ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

NLD ວ່າ ທ່ານນາງອອງ ຊານ ຊູຈີ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ທີ່ມຽນມາ (ເບິ່ງສະໄລດ໌)


ພວກສະໜັບສະໜຸນທ່ານນາງອອງຊານຊູຈີ ຜູ້ນໍາພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕໃນມຽນມາ ພາກັນ ສະເຫຼີມສະຫຼອງຜົນການເລືອກຕັ້ງ ທີ່ເປີດເຜິຍໃຫ້ຮູ້ຢູ່ຕໍ່ໜ້າສໍານັກງານໃຫຍ່
ຂອງພັກສັນນິບາດແຫ່ງຊາດ ທີ່ນະຄອນຢ່າງກຸ້ງ, ວັນທີ 1 ເມສາ 2012.
ພວກສະໜັບສະໜຸນທ່ານນາງອອງຊານຊູຈີ ຜູ້ນໍາພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕໃນມຽນມາ ພາກັນ ສະເຫຼີມສະຫຼອງຜົນການເລືອກຕັ້ງ ທີ່ເປີດເຜິຍໃຫ້ຮູ້ຢູ່ຕໍ່ໜ້າສໍານັກງານໃຫຍ່ ຂອງພັກສັນນິບາດແຫ່ງຊາດ ທີ່ນະຄອນຢ່າງກຸ້ງ, ວັນທີ 1 ເມສາ 2012.

ບັນດາ​ຜູ້​ປ່ອນ​ບັດ​ໃນ​ມຽນມາ​ພາ​ກັບ​ອອກ​ໄປ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ການ
ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ເຫັນ​ວ່າເປັນ​ການ​ທົດ​ສອບ​ຄັ້ງ​ສໍາຄັນ​ຂອງ​ຄວາມ
ຄືບໜ້າຂອງ​ການ​ປະຕິ​ຮູບປະ​ເທດ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ນັ້ນ.

ບັນດາ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ພາກັນ​ແຂ່ງຂັນ​ຊີງ​ເອົາ​ບ່ອນ​ນັ່ງ​ຈໍານວນ45 ບ່ອນ​ນັ່ງ​ໃນຈໍານວນ
ທັງ​ໝົດ 664 ບ່ອນ​ໃນ​ສະພາ​ແຫ່ງ​ຊາດ​ໃນ​ການ​ເລືອກ​ຕັ້ງຮອບພິ​ເສດຄັ້ງ​ທໍາ​ອິດ​ ນັບ​ແຕ່​
ຄະນະ​ລັດຖະບານພົນລະເຮືອນ​ແຕ່​ໃນ​ນາມ​ ຂຶ້ນ​ຄອງ​ອໍານາດ​ມາ​ໃນ​ເດືອນ​ມີນາ​ໃນ​ປີແລ້ວ
ນີ້​ເປັນຕົ້ນ​ມາ.

ຫົວໜ້າ​ຝ່າຍ​ຄ້ານ​ຄົນ​ສໍາຄັນ ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ເປັນ​ຫົວໜ້າພັກ​ສິນ​ນິບາດ​ແຫ່ງ
ຊາດເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ ​ໄດ້ລົງ​ສະມັກແຂ່ງຂັນ​ຄັ້ງ​ທໍາ​ອິດ​ນັບ​ແຕ່​ປີ 1990
ເປັນ​ຕົ້ນມາ ​ເວລາ​ພັກ​ຂອງ​ທ່ານ​ນາງ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຢ່າງ​ຖ້ວມ​ລົ້ນ ​ໃນ​ການ
ເລືອກ​ຕັ້ງ​ທົ່ວ​ໄປ ຊຶ່ງ​ໃນເວລາ​ນັ້ນ ພວກ​ຜູ້​ນໍາ​ທະຫານ​ບໍ່​ຍອມ​ສະລະ​ຫຼື​ມອບ​ອໍານາດ​ໃຫ້
ທ່ານ​ນາງ ​ແລະ​ໄດ້​ກັກ​ຂັງ​ທ່ານ​ນາງ​ ​ໃຫ້​ຢູ່​ໃນ​ບໍລິ​ເວນບ້ານ​ເຮືອນ​ ຕະຫລອດເວລາສ່ວນ
ໃຫຍ່​ຂອງ​ໄລຍະ20 ປີ​ຕໍ່​ມາ​ນັ້ນ.

ປະຊາຊົນພາກັນຄໍານັບຮັບຕ້ອນ ທ່ານນາງ Aung San Suu Kyi ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນນະຄອນຢ່າງກຸ້ງ, ວັນອາທິດ ທີ 1 ເມສາ 2012.
ປະຊາຊົນພາກັນຄໍານັບຮັບຕ້ອນ ທ່ານນາງ Aung San Suu Kyi ຢູ່ບ່ອນປ່ອນບັດແຫ່ງນຶ່ງ ໃນນະຄອນຢ່າງກຸ້ງ, ວັນອາທິດ ທີ 1 ເມສາ 2012.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​
ປະຊາທິປະ​ໄຕ ຫຼື NLD ກ່າວ
ຫາ​ໃນວັນ​ອາທິດ​ມື້​ນີ້​ວ່າ ​ບັດ
ເລືອກ​ຕັ້ງ​ບາງ​ບັດ​ໄດ້​ຖືກ​ປົກ​ຄຸມ
ດ້ວຍ​ຂີ້​ເຜີ້ງ ຊຶ່ງ​ສາມາດຖູ​ອອກ​
ໄດ້​ໃນພາຍຫລັງ ​ເພື່ອ​ປ່ຽນຄະ​
ແນນ​ສຽງ​ນັ້ນ. ນອກ​ນັ້ນ ​ຝ່າຍ​
ຄ້ານ​ຍັງ​ຈົ່ມວ່າ​ຕື່ມອີກ​ວ່າ ມີ
ການ​ຂົ່ມຂູ່​ຜູ້​ປ່ອນ​ບັດເຊ່ນກັນ.
ທ່ານນາງ​ອອງຊານ​ຊູ​ຈີໄດ້​ກ່າວ
ວ່າ ທ່ານ​ນາງ​ບໍ່​ຄາດ​ວ່າ ການ
ເລືອກ​ຕັ້ງຄັ້ງນີ້ຈະດໍາເນີນ​ໄປ
ຢ່າງ​ຍຸຕິ​ທໍາ​ນັ້ນ ​ແຕ່​ທ່ານ​ນາງ
ກໍ​ກ່າວ​ວ່າ ​ເຖິງ​ຢ່າງ​ໃດການ
ເລືອກ​ຕັ້ງ​ຄັ້ງ​ນີ້​ ກໍຍັງມີ​ຄວາມ​
ໝາຍ​ທີ່ສໍາຄັນຢູ່.

ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ປີ 2010 ທີ່​ຊະນະ​ໂດຍ​ພວກ​ຜູ້​ສະມັກ​ຮັບ ເລືອກ​ຕັ້ງ​ທີ່​ໄດ້​ຮັບ
ການ​ໜຸນ​ຫຼັງ​ຈາກ​ພວກ​ທະຫານ ໄດ້​ປະສົບ​ກັບການ​ຈົ່ມ​ວ່າ​ຢ່າງ​ແຜ່​ຫຼາຍ​ວ່າ ມີການ​ສໍ້ໂກງ​
ບັດ​ເລືອກ​ຕັ້ງ ​ແລະພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ບໍ່​ໄດ້​ເຂົ້າ​ຮ່ວມ​ນໍາ ຊຶ່ງພັກ​
ດັ່ງກ່າວ​ໄດ້​ພາກັນ​ຄັດ​ຄ້ານ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ເລືອກຕັ້ງ​ ເພາະວ່າທ່ານ​ນາງ​ອອ​ງ ຊານ​
ຊູ​ຈີ ຫົວ​ໜ້າພັກທີ່​ໄດ້​ຮັບ​ລາງວັນ​ໂນ​ແບລຂະ​ແໜງ​ສັນຕິ​ພາບນັ້ນ ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້
ເຂົ້າ​ຮ່ວມ​ນໍາ​.

ໝາຍເຫດຈາກບັນນາທິການ: ລາຍງານຂ່າວຫລ້າສຸດ ຫລັງຈາກທີ່ເຮົາອອກອາກາດ
ໄປແລ້ວແຈ້ງວ່າ ທ່ານນາງອອງ ຊານຊູຈີ ໄດ້ຮັບໄຊຊະນະໃນການເລືອກຕັ້ງ. ເບິ່ງຮູບສະໄລດ໌ຂອງປະຊາຊົນທີ່ພາກັນສະແດງຄວາມດີອົກດີໃຈ:

XS
SM
MD
LG