ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດມຽນມາ ອີກຄົນນຶ່ງ ໂຕນໜີຈາກໜ້າທີ່


ທ່ານ Soe Aung ເລຂາເອກຂອງສະຖານທູດມຽນມາ (14 ກໍລະກົດ 2011)
ທ່ານ Soe Aung ເລຂາເອກຂອງສະຖານທູດມຽນມາ (14 ກໍລະກົດ 2011)

ນັກການທູດມຽນມາຄົນນຶ່ງ ທີ່ປະຈຳການຢູ່ທີ່ກຸງວໍຊິງຕັນໄດ້ໂຕນໜີຈາກໜ້າທີ່ ຊຶ່ງເປັນບຸກ
ຄົນທີ 2 ທີ່ໄດ້ໂຕນໜີ ພາຍໃນໄລຍະເວລາບໍ່ຮອດ 2 ອາທິດ.

ທ່ານ Soe Aung ກ່າວຕໍ່ວີໂອເອ ພະແນກພາສາມຽນມາວ່າ ທ່ານໄດ້ສົ່ງຈົດໝາຍສະບັບ
ນຶ່ງໄປຫາກະຊວງການຕ່າງປະເທດສະຫະລັດ ໃນຕອນເຊົ້າຂອງມື້ວັນພຸດວານນີ້ ​ແຈ້ງ​ໃຫ້​ຊາບກ່ຽວກັບການຕັດສິນໃຈຂອງທ່ານ ທີ່ຈະໂຕນໜີນັ້ນ. ທ່ານ​ Soe Aung ເປັນເລຂາ
ເອກຂອງສະຖານທູດມຽນມາໄດ້ຖືກສົ່ງມາປະຈຳການໃນປີ 2008.

ນັກການທູດອາຊີບທ່ານນີ້ ກ່າວຕໍ່ວີໂອເອວ່າທ່ານຢ້ານວ່າທ່ານເອງແລະຄອບຄົວຈະບໍ່ມີ
ຄວາມປອດໄພ ຍ້ອນທ່ານໄດ້ຖືກເອີ້ນໃຫ້ກັບຄືນປະເທດ ເພື່ອສອບສວນກ່ຽວກັບການ
ໂຕນໜີຂອງນັກການທູດມຽນມາອີກຄົນນຶ່ງໃນສັບປະດາແລ້ວ.

ທ່ານກ່າວວ່າ ນັກການທູດມຽນມາອີກ 2 ຄົນ ທີ່ໄດ້ກັບຄືນປະເທດເມື່ອໄວໆມານີ້ຫລັງ​
ຈາກ​ໝົດ​ກໍານົດປະຈຳການຢູ່ກຸງວໍຊິງຕັນກໍກໍາລັງ​ຖືກສືບສວນ.

ທ່ານ Kyaw Win ຮອງຫົວໜ້າຂອງສະຖານທູດມຽນມາໄດ້ລາອອກໃນສັບປະດາແລ້ວ
ແລະກໍໄດ້ໂຕນໜີ. ທ່ານກ່າວຕໍ່ວີໂອເອພະແນກພາສາມຽນມາວ່າທ່ານເຊື່ອວ່າໄດ້ມີການ
ຖິ້ມໂທດໃສ່ທ່ານ Soe Aung ແລະນັກການທູດຝ່າຍພົນລະເຮືອນ ຄົນອື່ນໆ ກ່ຽວກັບ
ການໂຕນໜີຂອງທ່ານ ຍ້ອນ​ວ່າພວກນັກການທູດເຫຼົ່ານີ້ ເປັນລູກນ້ອງຂອງທ່ານ ແລະ
ທ່ານກ່າວຕື່ມວ່າພວກນັກການທູດທີ່ເປັນທະຫານແລະອະດີດທະຫານທີ່ປະຈຳຢູ່ສະຖານ
ທູດບໍ່ໄດ້ຖືກສືບສວນເລີຍ.

ທ່ານກ່າວວ່າ ໄດ້ມີການຈຳແນກກີດກັນມາ​ເປັນ​ລະບົບ ຕໍ່ພວກນັກການທູດທີ່ ເປັນພົນ
ລະເຮືອນຢູ່ສະຖານທູດຂອງມຽນມານັ້ນ.

ທ່ານ Kyaw Win ກ່າວວ່າ ທ່ານ​ໄດ້ຫວັງວ່າ ລຸນຫຼັງທີ່ໄດ້ມີການເລືອກຕັ້ງໃນປີກາຍນີ້
ແລ້ວ ພວກທະຫານໃນມຽນມາຈະຜ່ອນເບົາການກຳອຳນາດຂອງຕົນລົງແລະປັບປຸງປະ ວັດໃນການເຄົາລົບນັບຖືສິດທິມະນຸດ ແຕ່ທ່ານເວົ້າວ່າ ສະຖານະ ການດ້ານສິດທິມະນຸດ
ແມ່ນໄດ້ຊຸດໂຊມລົງກວ່າເກົ່າ ໂດຍສະເພາະແລ້ວໃນເຂດທີ່ສອກຫຼີກຫ່າງໄກ.

XS
SM
MD
LG