ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ຕ່າງປະເທດ ນິວຊີແລນ ຢ້ຽມຢາມ ມຽນມາ


ທ່ານເມີເຣ ແມັກຄັລລີ ລັດຖະມົນຕີຕ່າງປະເທດນິວຊີແລນ(ຂ້າງຊ້າຍ) ແລະທ່ານນາງອອງຊານຊູຈີ ຜູ້ນໍາປະ ຊາທິປະໄຕໃນມຽນມາ ກ່າວຕໍ່ບັນດານັກຂ່າວ ຫລັງຈາກພົບປະກັນທີ່ບ້ານພັກຂອງທ່ານນາງໃນນະຄອນຢ້າງ ກຸ້ງ, ມຽນມາ.
ວັນທີ 7 ມີນາ 2012.
ທ່ານເມີເຣ ແມັກຄັລລີ ລັດຖະມົນຕີຕ່າງປະເທດນິວຊີແລນ(ຂ້າງຊ້າຍ) ແລະທ່ານນາງອອງຊານຊູຈີ ຜູ້ນໍາປະ ຊາທິປະໄຕໃນມຽນມາ ກ່າວຕໍ່ບັນດານັກຂ່າວ ຫລັງຈາກພົບປະກັນທີ່ບ້ານພັກຂອງທ່ານນາງໃນນະຄອນຢ້າງ ກຸ້ງ, ມຽນມາ. ວັນທີ 7 ມີນາ 2012.

ລັດຖະມົນຕີ​ການ​ຕ່າງປະ​ເທດນິວຊີ​ແລນ​ດ໌ ​ໄດ້ຮຽກຮ້ອງ​ໃຫ້ມຽນມາສືບ​ຕໍ່​ທໍາ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ​ຕໍ່​ໄປ​ໃນ​ຂະນະ​ທີ່​ທ່ານ​ມ້ວນທ້າຍການຢ້ຽມຢາມ​ເປັນ​ເວລາ​ສອງ​ມື້ປະ​ເທດທີ່​ເຄີຍ​ຢູ່​ຢ່າງ​ໂດດດ່ຽວ​ແຫ່ງ​ນັ້ນ.

ທ່ານ ​ເມີ​ເຣ ​ແມັກ​ຄັລລີ​ (Murray McCully) ຊຶ່ງ​ເປັນ​ນັກ​ການ​ທູດ​ຕ່າງປະ​ເທດ​ຄົນ​ຫລ້າ​ສຸດ ທີ່​ໄດ້​ໄປ​ຢ້ຽມຢາມ​ມຽນມາ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າມຽນມາ​ຄວນ​ສືບ​ຕໍ່​ສະ​ແຫວ​ງຫາ​ຄວາມ​ກ້າວໜ້າ​ໂຕ​ຈິງຈາກ​ການ​ປ່ຽນ​ແປງ​ຕ່າງໆ ທີ່​ພວມ​ດໍາ​ເນີນ​ໄປ​ຢູ່​ເວລາ​ນີ້.

ໃນ​ວັນ​ພຸດ​ມື້​ນີ້ ທ່ານ​ແມັກ​ຄັລລີ​ໄດ້​ພົບ​ປະກັບທ່ານ​ນາງ​ອອງ ຊາ​ນຊູ​ຈີຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ທີ່​ໄດ້​ກ່າວ​ຂອບ​ໃຈ​ທ່ານ ສໍາ​ລັບ​ການສະໜັບສະ​ໜຸນ​ຕ່າງໆ​ຂອງ​ນິວຊີ​ແລນ.

ນອກ​ນັ້ນ ທ່ານ​ຍັງ​ໄດ້​ພົບ​ປະ​ກັບປະທານາທິບໍດີ ທຽນ ​ເຊ​ນ ຢູ່​ນະຄອນຫລວງ​ເນ​ປີ​ຕໍ ຊຶ່ງ​ຢູ່​ທີ່​ນັ້ນ ທັງ​ສອງ​ປະ​ເທດ​ໄດ້​ຕົກລົງ​ທີ່​ຈະ​ສົ່ງ​ເສີມ​ສາຍ​ພົວພັນແລະ​ການ​ຮ່ວມ​ມື​ສອງ​ຝ່າຍ. ​ເປັນ​ທີ່​ເຊື່ອ​ກັນ​ວ່າ ນີ້​ເປັນ ການ​ຢ້ຽມຢາມ​ມຽນມາ​ເທື່ອ​ທໍາ​ອິດ ຂອງ​ລັດຖະມົນຕີ​ຕ່າງປະ​ເທດຄົນ​ນຶ່ງ​ຂອງ​ນິວຊີ​ແລນ.

ໃນ​ວັນ​ພະຫັດ​ມື້​ອື່ນ​ນີ້ ທ່ານ John Baird​ ກໍ​ຈະ​ໄດ້​ເປັນລັດຖະມົນຕີ​ຕ່າງປະ​ເທດຄົນ​ທໍາ​ອິດ​ຂອງກາ​ນາ​ດາ ຄື​ກັນ ທີ່​ຈະໄປ​ຢ້ຽມຢາມ​ມຽນມາ ຊຶ່ງທ່ານ​ຈະ​ໄດ້​ພົບ​ກັບຫາລື​ກັບປະທາ​ນາ​ທິບໍດີ ທຽນ ​ເຊ​ນ ​ແລະ​ເຈົ້າ​ໜ້າ​ທີ່​ອື່ນໆ​ຂອງ​ມຽນມາ.

XS
SM
MD
LG