ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມຽນມາກຳນົດວັນເລືອກຕັ້ງ


ມຽນມາກຳນົດວັນເລືອກຕັ້ງ
ມຽນມາກຳນົດວັນເລືອກຕັ້ງ

ລັດຖະບານທະຫານມຽນມາ ກ່າວວ່າ ການເລືອກຕັ້ງທີ່ມີການຄອງຄອຍຖ້າ ມາເປັນເວລາ ດົນນານແລ້ວນັ້ນ ຈະຈັດຂຶ້ນໃນວັນທີ 7 ພະຈິກ ປະມານ ນຶ່ງອາທິດ ກ່ອນໝາຍກຳນົດ ການປ່ອຍໂຕ ທ່ານນາງອອງຊານ ຊູຈີ ຜູ້ນຳປະຊາທິປະໄຕ ຂອງມຽນມາ ຈາກການກັກ ບໍລິເວນ.

ບັນດາກຸ່ມປົກປ້ອງສິດທິມະນຸດ ກ່າວວ່າ ເປັນທີ່ປາກົດວ່າ ກຳນົດເວລາດັ່ງກ່າວນີ້ ແມ່ນ ເຮັດຂຶ້ນດ້ວຍຄວາມຕັ້ງໃຈ ເພື່ອບໍ່ຢາກໃຫ້ ທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບນັ້ນ ເຂົ້າຮ່ວມນຳ. ກົດລະບຽບ ການເລືອກຕັ້ງຂອງ ມຽນມາ ເວົ້າວ່າ ບຸກຄົນໃດກໍຕາມ ທີ່ເຄີຍຖືກຄຸກມາກ່ອນ ຈະບໍ່ສາມາດສະມັກເຂົ້າແຂ່ງຂັນໃນການເລືອກຕັ້ງໄດ້.

ທີ່ນະຄອນນິວຢອກ ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານ Ban Ki Moon ຮຽກຮ້ອງໃຫ້ເຈົ້າໜ້າທີ່ມຽນມາ ປ່ອຍພວກນັກໂທດການເມືອງ ແບບບໍ່ມີການຊັກຊ້າ ເພື່ອໃຫ້ພວກເຂົາເຈົ້າ ສາມາດປະກອບສ່ວນເຂົ້າຮ່ວມຂັ້ນຕອນ ທາງດ້ານການເມືອງຂອງ ປະເທດໄດ້.

ນອກນັ້ນ ກະຊວງຕ່າງປະເທດສະຫະລັດ ກໍຍັງໄດ້ຮຽກຮ້ອງໃຫ້ມຽນມາ ປ່ອຍພວກນັກໂທດ ການເມືອງ ໂດຍເວົ້າວ່າ ການເລືອກຕັ້ງຕ່າງໆ ຈະບໍ່ສາມາດຖືວ່າ ເປັນການເລືອກຕັ້ງ ທີ່ ເປີດກວ້າງ ແລະໜ້າເຊື່ອຖືໄດ້ ພາຍໃຕ້ສະພາບການ ໃນປັດຈຸບັນ.

ບັນດາກຸ່ມປົກປ້ອງສິດທິມະນຸດ ເວົ້າວ່າ ມີພວກນັກໂທດການເມືອງ ຫຼາຍກວ່າ 2,000 ຄົນ ຢູ່ໃນມຽນມາ.

XS
SM
MD
LG