ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງຊູຈີຮ້ອງຂໍຕໍ່ ກອງປະຊຸມເສດຖະກິດໂລກ


ກອງປະຊຸມວ່າດ້ວຍເສດຖະກິດໂລກ ທີ່ເມືອງ Davos ປະເທດ Switzerland
ກອງປະຊຸມວ່າດ້ວຍເສດຖະກິດໂລກ ທີ່ເມືອງ Davos ປະເທດ Switzerland

ຜູ້ນຳປະຊາທິປະໄຕມຽນມາທ່ານ
ນາງອອງຊານຊູຈີ ຮຽກຮ້ອງໃຫ້
ພວກຜູ້ນຳຂອງໂລກແລະຫົວໜ້າ
ຄະນະບໍລິຫານທຸລະກິດທີ່ກຳລັງ
ປະຊຸມກັນຢູ່ເມືອງ Davos ປະເທດ Switzerland ຊຸກຍູ້ປະຊາທິປະໄຕແລະການເຕີບໂຕ ຂອງເສດຖະກິດຢູ່ໃນປະເທດຂອງທ່ານນາງ.

ໃນຄຳປາໄສທີ່ມີການອັດລ່ວງໜ້າແລ້ວນຳໄປເປີດທີ່ກອງປະຊຸມເສດຖະກິດໂລກ ໃນມື້ວານນີ້ ທ່ານນາງອອງຊານຊູຈີກ່າວວ່າ ປະຊາຊົນຊາວມຽນມາ ຕ້ອງການຢາກເປັນພາກສ່ວນຂອງ
ປະຊາຄົມໂລກ.

ທ່ານນາງເວົ້າວ່າ ສ່ວນໃຫຍ່ຂອງປະຊາກອນມຽນມາຈຳນວນ 55 ລ້ານຄົນໄດ້ ຖືກປະປ່ອຍ
ໄວ້ຢູ່ຂ້າງຫຼັງຂະນະທີ່ໂລກພວມກ້າວໄປຂ້າງໜ້າຢ່າງວ່ອງໄວແລະມຽນມາຍັງສືບຕໍ່ປະສົບກັບ
ບັນຫາຂັດແຍ້ງທາງດ້ານການເມືອງ. ທ່ານນາງອອງຊານຊູຈ ີກ່າວວ່າ ທັງໆທີ່ມຽນມາອຸດົມ ສົມບູນໄປດ້ວຍຊັບຍາກອນທຳມະຊາດ ແຕ່ການພັດທະນາຢູ່ໃນປະເທດດັ່ງກ່າວ ແມ່ນຍັງລ້າ
ຫຼັງບັນດາປະເທດເພື່ອນບ້ານ.

ທ່ານນາງໄດ້ຮຽກຮ້ອງ ໃຫ້ມີການລົງທຶນໃນດ້ານເທັກໂນໂລຈີແລະໂຄງລ່າງພື້ນ ຖານແລະ ພ້ອມດຽວກັນກໍຮຽກຮ້ອງໃຫ້ພວກທີ່ອາດຈະມາລົງທຶນໃຫ້ການເຄົາລົບ ນັບຖືສິດທິມະນຸດ ແລະປົກປັກຮັກສາສະພາບແວດລ້ອມ.

ຂະນະດຽວກັນ ທ່ານນາງກໍຮັບຮູ້ວ່າຖ້າຫາກບໍ່ມີສະຖຽນລະພາບທາງດ້ານການເມືອງແລະ ການສ້າງຄວາມປອງດອງຊາດຢູ່ໃນມຽນມາແລ້ວ ປະເທດດັ່ງກ່າວກໍອາດຈະບໍ່ສາມາດຮວມ ໂຕເຂົ້າຢູ່ໃນປະຊາຄົມໂລກໄດ້ຢ່າງເຕັມທີ່.

ໃນຕອນເຊົ້າວານນີ້ສານອຸທອນພິເສດຂອງມຽນມາໄດ້ປະຕິເສດຕໍ່ການຂໍອຸທອນຂອງທ່ານ
ນາງອອງຊານຊູຈີທີ່ຢາກໃຫ້ຄືນຖານະເດີມໃຫ້ແກ່ພັກການເມືອງຂອງທ່ານນາງຫຼັງຈາກພັກ
ດັ່ງກ່າວ ໄດ້ຖືກຍຸບໃນປີກາຍ ຍ້ອນໄດ້ປະຕິເສດບໍ່ຍອມໄປຈົດທະບຽນ ເພື່ອເຂົ້າຮ່ວມການ
ເລືອກຕັ້ງແຫ່ງຊາດ.

XS
SM
MD
LG