ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮອງປະທານ ທະນາຄານ ພັດທະນາເອເຊຍ ຢ້ຽມຢາມ ມຽນມາ


ເຄື່ອງໝາຍຂອງທະນາຄານພັດທະນາເອເຊຍ ຫຼື ADB.
ເຄື່ອງໝາຍຂອງທະນາຄານພັດທະນາເອເຊຍ ຫຼື ADB.

ທະນາຄານ​ພັດທະນາ​ເອ​ເຊຍຫຼື ADB ​ກ່າວ​ວ່າ​ ຕົນ​ຈະ​ເລີ້ມ​ພົວພັນ​ຄືນ​ກັບ​ມຽນມາ ລຸນ​ຫຼັງທີ່​ໄດ້​ມີການ​ດໍາ​ເນີນ​ການ​ປະຕິ​ຮູບ​ຕ່າງໆ​ໃນ​ປະ​ເທດ​ດັ່ງກ່າວ ທີ່​ຕັ້ງຢູ່ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ໃນ​ປີ​ແລ້ວ​ນີ້.

ທະນາຄານ ADB ​ທີ່​ບໍ່​ໄດ້​ດໍາ​ເນີນການ​ໃດໆ​ຢູ່ໃນ​ມຽນມາ​ ນັບຕັ້ງ​ແຕ່ປີ 1988 ມານັ້ນກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ທ່ານ​ນຶ່ງ​ຈະ​ທໍາ​ການ​ຢ້ຽມຢາມ ປະ​ເທດ​ດັ່ງກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ໂດຍ​ກົງ ​ກ່ຽວ​ກັບ​ເປົ້າ​ໝາຍ​ແລະບູລິ​ມະ​ສິດ​ຕ່າງໆ​ຂອງ​ຕົນ.

ການ​ຢ້ຽມຢາມ​ຂອງ​ທ່ານ Stephen Groff ຮອງ​ປະທານ​ທະນາຄານ ADB ​ວ່າ​ດ້ວຍ​ກິດຈະການ​ສໍາລັບເຂດເອ​ເຊຍ​ຕາ​ເວັນ​ອອກ ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ແລະ​ຍ່ານ​ມະຫາ​ສະມຸດ​ປາຊີ​ຟິກ ​ເປັນເຈົ້າໜ້າ​ທີ່​ຂອງ ADB ທີ່​ໄດ້​ເດີນທາງ​ໄປ​ຢ້ຽມຢາມມຽນມາ​ຄັ້ງ​ທໍາ​ອິດ ​ຢ່າງ​ກວ້າງຂວາງ​ ນັບ​ແຕ່​ກຸງ​ຢ້າງ​ກຸ້ງເລີ້ມ​ທໍາ​ການ​ປະຕິ​ຮູ​ບໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້. ທ່ານ Groff ຈະ​ທໍາ​ການ​ພົບ​ປະ​ກັບ​ປະທານາທິບໍດີ Thein Sein ພ້ອມທັງ​ ພວກ​ລັດຖະມົນຕີ​ໃນ​ຄະນະ​ລັດຖະບານ​ ແລະ​ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ຝ່າຍ​ຄ້ານ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ​ເປັນ​ເວລາ 4 ມື້.

ນັບ​ເປັນ​ເວລາ​ 20 ກວ່າປີຜ່ານມາ​ແລ້ວ ຕັ້ງແຕ່​ທະນາຄານ​ພັດທະນາເອ​ເຊຍໄດ້​ໃຫ້ການ
ຊ່ອຍ​ເຫຼືອ​ໂດຍ​ກົງ​ແກ່​ມຽນມາຊຶ່ງ​ມາ​ຈົນຮອດ​ປີ​ແລ້ວ​ນີ້​ແມ່ນຢູ່​ພາຍ​ໃຕ້ການ​ປົກຄອງ​ທີ່ໂຫດ
​ຫ້ຽມຂອງ​ພວກ​ທະຫານ​ມາ​ເກືອບ 5 ທົດ​ສະ​ວັດ.

ທະນາຄານ​ດັ່ງກ່າວ​ເວົ້າ​ວ່າ ການ​ໃຫ້​ເງິນ​ກູ້​ຢືມຄືນ​ໃໝ່​ໃດໆ​ແກ່​ມຽນມາ ນັ້ນ ແມ່ນ​ຈະຂຶ້ນ​ຢູ່​ກັບ​ພວກ​ປະ​ເທດ​ສະມາຊິກ​ຂອງ​ທະນາຄານ ADB ຕະຫຼອດ​ທັງ​ການ​ສືບ​ຕໍ່​ໃນ​ການດໍາ​ເນີນ​ຂັ້ນ​ຕອນການ​ປະຕິ​ຮູບຂອງ​ປະ​ເທດດັ່ງກ່າວ ​ແລະ​ການ​ພົວພັນກັບ​ປະຊາ​ຄົມນາໆ​ຊາດ​.

ຍ້ອນ​ຄວາມ​ລະ​ເລີຍຫຼືບໍ່​ໄດ້​ມີ​ການ​ພົວພັນ​ມາ​ເປັນ​ເວລາ​ຫຼາຍ​ປີ ​ໄດ້​ເຮັດ ໃຫ້​ມຽນມາ​ຕ້ອງດິ້ນ
ຮົນ​ທາງ​ດ້ານ​ເສດຖະກິດ​. ADB ກ່າວ​ວ່າ ລາຍ​ໄດ້ຂອງປະຊາຊົນ​ມຽນມາ​ແມ່ນ​ປະມານ 715
​ໂດ​ລາ​ຕໍ່​ຫົວ​ຄົນ​ແລະ​ປະຊາ ຊົນ​ໃນ​ຈໍານວນ​ປະມານ 26 ​ເປີ​ເຊັນ​ ແມ່ນ​ດຳລົງ​ຊີວິດ​ຕໍ່າ​ກວ່າ​
ລະດັບ​ຄວາມທຸກ​ຈົນ​ຄື​ມີ​ລາຍ​ໄດ້​ບໍ່​ຮອດ 1 ​ໂດ​ລາກັບ 25 ​ເຊັນ​ຕໍ່​ມື້. ​ແຕ່​ເມື່ອໄວໆ​ມານີ້
​ພວກ​ນັກ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ​ພວກນັກ​ທ່ອງ​ທ່ຽວ ​ໄດ້​ເລີ້ມ​ລຸ​ລັ່ງ​ເຂົ້າ​ໃນ​ປະ​ເທດ
ດັ່ງກ່າວ ​ທີ່​ອຸດົມ​ຮັ່ງມີ​ດ້ວຍ​ແຫຼ່ງຊັບພະຍາກອນ ຊຶ່ງ​ແຕ່​ກ່ອນ​ເຄີຍ​ເປັນ​ສູນ​ກາງ​ການ​ຄ້າສໍາ
ລັບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ.

XS
SM
MD
LG