ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາພັກ​ການເມືອງໃໝ່ໃນມຽນມາຖອນໂຕ


ທ່ານ Phyo Min Thein ປະທານພັກ Union Democratic Party ຂອງມຽນມາ.
ທ່ານ Phyo Min Thein ປະທານພັກ Union Democratic Party ຂອງມຽນມາ.

ຜູ້ນຳ​ຂອງ​ພັກ​ການເມືອງໃໝ່ທີ່ນິຍົມປະຊາທິປະໄຕໃນມຽນມາ​ໄດ້​ລາ​ອອກ​ຈາກ​ພັກ​
ຍ້ອນຄວາມກັງວົນທີ່ວ່າ ​ການ​ເລືອກ​ຕັ້ງ​ທີ່​ຈະ​ມາ​ເຖິງ​ນີ້ ໄດ້ຖືກຈັດແຈງໃຫ້ເປັນການ ເລືອກຕັ້ງທີ່ລຳ​ອຽງ​ເຂົ້າ​ຂ້າງຝ່າຍອໍານາດປົກຄອງທະຫານ.

ທ່ານ Phyo Min Thein ​ໄດ້​ລາ​ອອກ​ຈາກ​ຕຳແໜ່​ງ ປະທານຂອງ​ພັກ ​Union Democratic Party ​ໃນ​ວັນ​ພະຫັດ​ວານ​ນີ້ ຊຶ່ງ​ທ່ານ​ກ່າວ​ວ່າພັກນຶ່ງ​ທີ່​ສະ​ໜັບສະ​ໜູນ​ພັກການ​ເມືອງ​ຂອງ​ທະຫານ​ ຄືພັກ Union Solidarity and Development ນັ້ນໄດ້​ ​ຮັບການຊ່ວຍເຫລືອດ້ານເງິນ ແລະໄດ້ຮັບການປະຕິບັດຕໍ່ ແບບພິເສດຈາກລັດຖະບານ ໃນ​ຂະນະ​ທີ່​ພັກ​ການ​ເມືອງ​ອື່ນໆ​ນັ້ນ​ ແມ່ນ​ປະ​ເຊີນ​ກັບການ​ຈໍາກັດຮັດແຄບ​ທາງ​ກົດໝາຍ​ຫລາຍຢ່າງ​.

ພັກສັນນິບາດແຫ່ງຊາດເພື່ອ​ປະຊາທິປະ​ໄຕ ຫລື NLD ທີ່​ເປັນພັກ​ຝ່າຍຄ້ານ​ທີ່ສໍາຄັນ​
ຂອງມຽນມານັ້ນ​ໄດ້​ປະ​ທ້ວງ ບໍ່ຍອມເຂົ້າຮ່ວມ​ການ​ເລືອກ​ຕັ້ງຄັ້ງນີ້ ​ຍ້ອນວ່າ​ກົດໝາຍ
ໃໝ່​ສະບັບນຶ່ງ ຫ້າມບໍ່ໃຫ້​ພວກທີ່ຖືກຕັດສິນໂທດວ່າ ໄດ້ກະທຳຜິດກົດໝາຍນັ້ນ
ເຂົ້າ​ຮ່ວມພັກ​ການ​ເມືອງ ຊຶ່ງເປັນການຂັດຂວາງ​ບໍ່​ໃຫ້​ຫົວໜ້າ​ພັກ NLD ທ່ານ​ນາງ
ອອງ ຊານ ຊູ​ຈີ ໄດ້​ລົງແຂ່ງຂັນ ເພາະວ່າທ່ານ​ນາງ​ໄດ້​ຖື​ກຕັດສິນໃນປີກາຍນີ້ວ່າມີ
ຄວາມຜິດໃນຖານໄດ້ຝ່າຝືນເງື່ອນໄຂໃນການກັກ​ຂັງ​ບໍລິ​ເວນ​ທ່ານນາງ​ນັ້ນ.

XS
SM
MD
LG