ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເລືອກຕັ້ງ ໃນ ມຽນມາ


ແຜ່ນທີ່ປະເທດມຽນມນ
ແຜ່ນທີ່ປະເທດມຽນມນ

ຍີ່ປຸ່ນແລະມາເລເຊຍ ຮຽກຮ້ອງໃຫ້ມຽນມາ ຈັດການເລືອກຕັ້ງເລືອກຕັ້ງທົ່ວໄປ ທີ່ເສຣີ ຍຸຕິທຳ ແລະເປີດກວ້າງ ໃຫ້ທຸກພັກການເມືອງ​ ໄດ້ເຂົ້າປະກອບສ່ວນ. ລຸນຫລັງການພົບປະກັນ ທີ່ກຸງໂຕກຽວ ໃນມື້ວັນຈັນວານນີ້ ລະຫວ່າງ ນາຍົກລັດຖະມົນຕີ ມາເລເຊຍ ທ່ານນາຈິບ ຣາຊັກ ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຢູກີໂອະ ຮາໂຕຢາມະ ຜູ້ນຳທັງສອງ ກໍໄດ້ອອກຖະແຫລງການ ສະບັບນຶ່ງ ກ່າວເນັ້ນເຖິງ ຄວາມສຳຄັນ ໃນການສ້າງຄວາມປອງດອງຊາດ ຢູ່ໃນປະເທດມຽນມາ. ລັດຖະບານທະຫານມຽນມາ ກ່າວໃນຕົ້ນເດືອນນີ້ວ່າ ມີພັກການເມືອງໃໝ່ 16 ພັກ ໄດ້ຈົດທະບຽນເຂົ້າຮ່ວມ​ໃນການເລືອກຕັ້ງ ຂອງລັດຖະບານ ທີ່​ມີ​ແຜນ​ຈະຈັດຂຶ້ນ ພາຍໃນທ້າຍປີນີ້. ສື່ມວນຊົນ ທີ່ລັດຄວບຄຸມຂອງມຽນມາ ລາຍງານວ່າ ຄະນະກຳມະການເລືອກຕັ້ງ ຂອງມຽນມາ ​ໄດ້ໃຫ້ການອະນຸມັດ ຕໍ່ພັກການເມືອງໃໝ່​ ເຫລົ່ານັ້ນ​ແລ້ວ ກ່ອນກຳນົດການ ຈົດທະບຽນ 60 ມື້ ຈະສິ້ນສຸດລົງ ໃນວັນທີ 6 ພຶສະພາ ຈະມານີ້. ພັກການເມືອງ ທີ່ມີຢູ່ກ່ອນແລ້ວ 3 ພັກ ກໍໄດ້ຈົດທະບຽນຄືກັນ ເພື່ອເຂົ້າຮ່ວມ ໃນການເລືອກຕັ້ງທົ່ວໄປ ເທື່ອທຳອິດ ຢູ່ໃນມຽນມາ ໃນຮອບ 2 ທົດສະວັດ. ລັດຖະບານມຽນມາ ຍັງບໍ່ທັນປະກາດໃຫ້ຊາບ ກ່ຽວກັບວັນເວລາ ໃນການເລືອກຕັ້ງເທື່ອ.

XS
SM
MD
LG