ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເລືອກຕັ້ງໃນມຽນມາ


ການເລືອກຕັ້ງໃນມຽນມາ
ການເລືອກຕັ້ງໃນມຽນມາ

ພວກຜູ້ນຳ ລັດຖະບານທະຫານ ມຽນມາ ໄດ້ເອົາອີກບາດກ້າວນຶ່ງ ຫຍັບ​ເຂົ້າໄປ​ສູ່ການເລືອກຕັ້ງທົ່ວ ໄປ ຕາມທີ່ໄດ້ໃຫ້ ຄຳໝັ້ນສັນຍາ ໄວ້ໃນປີນີ້ ໂດຍໄດ້ກຳນົດເຂດ ປ່ອນບັດສຳລັບການເລືອກຕັ້ງ.

ໃນມື້ວານນີ້ ສື່ມວນຊົນຂອງທາງການມຽນມາ ລາຍງານວ່າ ຄະນະກຳມະການເລືອກຕັ້ງ ຂອງປະເທດ ໄດ້ກຳນົດເຂດປ່ອນບັດ ສຳລັບສະພາທັງສອງແລ້ວ ຕະຫຼອດທັງ ສະພາປະ ຈຳເຂດຕ່າງໆນຳດ້ວຍ. ລາຍງານຂ່າວແຈ້ງວ່າ ລາຍລະອຽດເພີ້ມຕື່ມ ຈະມີການປະກາດ ໃຫ້ຊາບ ໃນວັນພະຫັດມື້ນີ້.

ພວກນາຍທະຫານມຽນມາ ຍັງບໍ່ທັນກຳນົດ ວັນເວລາທີ່ແນ່ນອນເທື່ອ ສຳລັບໃນອັນທີ່ຈະ ເປັນການເລືອກຕັ້ງ ເທື່ອທຳອິດ ໃນຮອບ 20 ປີຂອງມຽນມາ.

ກ່ອນໜ້ານີ້ ພັກປະຊາທິປັດ ຊຶ່ງເປັນພັກຝ່າຍຄ້ານ ໄດ້ຮ້ອງທຸກ ຕໍ່ຄະນະກຳມະການເລືອກ ຕັ້ງວ່າ ພວກເຈົ້າໜ້າທີ່ທະຫານ ໄດ້ຂົ່ມຂູ່ ສະມາຊິກຂອງຕົນ.ທ່ານ THU WAI ປະທານ ຂອງພັກ ກ່າວຕໍ່ພວກນັກຂ່າວ ໃນມື້ວັນພຸດວານນີ້ວ່າ ຕຳຫຼວດພິເສດ ໄດ້ໄປຫາ ສະມາຊິກ ຂອງພັກ ຢູ່ທີ່ເຮືອນເຂົາເຈົ້າ ໃນນະຄອນຢ່າງກຸ້ງ ເພື່ອເກັບກຳເອົາຂໍ້ມູນ ສ່ວນໂຕ ແລະຮູບພາບເຂົາເຈົ້າ. ທ່ານກ່າວວ່າ ພັກຂອງທ່ານ ໄດ້ຍື່ນໜັງສືຮ້ອງທຸກຢ່າງ ເປັນທາງການ ກ່ຽວກັບເລື່ອງນີ້ແລ້ວ ໃນມື້ວັນຈັນຜ່ານມາ.

ໂທລະພາບ ຂອງທາງການມຽນມາ ລາຍງານວ່າ ສະພາຕໍ່າ ທີ່ມີສະມາຊິກທັງໝົດ 440 ຄົນນັ້ນ ຈະປະກອບດ້ວຍ ຜູ້ແທນ ທີ່ຖືກເລືອກ ຈາກຝ່າຍພົນລະເຮືອນ 330 ຄົນ ແລະຜູ້ ແທນຈາກຝ່າຍທະຫານ 110 ຄົນ. ສ່ວນສະພາຊົນຊາດຊົນເຜົ່າ ທີ່ມີສະມາຊິກ 224 ຄົນ ຈະປະກອບດ້ວຍ ຜູ້ສະມັກ ທີ່ໄດ້ຖືກປ່ອນ​ບັດ​ເອົາ 168 ຄົນ ແລະອີກ 56 ຄົນ ຈະຖືກແຕ່ງ ຕັ້ງໂດຍຜູ້ບັນຊາການ ທະຫານຂອງມຽນມາ.

XS
SM
MD
LG