ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມຽນມາຈະຍົກເວ້ນການເລືອກຕັ້ງ ໃນບາງເຂດ


ເຈົ້າໜ້າທີ່ມຽນມາກ່າວວ່າ ບາງເຂດຂອງພວກຊົນກຸ່ມນ້ອຍຈະບໍ່ ໄດ້ຮັບອະນຸຍາດໃຫ້ມີການປ່ອນບັດ ໃນການເລືອກຕັ້ງໃນວັນທີ 7 ພະຈິກຈະມາ ຍ້ອນບັນຍາກາດຢູ່ທີ່ນັ້ນ ຈະບໍ່ສາມາດຈັດໃຫ້ມີການເລືອກຕັ້ງທີ່ເສລີແລະຍຸດຕິທຳໄດ້.

ສື່ມວນຊົນຂອງທາງການມຽນມາ ລາຍງານໃນວັນພະຫັດ ວານນີ້ວ່າ 200 ກວ່າບ້ານຈະບໍ່ ໄດ້ຮັບອະນຸຍາດໃຫ້ມີການປ່ອນບັດໃນການເລືອກຕັ້ງທົ່ວໄປ. ໝູ່ບ້ານເຫຼົ່ານີ້ແມ່ນຕັ້ງຢູ່ໃນລັດ ຂອງພວກຊົນກຸ່ມນ້ອຍ Kachin Kayah Kayin Mon ແລະ Shan ຊຶ່ງເປັນບ່ອນຕັ້ງ ຂອງກຸ່ມກຳລັງກະບົດ ປະກອບອາວຸດ.

ພວກຊົນກຸ່ມນ້ອຍ ໃນເຂດເຫຼົ່ານີ້ ໄດ້ທຳການຕໍ່ສູ້ ມາເປັນເວລາດົນນານແລ້ວ ກັບລັດຖະ ບານທະຫານມຽນມາ. ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ກ່າວຫາ ລັດຖະບານທະຫານ ມຽນມາວ່າ ໄດ້ລ່ວງລະເມີດ ສິດທິຂອງພວກຊົນກຸ່ມນ້ອຍ ຢ່າງຮ້າຍແຮງ.

ນອກນັ້ນແລ້ວໃນມື້ວານນີ້ນັກການທູດອະວຸໂສທ່ານນຶ່ງຂອງສະຫະລັດກ່າວວ່າ ທ່ານເຊື່ອວ່າ ການເລືອກຕັ້ງຂອງມຽນມາຈະຂາດຄວາມຖືກຕ້ອງຊອບທຳ ຂອງນາໆຊາດ ແຕ່ກໍເວົ້າຕື່ມວ່າ ການປ່ອນບັດທີ່ວ່ານີ້ ອາດກໍ່ໃຫ້ເກີດ ພວກນັກການເມືອງກຸ່ມ ໃໝ່ ທີ່ເປີດກວ້າງສຳລັບການ ປ່ຽນແປງ ແລະໂຄງລ່າງພື້ນຖານໃໝ່ ທາງດ້ານການເມືອງ ຢູ່ໃນມຽນມາ.

ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການ ເອເຊຍຕາເວັນອອກ ທ່ານ Kurt Campbell ກ່າວວ່າ ທ່ານຮູ້ສຶກຜິດຫວັງ ໃນຜົນຂອງ ການດຳເນີນຄວາມພະຍາຍາມຂອງສະຫະລັດ ທີ່ຈະທຳການພົວພັນກັບມຽນມາ ແຕ່ກໍເວົ້າ ວ່າ ມັນຍັງເປັນທາງເລືອກ ທີ່ດີທີ່ສຸດ ຂະນະທີ່ມຽນມາ ກະກຽມການເລືອກຕັ້ງ

XS
SM
MD
LG