ບັນດາເຈົ້າໜ້າທີ່ມຽນມາກ່າວວ່າ ຈະບໍ່ອະນຸຍາດໃຫ້ນັກສັງເກດການຫລືນັກຂ່າວຕ່າງປະເທດຄົນໃດ ເຂົ້າໄປໃນປະເທດ ໃນລະຫວ່າງການເລືອກຕັ້ງຄັ້ງປະວັດສາດ ໃນຕົ້ນເດືອນໜ້ານີ້.
ບັນດາເຈົ້າໜ້າທີ່ໃນຄະນະກໍາມະການກໍາກັບການເລືອກຕັ້ງກ່າວໃນວັນຈັນມື້ນີ້ວ່າ ບໍ່ຈໍາເປັນຕ້ອງມີນັກສັງເກດການຈາກທາງນອກ ເພາະວ່າມີນັກການທູດແລະນັກຂ່າວຕ່າງ ປະເທດປະຈໍາຢູ່ໃນມຽນມາຢ່າງຖາວອນ ຢູ່ແລ້ວ.
ການເລືອກຕັ້ງສະພາໃນວັນທີ 7 ພະຈິກ ເດືອນໜ້ານີ້ ຈະເປັນການເລືອກຕັ້ງຄັ້ງທໍາອິດຂອງປະເທດໃນຮອບ 20 ປີ ຜ່ານມາ. ທ່ານນາງອອງຊານຊູຈີ ແລະພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ໄດ້ຮັບໄຊຊະນະການເລືອກຕັ້ງໃນປີ 1990 ຢ່າງຖ້ວມລົ້ນແຕ່ບໍ່ເຄີຍໄດ້ຮັບອະນຸຍາດໃຫ້ຂຶ້ນກໍາອໍານາດຈັກເທື່ອ.
ລັດຖະບານທະຫານທີ່ປົກຄອງປະເທດໃນປັດຈຸບັນ ກ່າວວ່າ ການເລືອກຕັ້ງໃນປີນີ້ ມີວັດຖຸປະສົງເພື່ອນໍາໃຊ້ລະບອບປະຊາທິປະໄຕ ຫລັງຈາກທະຫານໄດ້ປົກຄອງປະເທດ ມາເປັນເວລາ 50 ປີ. ແຕ່ພວກຕໍາໜິຕິຕຽນເວົ້າວ່າ ເປັນການເລືອກຕັ້ງແບບຈອມປອມ ທີ່ມີເຈດຕະນາເພື່ອເຮັດໃຫ້ການຄອງອໍານາດຂອງພວກທະຫານ ເປັນການຖືກຕ້ອງຕາມກົດໝາຍ.