ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຝ່າຍຄ້ານມຽນມາ ຈະຟ້ອງລັດຖະບານ


ຝ່າຍຄ້ານມຽນມາ ຈະຟ້ອງລັດຖະບານ
ຝ່າຍຄ້ານມຽນມາ ຈະຟ້ອງລັດຖະບານ

ທະນາຍຄວາມ ຂອງທ່ານນາງ ອອງຊານຊູຈີຜູ້ນຳພັກຝ່າຍຄ້ານ ຂອງມຽນມາກ່າວໃນວັນອັງຄານ ມື້ນີ້ວ່າ ທ່ານນາງອອງຊານຊູຈີ ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບນັ້ນ ຈະຍື່ນ ຟ້ອງ ລັດຖະບານທະຫານ ທີ່ ປົກຄອງປະເທດ ຢູ່ໃນເວລານີ້ ຍ້ອນໄດ້ຍຸບພັກການເມືອງຂອງ ທ່ານນາງ ກ່ອນໜ້າການເລືອກ ຕັ້ງນັ້ນ.

ວາຣະສານຂ່າວອີຣະວະດີ ໄດ້ອ້າງຄຳເວົ້າຂອງທ່ານ Nyan Win ທີ່ກ່າວວ່າ ຈະມີການ ຍື່ນສຳນວນຟ້ອງທີ່ວ່ານີ້ ໄປຍັງສານສູງສຸດຂອງມຽນມາ ທີ່ນະຄອນຢ່າງກຸ້ງ ໃນຕອນແລງ ຂອງວັນອັງຄານມື້ນີ້.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງອອງຊານຊູຈີ ໄດ້ຖືກຍຸບຍ້ອນ ບໍ່ເຂົ້າຮ່ວມການປ່ອນບັດເລືອກຕັ້ງ ໃນວັນທີ 7 ເດືອນໜ້າ ທີ່ປະເທດຕາເວັນຕົກກ່າວ ປະນາມວ່າ ເປັນແຜນການຫຼອກລວງ ທີ່ແນໃສ່ເພື່ອສ້າງໂສມໜ້າພົນລະເຮືອນ ໃຫ້ແກ່ ອຳນາດການປົກຄອງທະຫານ.

ການເລືອກຕັ້ງທີ່ວ່ານີ້ ຈະເປັນການເລືອກຕັ້ງເທື່ອທຳອິດ ນັບແຕ່ທ່ານນາງອອງຊານຊູຈີ ແລະພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ໄດ້ຮັບໄຊຊະນະຢ່າງຖ້ວມ ລົ້ນ ໃນການເລືອກຕັ້ງປີ 1990. ພວກທະຫານບໍ່ຍອມຮັບຮູ້ຜົນຂອງການເລືອກຕັ້ງຄັ້ງ​ນັ້ນ.

XS
SM
MD
LG