ ຂຶ້ນໃນເດືອນໜ້າ.

ເຫດລະເບີດໄດ້ເກີດຂຶ້ນໃນມື້ວັນພຸດແລ້ວທີ່ເມືອງ Bago ປະມານ 80 ຫຼັກກິໂລແມັດ ຫ່າງຈາກນະຄອນຢ່າງກຸ້ງ ໄປທາງທິດເໜືອ. ບໍ່ມີຜູ້ໃດໄດ້ຮັບບາດເຈັບລົ້ມຕາຍ ຈາກ ເຫດລະເບີດໃນຄັ້ງນີ້.

ໜັງສືພິມຂອງທາງການມຽນມາ ໄດ້ຖິ້ມໂທດກ່ຽວກັບເຫດລະເບີດໃນຄັ້ງນີ້ ໃສ່ພວກຄັດ ຄ້ານລັດຖະບານ ພວກກໍ່ຄວາມວຸ້ນວາຍ ແລະພວກສວຍໂອກາດທາງການເມືອງ.

ມຽນມາ ຈະຈັດການເລືອກຕັ້ງ ໃນວັນທີ 7 ເດືອນໜ້າ ຊຶ່ງເປັນການເລືອກຕັ້ງເທື່ອທຳອິດ ຂອງມຽນມາ ນັບແຕ່ທ່ານນາງອອງຊານຊູຈີ ແລະພັກສັນນິບາດແຫ່ງຊາດ ເພື່ອປະຊາທິ ປະໄຕຂອງທ່ານນາງໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນປີ 1990. ພວກທະຫານບໍ່ຍອມຮັບ ຮູ້ຜົນຂອງການເລືອກຕັ້ງ ເທື່ອແລ້ວ.

ປະຊາຄົມນາໆຊາດໄດ້ປະນາມການເລືອກຕັ້ງຄັ້ງຈະມາຂອງມຽນມາວ່າ ເປັນແຜນການຫຼອກ ລວງ ທີ່ແນໃສ່ເພື່ອໃຫ້ພວກທະຫານ ໄດ້ສືບຕໍ່ກຳອຳນາດ ຢູ່ໃນປະເທດດັ່ງກ່າວ.

XS
SM
MD
LG