ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາໄດ້ຮັບ ການຍົກເລີກໜີ້ສິນ ຫລາຍພັນລ້ານໂດລາ ຈາກນາໆຊາດ


ຕະຫລາດແຫ່ງນຶ່ງໃນມຽນມາ ທີ່ໄດ້ຮັບການຍົກເລີກໜີ້ສິນ ຈໍານວນຫລາຍພັນລ້ານໂດລາ ຈາກນາໆຊາດ ທີ່ໃຫ້ກູ້ຢືມເງິນໃນອະດີດຜ່ານມາ.
ຕະຫລາດແຫ່ງນຶ່ງໃນມຽນມາ ທີ່ໄດ້ຮັບການຍົກເລີກໜີ້ສິນ ຈໍານວນຫລາຍພັນລ້ານໂດລາ ຈາກນາໆຊາດ ທີ່ໃຫ້ກູ້ຢືມເງິນໃນອະດີດຜ່ານມາ.
ມຽນມາປະກາດວ່າ ຕົນໄດ້ບັນລຸຂໍ້ຕົກລົງກັບນາໆຊາດທີ່ໃຫ້ກູ້ຢືມ
ເງິນ ກ່ຽວກັບການຍົກເລີກໜີ້ສິນ ຈໍານວນຫລາຍພັນລ້ານໂດລາ
ຊຶ່ງເປັນການແຜ້ວ ທາງໃຫ້ມຽນມາ ສາມາດທີ່ຈະໄດ້ຮັບການ
ຊ່ວຍເຫລືອໃໝ່ຈາກສາກົນ ເພື່ອ ເອົາມາເລີ້ມຕົ້ນພັດທະນາເສດ
ຖະກິດທີ່ຊຸດໂຊມຂອງຕົນໄດ້.

ມຽນມາໄດ້ປະກາດໃນວັນຈັນມື້ນີ້ວ່າ ກຸ່ມ Paris Club ຊຶ່ງເປັນ
ກຸ່ມປະເທດ ໃຫ້ກູ້ຢືມເງິນທີ່ບໍ່ເປັນທາງການກຸ່ມນຶ່ງ ໄດ້ເຫັນພ້ອມ
ນໍາກັນໃນກອງປະຊຸມທີ່ ຈັດຂຶ້ນໃນວັນສຸກຜ່ານມາ ທີ່ຈະຍົກເລີກ ເງິນກູ້ທີ່ບໍ່ສາມາດຈ່າຍຄືນໄດ້ ໃນ ຈໍານວນປະມານ 6 ພັນລ້ານ
ໂດລາໃຫ້ແກ່ມຽນມາ. ພ້ອມກັນນັ້ນ ອິງ ຕາມ ຄໍາຖະແຫລງຂອງ
ລັດຖະບານມຽນມາ ຍີ່ປຸ່ນກໍໄດ້ຮັບປາກທີ່ຈະໃຫ້ເງິນກູ້ຢືມໄລຍະ
ສັ້ນເພື່ອຊ່ວຍມຽນມາ ຊໍາລະໜີ້ສິນທີ່ຄ້າງຄາກັບທະນາຄານ
ໂລກ ແລະທະນາຄານພັດທະນາເອເຊຍ ອີກດ້ວຍ.

ມຽນມາໄດ້ຍຸດເຊົາຈ່າຍໜີ້ເກົ່າຂອງຕົນໃນທ້າຍຊຸມປີ 1980 ຊຶ່ງໄດ້ເຮັດໃຫ້ປະເທດດັ່ງກ່າວ ບໍ່ສາມາດທີ່ຈະກູ້ຢືມເງິນກ້ອນໃໝ່ເພື່ອການພັດທະນາໄດ້. ການເຄື່ອນໄຫວອັນຫລ້າສຸດນີ້ ຈະອະນຸຍາດໃຫ້ມຽນມາ ໄດ້ຮັບການຊ່ວຍເຫລືອດ້ານການເງິນສໍາລັບໂຄງການພັດທະນາ
ຕ່າງໆ ເພີ້ມຂຶ້ນ.

ລັດຖະມົນຕີກະຊວງການເງິນ ທ່ານ Win Shein ເວົ້າວ່າ ເງິນຊ່ວຍເຫລືອຈາກແຫລ່ງ ຕ່າງໆ ທີ່ໄດ້ຮັບຍ້ອນມີການລົບລ້າງໜີ້ສິນນັ້ນ ຈະຖືກ ນໍາເອົາໄປໃຊ້ໃນໂຄງການພັດທະ ນາ ແລະການຫລຸດຜ່ອນຄວາມທຸກຍາກ. ກຸ່ມ Paris Club ໄດ້ຕົກລົງກັນ ໃນວັນສຸກ ຜ່ານມາ ທີ່ຈະຍົກເລີກເຄິ່ງ ນຶ່ງຂອງຈໍນວນເງິນກູ້ທີ່ບໍ່ໄດ້ຈ່າຍຄືນນັ້ນ ໃຫ້ແກ່ມຽນມາ ແລະ ໄດ້ຈັດກໍານົດເວລາຈ່າຍໜີ້ຄືນໃໝ່ສໍາລັບໜີ້ທີ່ຍັງເຫລືອໃຫ້ໃຊ້ພາຍໃນ 15 ປີ ຕໍ່ໜ້າ.

ມຽນມາໄດ້ຜ່ານຜ່າການປະຕິຮູບທາງການເມືອງຢ່າງຫລວງຫລາຍ ໃນຊຸມປີຜ່ານມາມໍ່ໆນີ້ ຊຶ່ງໄດ້ພາໃຫ້ມີການຜ່ອນຜັນການລົງໂທດຈາກບັນດາປະເທດຕາເວັນຕົກ ແລະການດໍາ
ເນີນຄວາມພະຍາຍາມເພື່ອເຮັດວຽກຮ່ວມກັນຢ່າງໃກ້ຊິດຂຶ້ນ ກັບລັດຖະບານໃໝ່ຂອງ ມຽນມາ.
XS
SM
MD
LG