ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໜ່ວຍປ່ອນບັດເລືອກຕັ້ງ ອັດລົງແລ້ວ ທີ່ມຽນມາ


ພວກປະທ້ວງເດີນຂະບວນຄັດຄ້ານການເລືອກຕັ້ງໃນມຽນມາ ທີ່ເມືອງແມ່ສອດ
ຂອງໄທ ວັນທີ 7 ພະຈິກ 2010
ພວກປະທ້ວງເດີນຂະບວນຄັດຄ້ານການເລືອກຕັ້ງໃນມຽນມາ ທີ່ເມືອງແມ່ສອດ ຂອງໄທ ວັນທີ 7 ພະຈິກ 2010

ໜ່ວຍ​ປ່ອນ​ບັດ​ໄດ້​ອັດ​ລົງ​ແລ້ວ​ໃນ​ມຽນມາ ​ໃນ​ການ​ເລືອກ​ຕັ້ງ
ທີ່​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ກ່າວ​ວ່າ ຈະ​ດໍາ​ເນີນ​ໄປ
ຢ່າງບໍ່​ເສລີ​ແລະ​ບໍ່​ຍຸຕິ​ທໍາ.

ທ່ານ​ໂອ​ບາ​ມາ​ກ່າວ​ຕໍ່​ບັນດາ​ນັກ​ສຶກສາ​ມະຫາວິທະຍາ​ໄລ
ອິນ​ເດຍ​ແຫ່ງ​ນຶ່ງ ໃນ​ນະຄອນ​ມອມ​ໄບ​ ໃນ​ວັນ​ອາທິດ​ມື້​ນີ້​ວ່າ
ປະຊາຊົນ​ມຽນມາ​ໄດ້​ຖືກ​ປະຕິເສດ​ສິດທິໃນ​ກາ​ນ​ກໍານົດຊະ
ຕາ​ກໍາ​ຂອງ​ຕົນ​ເອງ​ ມາເປັນ​ເວລາ​ດົນ​ນານ​ໂພດແລ້ວ.

ບັນດາ​ຜູ້​ຕໍາ​ໜິຕິຕຽນ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດ​ໃນ
ຮອບ​ສອງ​ທົດສະ​ວັດ​ໃນ​ມຽນມາຄັ້ງ​ນີ້ ແມ່ນ​ມີ​ວັດຖຸ​ປະສົງ
ເພື່ອ​ໃຫ້​ພວກທະຫານທີ່ປົກ ຄອງ​ມຽນມາຢູ່​ນັ້ນໄດ້ກໍາ​ອໍາ ນາດຢ ູ່​ຕໍ່​ໄປ.

ໃນ​ຂະນະ​ທີ່ການ​ປ່ອນ​ບັດ​ເລີ້ມ​ຂຶ້ນ ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​
ມື້​ນີ້ ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ
Hillary Clinton ກ່າວ​ກັບ​ພວກ​ນັກ​ສຶກສາ​ມະຫາວິທະຍາ​
ໄລ​ທີ່​ເມືອງ Melbourne ຂອງອອສ​ເຕຣ​ເລຍ​ວ່າ ການ​ເລືອກ​ຕັ້ງ​ທີ່​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​
ທີ່​ວ່າ​ນີ້ ສະ​ແດງ​ໃຫ້​ເຫັນການໃຊ້​ອໍາ​ນາດ​ໄປ​ໃນ​ທາງ​ຜິດ​ຂອງ​ຄະນະ​ນໍາພາ​ທະຫານ​ມຽນມາ.

ພັກ​ຝ່າ​ຍຄ້ານ​ກຸ່ມໃຫຍ່​ສຸດໄດ້​ຂວໍ້າບາດ ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ມື້​ນີ້
ຍ້ອນ​ອັນທີ່​ເຂົາ​ເຈົ້າ​ເວົ້າ​ວ່າ ກົດ​ລະບຽບທີ່​ບໍ່​ຍຸຕິ​ທໍາ ​ແຕ່​ພັກ​ການ​ເມືອງ​ພັກ​ນຶ່ງ​ທີ່​ແຍກ​ອອກ​
ໄປ ແລະ​ພັກ​ຝ່າຍນ້ອຍໆ​ຈໍານວນ​ນຶ່ງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ ​ແລະ​ຍັງ​ຕັ້ງ​ຄວາມຫວັງ​ ໄວ້​ວ່າ ຈະ​ມີ​ການປ່ຽນ​ແປງ​ໃນ​ມຽນມາ​ນັ້ນ.

XS
SM
MD
LG