ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການລັກ​ເອົາ​ສຽງ​ຢ່າງແຜ່ຫຼາຍ​ ໃນການເລືອກ​ຕັ້ງ​ທີ່​ມຽນມາ


ທ່ານ Than Shwe ປ່ອນບັດເລືອກຕັ້ງ
ທ່ານ Than Shwe ປ່ອນບັດເລືອກຕັ້ງ

ພັກ​ຫຼັກທີ່​ສົ່ງ​ເສີມ​ປະຊາທິປະ​ໄຕ​ໃນ​ມຽນມາ ​ພວມຫຼຸດຄວາມ
ຄາດ​ຫວັງໃນການເລືອກ​ຕັ້ງ​ເມື່ອ​ວັນ​ອາທິດ​ທີ່​ແລ້ວ​ນີ້​ໂດຍ
ກ່າວວ່າ ການ​ລັກລອບ​ເອົາ​ສຽງ​ຢ່າງແຜ່ຫຼາຍໄດ້ຂະໂມຍ
ເອົາບ່ອນນັ່ງທີ່ເຂົາເຈົ້າຄາດ​ວ່າ​ຈະ​ໄດ້​ຮັບໄຊຊະນະ​ນັ້ນ​ໄປ.

ມີການອ້າງຄຳເວົ້າເຈົ້າ​ໜ້າ​ທີ່ຂອງພັກສະຫະພາບສາມັກຄີ
ແລະພັດທະນາ ຫຼື Union Solidarity And Develop-
ment ທີ່​ໃກ້​ຊິດກັບພວກທະຫານ​ປົກຄອງ​ປະເທດ​ໃນເວລາ
ນີ້ ທີ່​ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ພັກຂອງຕົນໄດ້​ໄຊຊະນະ​
ເຖິງ80% ຂອງ​ບ່ອນນັ່ງ​ທັງ​ໝົດ​ໃນ​ສະພາແຫ່ງຊາດຊຸດໃໝ່
ຂອງມຽນມາ. ​ເປັນ​ທີ່ຄາດ​ກັນວ່າຍັງອີກ​ຫຼາຍໆ​ມື້ ຈຶ່ງ​ຈະ​ຮູ້ຜົນ​ການນັບ​ຄະ​ແນນ​ສຽງ​ຢ່າງ​ເປັນ​ ທາງ​ການ.

ກົດ​ລະບຽບທີ່​ເຄັ່ງ​ຄັດ​ແລະ​ຈຳກັດ​ຫຼາຍ​ນັ້ນ​ເຮັດໃຫ້ເປັນການ​ຍາກ​ທີ່​ຈະ​ໃຫ້ພັກ​ອື່ນໆ ​ເຊັ່ນພັກ
ກຳລັງປະຊາທິປະໄຕແຫ່ງຊາດຫຼື National Democratic Force ແລະ ພັກປະຊາທິ
ປະໄຕຈະ​ເຂົ້າແຂ່ງຂັນຍາດ​ແຍ່ງເອົາບ່ອນນັ່ງ​ນອກເໜືອໄປຈາກຈຳນວນນ້ອຍໆເທົ່ານັ້ນ.

ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ຂອງ​ສອງ​ພັກ​ໄດ້​ກ່າວວ່າ ພວກ​ເຂົາ​ເຈົ້າ​ແມ່ນ​ໄດ້​ຄະ​ແນນ​ຂີ້ຮ້າຍ​ຫຼາຍກ່ວາ
ທີ່​ຄາດ​ເອົາ​ໄວ້ ​ແມ່ນ​ແຕ່ໃນເຂດເລືອກຕັ້ງເຫຼົ່ານັ້ນ ສ່ວນນຶ່ງກໍແມ່ນເປັນຍ້ອນການປ່ອນບັດ
ລ່ວງໜ້າທີ່ເປັນບັນຫາຖົກຖຽງໂຕ້ແຍ້ງຊຶ່ງໄດ້ປ່ຽນແປງຜົນຂອງການເລືອກຕັ້ງໃຫ້ພັກສະຫະ
ພາບສາມັກຄີແລະພັດທະນາ ເປັນຝ່າຍຊະນະ.

XS
SM
MD
LG