ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ປະນາມການເລືອກຕັ້ງ ໃນມຽນມາ


ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ
ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ

ຄະນະກຳມະການສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ປະນາມການເລືອກຕັ້ງຢູ່
ມຽນມາເມື່ອໄວໆມານີ້ໂດຍກ່າວວ່າເປັນການເລືອກຕັ້ງທີ່ບໍ່ເສລີ ບໍ່ຍຸດຕິທຳແລະບໍ່ມີຄວາມ
ໂປ່ງໃສ.

ຄະນະກຳມະການທີ່ສຳຄັນດັ່ງກ່າວຂອງອົງການສະຫະປະຊາຊາດໄດ້ຮັບຮອງເອົາຍັດຕິສະ
ບັບນຶ່ງໃນວັນພະຫັດວານນີ້ ດ້ວຍການລົງຄະແນນສຽງ ທີ່ມີ 96 ປະເທດເຫັນພ້ອມ 28
ປະເທດຄັດຄ້ານ ແລະ 60 ປະເທດບໍ່ອອກສຽງ.

ນອກນັ້ນມະຕິສະບັບນີ້ຍັງຮຽກຮ້ອງໃຫ້ລັດຖະບານທະຫານມຽນມາ ປ່ອຍພວກນັກໂທດ
ການເມືອງທັງໝົດ.

ໃນຕອນເຊົ້າຂອງມື້ວານນີ້ ຜູ້ນຳປະຊາທິປະໄຕຂອງມຽນມາທ່ານນາງອອງຊານຊູຈີທີ່ຫາກໍ
ຖືກປ່ອຍຈາກການກັກບໍລິເວນໃນມື້ວັນເສົາແລ້ວ ໄດ້ໂອ້ລົມທາງໂທລະສັບກັບເລຂາທິການ ໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon.

ພວກທ່ານທັງສອງໄດ້ຮຽກຮ້ອງໃຫ້ພວກຜູ້ນຳລັດຖະບານທະຫານມຽນມາປ່ອຍພວກນັກ
ໂທດການເມືອງ ທີ່ຍັງຖືກຄຸມຂັງຢູ່ໃນເວລານີ້ທັງໝົດ.

ຖະແຫຼງຂ່າວຂອງອົງການສະຫະປະຊາຊາດແຈ້ງໃຫ້ຊາບຕື່ມວ່າ ພວກທ່ານທັງສອງໄດ້
ຮຽກຮ້ອງໃຫ້ປ່ອຍນັກໂທດການເມືອງ ເພື່ອໃຫ້ປະຊາຊົນຊາວມຽນມາທັງມວນສາມາດ
ປະກອບສ່ວນເຂົ້າໃນການສ້າງຄວາມປອງດອງຊາດ ແລະການຫັນປ່ຽນໄປສູ່ປະຊາທິປະ
ໄຕໃນມຽນມາ. ນອກນັ້ນແລ້ວທ່ານ Ban ຍັງໄດ້ແຈ້ງໃຫ້ທ່ານນາງອອງຊານຊູຈີຊາບວ່າ ທ່ານໄດ້ຮັບກຳລັງໃຈຈາກການຮ້ອງຮຽນຂອງທ່ານນາງ ຕໍ່ລັດຖະບານມຽນມາ ເພື່ອໃຫ້
ເປີດການເຈລະຈາຫາລື ແລະສ້າງຄວາມປະນີປະນອມກັນ.

XS
SM
MD
LG