ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງນ້ອຍ 50 ຄົນເສຍຊີວິດ ໃນແຜ່ນດິນໄຫວ ຢູ່ມຽນມາ (ເບິ່ງຮູບສະລາຍດ໌)


ແຜ່ນດິນໄຫວ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ເຮືອນຊານບ້ານຊ່ອງ ທີ່ເມືອງ Tarlay ປະເທດມຽນມາ (25 ມີນາ 2011)
ແຜ່ນດິນໄຫວ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ເຮືອນຊານບ້ານຊ່ອງ ທີ່ເມືອງ Tarlay ປະເທດມຽນມາ (25 ມີນາ 2011)

ເຈົ້າໜ້າທີ່ມຽນມາກ່າວວ່າ ຈຳນວນຜູ້ເສຍຊີວິດຍ້ອນແຜ່ນ
ດິນໄຫວທີ່ມີຄວາມແຮງແທກໄດ້ 6.8 ໃນວັນພະຫັດວານ
ນີ້ ປັດຈຸບັນມີຢ່າງນ້ອຍ 50 ຄົນແລ້ວ.

ແຜ່ນດິນໄຫວດັ່ງກ່າວນີ້ ເກີດຂຶ້ນຢູ່ໃນ ພາກຕາເວັນອອກ
ຂອງມຽນມາ ໃນບໍລິເວນໃກ້ໆຊາຍແດນໄທແລະລາວ ຊຶ່ງ
ມີຈຸດສູນກາງ ປະມານ 90 ຫຼັກກິໂລແມັດຫ່າງຈາກເມືອງ
ຊຽງຣາຍຂອງໄທໄປທາງທິດເໜືອແລະໄດ້ສ້າງຄວາມເສຍ
ຫາຍແຕ່ພຽງເລັກນ້ອຍ. ພວກນັກຊ່ຽວຊານ ຂອງສະຫະ
ລັດກ່າວວ່າ ແຜ່ນດິນໄຫວທີ່ວ່ານີ້ ຢູ່ເລິກຈາກໜ້າດິນ ແຕ່
ພຽງ 10 ກິໂລແມັດ.

ເຈົ້າໜ້າທີ່ມຽນມາກ່າວວ່າ ມີຕຶກອາຄານຫຼາຍກວ່າ 100
ຫຼັງໄດ້ຖືກທຳລາຍຍ້ອນເຫດແຜ່ນດິນໄຫວໃນຄັ້ງນີ້.

ທີ່ປະເທດໄທ ມີແມ່ຍິງຄົນນຶ່ງເສຍຊີວິດ ຍ້ອນຝາເຮືອນຂອງ
ລາວພັງລົງທັບ.

ສ່ວນທີ່ປະເທດລາວ ອົງການຂ່າວຊິນຫົວລາຍງານວ່າ ແຜ່ນດິນໄຫວຄັ້ງນີ້ໄດ້ສ້າງຄວາມສັ່ນ ສະເທືອນໃຫ້ແກ່ແຂວງບໍ່ແກ້ວແລະແຂວງຫຼວງນໍ້າທາ ແຕ່ຍັງບໍ່ມີລາຍງານວ່າ ມີຜູ້ຄົນໄດ້ຮັບ
ບາດເຈັບລົ້ມຕາຍເທື່ອ.

ຊິນຫົວໄດ້ອ້າງຖະແຫຼງຂ່າວສະບັບນຶ່ງທີ່ອອກໃນວັນສຸກມື້ນີ້ ຂອງໜ່ວຍຄຸ້ມຄອງຊັບພະຍາ
ກອນນໍ້າແລະສິ່ງແວດລ້ອມ ກົມອຸຕຸນິຍົມວິທະຍາ ແລະອຸທົກກະສາດຂອງລາວ ທີ່ກ່າວວ່າ ແຜ່ນດິນໄຫວໄດ້ເກີດຂຶ້ນໃນເວລາ 20 ໂມງກັບ 25 ນາທີ ຕາມເວລາທ້ອງຖິ່ນ.

ຖະແຫຼງຂ່າວຂອງລາວເວົ້າວ່າ ປະຊາຊົນທີ່ອາໄສຢູ່ໃນແຂວງບໍ່ແກ້ວແລະຫຼວງນໍ້າທາໃນພາກ
ເໜືອຂອງລາວ ຮູ້ສຶກວ່າໄດ້ເກີດແຜ່ນດິນໄຫວ ຫຼືແຜ່ນດິນສັ່ນສະເທືອນ ແຕ່ບໍ່ມີລາຍງານວ່າ ໄດ້ເກີດຄວາມເສຍຫາຍຫຼືມີຜູ້ບາດເຈັບລົ້ມຕາຍ ຢູ່ໃນເຂດ ທີ່ມີປະຊາຊົນອາໄສຢູ່ບໍ່ໜາແໜ້ນ
ປານໃດຂອງລາວດັ່ງກ່າວ.

ຖະແຫຼງຂ່າວຂອງລາວເວົ້າຕື່ມ ແຜ່ນດິນໄຫວທີ່ມີຄວາມແຮງຕໍ່າກວ່າ 5.0 ຣິກເຕີ້ມັກເກີດ
ຂຶ້ນເລື້ອຍໆ ຢູ່ໃນພາກເໜືອຂອງລາວ ຄືແຕ່ປີ 2009 ຫາ 2011 ນີ້ໄດ້ເກີດຂຶ້ນຫຼາຍກວ່າ
30 ເທື່ອແລ້ວ.

ໃນວັນທີ 16 ພຶດສະພາປີ 2007 ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 6.1 ໄດ້ເກີດຂຶ້ນ
ໃນພາກເໜືອຂອງລາວແລະໄດ້ສັ່ນສະເທືອນໄປເຖິງແຂວງຢຸນນານຂອງຈີນ ນະຄອນຫຼວງ
ຮ່າ ໂນ່ຍຂອງຫວຽດນາມ ແລະບາງກອກ ນະຄອນຫຼວງຂອງໄທ.

XS
SM
MD
LG