ກຸ່ມອາຊຽນກ່າວວ່າ ຕົນຕຽມພ້ອມທີ່ຈະໃຫ້ການຊ່ອຍເຫລືອແກ່ມຽນມາ ຊຶ່ງເປັນປະເທດສະມາຊິກຂອງກຸ່ມດ້ວຍກັນ ຫລັງຈາກເກີດໄພແຜ່ນດິນໄຫວທີ່ມີຄວາມແຮງ 6.8 ຣິກເຕີ ທີ່ເປັນອັນຕະລາຍເຖິງຂັ້ນເສຍຊີວິດໃນສັບປະດາຜ່ານມາທີ່ປະທະເຂດນຶ່ງໃນພາກຕາເວັນອອກຂອງມຽນມານັ້ນ.
ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ກຸ່ມອາຊຽນ ກ່າວ
ວ່າ ລັດຖະບານມຽນມາສາມາດດໍາເນີນການໄດ້ຢ່າງໄວ ຫລັງຈາກໄດ້ເກີດໄພແຜ່ນດິນໄຫວແລ້ວ ໂດຍທໍາການສົ່ງເຂົ້າປາອາຫານ ຢຸກຢາປົວພະຍາດ ຜ້າຫົ່ມຜ້າຟາ ເຄື່ອງ
ນຸ່ງຫົ່ມແລະປັດໄຈບັນເທົາທຸກອື່ນໆ. ແຕ່ທ່ານສຸຣິນກ່າວວ່າ ທາງກຸ່ມອາຊຽນໄດ້ກຽມພ້ອມ
ແລ້ວທີ່ຈະໃຫ້ການຊ່ອຍເຫລືອແກ່ມຽນມາ ໃນອີກຫລາຍມື້ແລະຫລາຍສັບປະດາຕໍ່ໜ້ານີ້.
ທ່ານສຸຣິນກ່າວຖ້ອຍຖະແຫລງດັ່ງກ່າວໃນລະຫວ່າງການພົບປະກັນໃນວັນຈັນວານນີ້ກັບທ່ານ U Nyan Lynn ຜູ້ຕາງໜ້າມຽນມາປະຈໍາກຸ່ມອາຊຽນ ທີ່ກຸງຢາກາກຕາ ນະຄອນຫລວງຂອງອິນໂດເນເຊຍນັ້ນ.
ກຸ່ມອາຊຽນກ່າວວ່າ ປະຊາຊົນ 74 ຄົນເສຍຊີວິດ ແລະບາດເຈັບ 120 ຄົນໃນໄພແຜ່ນດິນ
ໄຫວດັ່ງກ່າວ ຊຶ່ງໄດ້ເກີດຂຶ້ນໃນບໍລິເວນຊາຍແດນຕິດກັບເຂດພາກເໜືອຂອງໄທໃນວັນພະ
ຫັດຜ່ານມານີ້.
ຂົງເຂດທີ່ຖືກປະທະໜັກທີ່ສຸດແມ່ນຢູ່ໃນເມືອງທ່າຂີ້ເຫລັກ ເມືອງ Tarlay ແລະເມືອງ Mong Lin ທັງໝົດແມ່ນຢູ່ໃນລັດ Shan.
ຮູບພາບຕ່າງໆໄດ້ສະແດງໃຫ້ເຫັນພວກຕຶກອາຄານເພພັງລົງຈໍາດິນແລະຖະໜົນຫົນທາງຂາດອອກເປັນສອງຕ່ອນເວລາຂີ້ດິນແຕກຍະໄປ ໃນລະຫວ່າງເກີດໄພແຜ່ນດິນໄຫວນັ້ນ.
ການສັ່ນສະເທືອນຂອງແຜ່ນດິນໄຫວຄັ້ງນີ້ແມ່ນຮູ້ສຶກໄປໄກຮອດກຸງຮາໂນຍນະຄອນຫລວງ
ຫວຽດນາມແລະບາງກອກ ນະຄອນຫລວງຂອງໄທ.