ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຮຽກຮ້ອງໃຫ້ມຽນມາ ປ່ອຍນັກໂທດການເມືອງ


ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon
ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon

ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານ Ban Ki Moon ຮຽກຮ້ອງ ໃຫ້ລັດຖະບານທະຫານມຽນ ມາປ່ອຍພວກນັກໂທດການເມືອງກ່ອນການເລືອກຕັ້ງແຫ່ງ ຊາດ ຊຶ່ງຈະມີຂຶ້ນໃນເດືອນໜ້ານີ້.

ທ່ານ Ban ກ່າວໃນມື້ວັນພຸດວານນີ້ວ່າທ່ານຈະສືບຕໍ່ຮຽກ ຮ້ອງໃຫ້ລັດຖະບານມຽນມາ ຄໍ້າປະກັນວ່າ ການເລືອກຕັ້ງ ທີ່ວ່ານີ້ ເປັນການເລືອກຕັ້ງທີ່ໂປ່ງໃສ ມີທຸກພັກຝ່າຍເຂົ້າ ຮ່ວມແລະເປັນທີ່ໜ້າເຊື່ອຖື.

ເລຂາທິການໃຫຍ່ສະຫະປະຊາຊາດ ກ່າວວ່າ ທ່ານໄດ້ສົ່ງ ຄຳຮ້ອງຮຽນຂອງທ່ານໄປຍັງພວກຜູ້ນຳຂອງເອເຊຍ ແລະ ຈະກ່າວເນັ້ນຕື່ມອີກ ໃນລະຫວ່າງ ກອງປະຊຸມສຸດຍອດ ສະຫະປະຊາຊາດ ກັບອາຊ່ຽນ ທີ່​ຈະ​ມາ​ເຖິງ​ນີ້.

ມຽນມາມີກຳນົດ ຈະຈັດການເລືອກຕັ້ງເທື່ອທຳອິດ ໃນຮອບ 20 ປີ ໃນວັນທີ 7 ພະຈິກຈະມາ. ມີທ່າທາງວ່າ ສະພາແຫ່ງຊາດຊຸດໃໝ່ຂອງມຽນມາ ຈະຮວມທັງຫາງສຽງ ຕຳໜິຕິຕຽນທີ່ສຳຄັນ ເປັນເທື່ອທຳອິດໃນຮອບຫຼາຍໆທົດສະວັດ ແຕ່ການຈຳກັດຮັດ ແຄບຢ່າງເຄັ່ງຄັດ ຕໍ່ບັນດາພັກຝ່າຍຄ້ານ ແມ່ນເກືອບເປັນການຄໍ້າປະກັນ ໄຊຊະນະ ສຳລັບພັກການເມືອງທີ່ໄດ້ຮັບການໜຸນຫຼັງ ຈາກພວກທະຫານ.

XS
SM
MD
LG