ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງໃນມຽນມາ

ຈາກຊ້າຍຫາຂວາ: ນາຍົກລັດຖະມົນຕີ Thein Sein ແຫ່ງມຽນມາ, ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວດຊາຊີວະ, ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan, ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung, ນາຍົກລັດຖະມົນຕີກຳປູເຈຍ ທ່ານຮຸນເຊນ ແລະນາຍົກລັດຖະມົນຕີ ສປປ ລາວ ທ່ານບົວສອນ ບຸບຜາວ

ຍີ່ປຸ່ນແລະບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງໄດ້ອອກ
ຖະແຫຼງການຮ່ວມສະບັບນຶ່ງໃນວັນສຸກວານນີ້ ຮຽກຮ້ອງ
ໃຫ້ມີການເລືອກຕັ້ງຢ່າງເສລີແລະຍຸດຕິທຳ ຢູ່ໃນມຽນມາ.

ກອງປະຊຸມສຸດຍອດແມ່ນໍ້າຂອງແລະຍີ່ປຸ່ນຊຶ່ງຈັດໃຫ້ມີຂຶ້ນ
ຢູ່ຂ້າງນອກ ຂອງກອງປະຊຸມສຸດຍອດອາຊ່ຽນທີ່ນະຄອນ
ຫຼວງຮ່າໂນ່ຍຂອງຫວຽດນາມນັ້ນຍັງໄດ້ຮຽກຮ້ອງໃຫ້ແຫຼມ
ເກົາຫຼີ ເປັນເຂດປອດອາວຸດນິວເຄລຍນຳດ້ວຍ.

ກຸ່ມປະເທດໃນເຂດລຸ່ມແມ່ນໍ້າຂອງແມ່ນມີຮວມທັງ ສປປ
ລາວ ກຳປູເຈຍ ໄທ ມຽນມາ ແລະຫວຽດນາມໄດ້ອອກ
ແຜນປະຕິບັດງານຮ້ອງຂໍການຊ່ອຍເຫຼືອທາງດ້ານເສດຖະ
ກິດແລະເຕັກນິກຂອງຍີ່ປຸ່ນເພື່ອພັດທະນາການຂົນສົ່ງແລະ
ແຫຼ່ງພະລັງງານຢູ່ໃນເຂດລຸ່ມແມ່ນໍ້າຂອງ ຂະນະທີ່ໃຫ້ການ
ປົກປ້ອງຄຸ້ມຄອງສິ່ງແວດລ້ອມ.

ຂະນະດຽວກັນເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki Moon ກໍໄດ້
ກ່າວຕໍ່ພວກນັກຂ່າວ ທີ່ນະຄອນຫຼວງຮ່າໂນ່ຍ ໃນວັນສຸກວານນີ້ວ່າ ຍັງບໍ່ເປັນການຊ້າເກີນ
ໄປ ສຳລັບການປ່ຽນແປງທີ່ໜ້າເຊື່ອຖື ແລະເປັນປະຊາທິປະໄຕໃນມຽນມາ ຊຶ່ງມີແຜນການ
ທີ່ຈະຈັດການເລືອກຕັ້ງທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ໃນວັນທີ 7 ພະຈິກຈະມານີ້.

XS
SM
MD
LG