ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາກໍາໜົດວັນເລືອກຕັ້ງ


ລັດຖະບານທະຫານມຽນມາກ່າວວ່າ ການເລືອກຕັ້ງ ທີ່ມີການຄອງຄອຍຖ້າ ມາເປັນເວລາ ດົນນານ ຂອງປະເທດດັ່ງກ່າວ ຈະຈັດຂຶ້ນໃນວັນທີ 7 ພະຈິກທ້າຍ ປີນີ້.

ອຳນາດການປົກຄອງທະຫານມຽນມາ ໄດ້ປະກາດໃຫ້ຊາບ ກ່ຽວກັບເລື່ອງນີ້ ໂດຍທາງ ວິທະຍຸ ແລະໂທລະພາບ ຂອງລັດຖະບານ ໃນວັນສຸກມື້ນີ້.

ການເລືອກຕັ້ງ ໃນເດືອນພະຈິກ ຈະເປັນການເລືອກຕັ້ງ ເທື່ອທຳອິດ ໃນມຽນມາ ນັບແຕ່ປີ 1990 ເວລາພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງເປັນພັກຝ່າຍຄ້ານທີ່ໃຫຍ່ທີ່ສຸດ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ. ພວກທະຫານທີ່ປົກຄອງປະເທດ ໄດ້ປະຕິເສດ ບໍ່ຍອມຮັບຮູ້ ຜົນຂອງການເລືອກຕັ້ງ ດັ່ງກ່າວ.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ໄດ້ປະຕິເສດບໍ່ຍອມຈົດທະບຽນ ເຂົ້າຮ່ວມແຂ່ງ ຂັນ ໃນການເລືອກຕັ້ງປີນີ້ ຍ້ອນຜູ້ນຳຂອງພັກ ທ່ານນາງ ອອງຊານ ຊູຈີ ໄດ້ຖືກທາງການ ຫ້າມ ບໍ່ໃຫ້ລົງສະມັກເຂົ້າແຂ່ງຂັນ. ທ່ານນາງອອງຊານ ຊູຈີ ທີ່ເຄີຍໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບນັ້ນ ໄດ້ຖືກກັກບໍລິເວນ ເປັນເວລາ 15 ປີ ໃນຮອບ 21 ປີຜ່ານມາ. ທ່ານນາງມີກຳນົດ ທີ່ຈະຖືກປ່ອຍໂຕ 6 ມື້ ຫຼັງຈາກການເລືອກຕັ້ງ ຊຶ່ງເປັນສະຖານະການ ທີ່ກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ເປັນການຈັດແຈງ ຂອງອຳນາດການປົກຄອງທະຫານ ມຽນມາ.

XS
SM
MD
LG