ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເມືອງໃນມຽນມາ


ສະມາຊິກພັກ ເອກກະພາບແລະການພັດທະນາຂອງສະຫະພາບ (USDP) ຢາຍໃບປິວຂອງພັກ ສໍາລັບການເລືອກຕັ້ງທົ່ວໄປໃນວັນທີ 7 ເດືອນພະຈິກ ໃນລະຫວ່າງການໂຄສະນາຫາສຽງ ທີ່ນະຄອນຢ່າງກຸ້ງ, ວັນທີ 9 ຕຸລາ 2010.
ສະມາຊິກພັກ ເອກກະພາບແລະການພັດທະນາຂອງສະຫະພາບ (USDP) ຢາຍໃບປິວຂອງພັກ ສໍາລັບການເລືອກຕັ້ງທົ່ວໄປໃນວັນທີ 7 ເດືອນພະຈິກ ໃນລະຫວ່າງການໂຄສະນາຫາສຽງ ທີ່ນະຄອນຢ່າງກຸ້ງ, ວັນທີ 9 ຕຸລາ 2010.

ພັກການເມືອງທີ່ໜຸນຫລັງໂດຍລັດຖະບານທະຫານມຽນມາ ໃຫ້ຄໍາໝັ້ນສັນຍາທີ່ຈະປະຕິບັດລະບອບປະຊາທິປະໄຕ ທີ່ ມີຫລາຍພັກການເມືອງ ແລະ ລະບົບເສດຖະກິດທີ່​ອິງ​ໃສ່ ຕະຫລາດ.

ທ່ານ Htay Oo ຫົວໜ້າພັກ​ເອກ​ກະພາບແລະການພັດ ທະນາຂອງ​ສະຫະ​ພາບ ທີ່ສະໜັບສະໜຸນໂດຍຝ່າຍທະ ຫານ ໄດ້ປາກົດຕົວອອກລາຍການ ວິທະຍຸແລະໂທລະ ພາບຂອງລັດ ​ເປັນ​ເວລາ 15 ນາທີ ​ໃນ​ແລງວັນສຸກຜ່ານ ມານີ້ ລ້ວງໜ້າການເລືອກຕັ້ງໃນວັນທີ່ 7 ເດືອນພະຈິກທີ່ ຈະເຖິງນີ້ ຊຶ່ງທ່ານ​ໄດ້ກ່າວວ່າ ພັກຂອງທ່ານຈະຮັບປະກັນ ໃຫ້ຊາວມຽນມາມີເສລີພາບ​ໃນການເຊື່ອຖືສາສະໜາ ແລະ ຈະປະຕິບັດນະໂຍບາຍການຕ່າງປະເທດ ທີ່ເປັນ ອິດສະ ລະແລະ​ແຂງ​ຂັນ.

ການເລືອກຕັ້ງຂອງມຽນມາທີ່ຈະມາເຖິງນີ້ ​ແມ່ນເປັນຄັ້ງ ທໍາອິດ ນັບແຕ່ ປີ 1990 ເປັນຕົ້ນມາ. ພັກສັນ ນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງບັດນີ້ໄດ້ຖືກລົບລ້າງໄປແລ້ວນັ້ນ ໄດ້ຮັບ​ໄຊຊະນະ​ດ້ວຍຄະແນນສຽງຖ້ວມລົ້ນ ໃນການ ເລືອກຕັ້ງປີ 1990 ນັ້ນ ແຕ່ລັດຖະບານທະຫານມຽນມາບໍ່​ຍອມໃຫ້ເຂົ້າບໍລິຫານ ປະເທດ.

ພວກນັກວິຈານກ່າວວ່າ ການເລືອກຕັ້ງໃນເດືອນໜ້ານີ້ ເປັນການເລືອກຕັ້ງຈອມ​ປອມ ເພື່ອ​ເຮັດ​ໃຫ້ການສືບຕໍ່ຄອງ​ອໍານາດ​ຂອງ​ຝ່າຍທະຫານ ມີໂສມ​ໜ້າ​ເປັນ​ພົນລະ​ເຮືອນ. ທ່ານ ອູ ບໍ່ໄດ້ກ່າວເຖິງທ່ານນາງ ອອງຊານ ຊູຈີ ຜູູ້ນໍາພັກສັນນິບາດ​ແຫ່ງ​ຊາດເພື່ອປະຊາທິປະໄຕ ທີ່ຖືກຝ່າຍທະຫານກັກບໍລິເວນ ມາເປັນເວລາ 15 ປີຂອງ​ໄລຍະ 21 ປີທີ່ຜ່ານມາ. ທ່ານ ອູ ກ່າວຕໍ່ໄປວ່າ ພັກ​ເອກ​ກະພາບ​ຂອງ​ສະຫະພາບຖືວ່າ “ພັກການເມືອງຕ່າງໆແລະສ່ວນບຸກ ຄົນທັງຫລາຍ ທີ່​ໄດ້ຈົດທະບຽນ​ເຂົ້າ​ແຂ່ງຂັນ​ເລືອກຕັ້ງຢ່າງເປັນທາງການນັ້ນ ເປັນ​ເພື່ອນຮ່ວມ ງານ.”

XS
SM
MD
LG