ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາອອກກົດລະບຽບ ເລືອກຕັ້ງໃໝ່ທີ່ເຄັ່ງຄັດ


ພວກຜູ້ນຳລັດຖະບານທະຫານມຽນມາ ໄດ້ອອກລະບຽບ
ການໃໝ່ທີ່ເຄັ່ງ ຄັດຈຳນວນນຶ່ງ ກ່ຽວກັບວ່າພັກການເມືອງ
ຕ່າງໆ ສາມາດໂຄສະນາຫາສຽງໄດ້ ແບບໃດ ໃນການ
ເລືອກຕັ້ງປີນີ້.

ລະບຽບການ ທີ່ຄະນະກຳມະການເລືອກຕັ້ງນຳອອກເຜີຍ
ແຜ່ແລະລົງພິມ ຢູ່ໃນໜັງສືພິມຂອງທາງການ ໃນວັນພຸດ
ມື້ນີ້ ຫ້າມບໍ່ໃຫ້ພັກການເມືອງຕ່າງໆ ເດີນຂະບວນໄປຍັງ
ຈຸດໂຮມຊຸມນຸມ ຫ້າມສະແດງທຸງຂອງພັກ ຫລືຮ້ອງ​ໂຮ
ຄຳຂວັນ ບໍ່ວ່າ ກ່ອນ ໃນລະຫວ່າງ ຫລືຫຼັງການ
ໂຮມຊຸມນຸມ.

ນອກນັ້ນແລ້ວ ຄຳສັ່ງດັ່ງກ່າວຍັງໄດ້ບັງຄັບໃຫ້ພັກການເມືອງຕ່າງໆ ຂໍອະນຸຍາດ
ນຶ່ງອາທິດລ່ວງໜ້າ ສຳລັບການໂຮມຊຸມນຸມຢູ່ນອກສຳນັກງານຂອງຕົນ ​ແລະຫ້າມ
ບໍ່ໃຫ້ກ່າວຫຼືພິມສິ່ງໃດກໍຕາມ ທີ່ບໍ່ເປັນການເຄົາລົບຕໍ່ອຳນາດການປົກ ຄອງທະຫານ.

ຄະນະກຳມະການເລືອກຕັ້ງ ໄດ້ອະນຸມັດ ໃຫ້ພັກການເມືອງ 33 ພັກເຂົ້າ ຮ່ວມການເລືອກ
ຕັ້ງໃນທ້າຍປີນີ້ ​ແຕ່​ບໍ່​ມີພັກສັນນິບາດແຫ່ງຊາດເພື່ອປະຊາທິປະ ໄຕ ຊຶ່ງເປັນພັກຝ່າຍ
ຄ້ານທີ່ໃຫຍ່ສຸດຂອງ​ມຽນມານັ້ນ.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ໄດ້ປະຕິເສດບໍ່ຍອມໄປລົງ ທະບຽນ
ເນື່ອງ​ຈາກຜູ້ນຳຂອງພັກ ທ່ານນາງອອງຊານ ຊູຈີ ຜູ້ທີ່ໄດ້ຮັບລາງວັນ ໂນແບລຂະແໜງ
ສັນຕິພາບນັ້ນ ໄດ້ຖືກຫ້າມບໍ່ໃຫ້ເຂົ້າຮ່ວມການເລືອກຕັ້ງ ຍ້ອນທ່ານນາງໄດ້ຖືກຕັດສິນ
ໂທດວ່າ ມີຄວາມຜິດໃນການລະເມີດເງື່ອນໄຂການກັກ ບໍລິເວນ ທ່ານນາງ.

XS
SM
MD
LG