ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາຮຽກຮ້ອງໃຫ້ປະຊາຊົນ ປ່ອນບັດເອົາຜູ້ທີ່ ຮັກຊາດ


ວັດແຫ່ງນື່ງໃນມຽນມາ
ວັດແຫ່ງນື່ງໃນມຽນມາ

ນາຍົກລັດຖະມຸນຕີມຽນມ້າ​ຮຽກຮ້ອງ​ ໃຫ້​ປະຊາຊົນ​ພາກັນ​ເລືອກ​ເອົາຜູ້​ສະໝັກຮັບ​ເລືອກຕັ້ງທີ່​ຮັກ​ຊາດ​ ແລະ​ໃຫ້​ຄັດ ຄ້ານ​ຕໍ່​ການ​ເຄື່ອນ​ໄຫວ​ ແບບທຳລາຍຕ່າງໆ ​ທີ່​ອາດ​ຈະ​ລົບ​ກວນ​ຕໍ່​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກ​ນັ້ນ​.

ໜັງສືພິມ New Light of Myanmar ທີ່ລັດ​ເປັນ​ຜູ້​ຄວບ​ຄຸມ ​ລາຍ​ງານ​ຂ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ນາຍົກລັດຖະມຸນຕີ Thein Sein ​ໄດ້​ຮຽກຮ້ອງໄປ​ຍັງ​ປະຊາຊົນ​ ໃຫ້​ເລືອກ​ເອົາ​ພວກ​ຜູ້​ສະ​ໝັກ​ແຂ່ງຂັນ​ຢ່າງ​ລະມັດ ລະວັງ ​ແລະ​ໃຫ້​ປ່ອນ​ບັດ​ເອົາ​ຜູ້ທີ່​ສະຫລາດ​ສ່ອງ​ໃສ​ແລະ​ຮັກ​ຊາດ ​ແລະ​ເອົາ​ພວກ​ທີ່​ຈະບໍ່​ສົ່ງ​ເສີມ​ການ​ແຕກ​ແຍກ​ອອກ​ຈາກ​ກັນ​ຂອງສະຫະພາບ ກໍ​ຄື​ປະ​ເທດ​ຊາດ​ນັ້ນ.

ມີ​ການ​ຄາດກັນ​ຢ່າງ​ແຜ່​ຫລາຍ​ວ່າ ພັກເພື່ອ​ຄວາມ​ເປັນເອກະ​ພາບ​ແລະ​ການ​ພັດທະນາ​ຂອງ​ສະຫະພາບ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ທະຫານ ​ແລະນໍາ​ພາໂດຍ​ທ່ານ Thei Sein ນັ້ນ ຈະ​ຊະນະ​ການ​ເລືອກ​ຕັ້ງ​ໃນ​ ວັນ​ທີ 7 ພະຈິກ​ປີ​ນີ້ ຍ້ອນ​ພັກ​ດັ່ງກ່າວ​ມີ​ສາຍ​ພົວພັນ​ກັບ​ລັດຖະບານ.

ທາງ​ຝ່າຍ​ຜູ້​ນໍາ​ຝ່າຍ​ຄ້ານ​ຂອງ​ມຽນມາ ທ່ານ Thu Wai ປະທານ​ພັກ​ປະຊາທິປັດ ກ່າວໃນ​ວັນ​ອາທິດ​ວານ​ນີ້ວ່າ​ ກົດ​ລະບຽບເລືອກ​ຕັ້ງ​ໃໝ່​ໄດ້​ສ້າງ​ອຸບປະສັກ​ທາງດ້ານ​ການ​ເງິນ​ແລະ​ບໍາລຸງ ທີ່ຈະກີດ​ກັນບໍ່ໃຫ້​ຫລາຍ ຄົນ​ ​ມາສະ​ໝັກ​ແຂ່ງຂັນ​ໄດ້.

ມີ 41 ພັກ​ການ​ເມືອງ​ໄປ​ລົງທະບຽນ​ເພື່ອ​ປະກອບສ່ວນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ແຕ່​ທ່ານ Thu Wai ກ່າວ​ວ່າ ບ່ອນ​ນັ່ງ​ປະມານ 500 ບ່ອນ​ໃນ​ຈຳນວນ​ບ່ອນ​ນັ່ງ​ທັງ​ໝົດ 1100 ບ່ອນ​ໃນ​ສະພາ​ແຫ່ງ​ຊາດ ​ຄາດ​ວ່າ ຈະ​ບໍ່​ມີ​ການ​ແຂ່ງຂັນ​ເອົາ ​ແລະ​ພວກ​ບ່ອນ​ນັ່ງ​ເຫລົ່າ​ນີ້​ ແມ່ນ​ຈະ​ຢູ່​ໃນ​ກໍາ ມືຂອງ​ພັກ​ທີ່ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ.

XS
SM
MD
LG