ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຢູ ສະໜັບສະໜຸນ ການຕັດສິນໃຈຂອງມຽນມາ ທີ່ໂຈະການສ້າງເຂື່ອນ


ຊາວມຽນມາທີ່ອາໄສຢູ່ໃນມາເລເຊຍຮ້ອງຄໍາຂວັນຕ່າງໆໃນລະຫວ່າງ
ການປະທ້ວງຄັດຄ້ານຕໍ່ໂຄງການ ສ້າງເຂື່ອນໄຟຟ້າພະລັງນໍ້າ Myitsone ໃນແມ່ນໍ້າອິຣາວັດດີໃນມຽນມາ.
ວັນທີ 30 ກັນຍາ 2011.
ຊາວມຽນມາທີ່ອາໄສຢູ່ໃນມາເລເຊຍຮ້ອງຄໍາຂວັນຕ່າງໆໃນລະຫວ່າງ ການປະທ້ວງຄັດຄ້ານຕໍ່ໂຄງການ ສ້າງເຂື່ອນໄຟຟ້າພະລັງນໍ້າ Myitsone ໃນແມ່ນໍ້າອິຣາວັດດີໃນມຽນມາ. ວັນທີ 30 ກັນຍາ 2011.

ສະຫະພາບ​ຢູ​ໂຣບ ຫລື ອີ​ຢູ ​ໄດ້ເພີ່ມ​ສຽງ​ສະໜັບສະໜຸນ​ຂອງ​ຕົນເຂົ້າ​ໃສ່​ກັບ​ບັນດາ​ຜູ້ທີ່​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ການ​ຕັດສິນ​ໃຈ​ຂອງ​ລັດ ຖະບານ​ມຽນມາ​ ທີ່ໂຈະ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າທີ່​ເປັນ​ບັນຫາ​ໂຕ້​ແຍ້ງກັນໄວ້​ກ່ອນນັ້ນ​.

ໂຄສົກ​ປະ​ຈໍາ​ທ່ານ​ນາງ Catherine Ashton ຜູ້ຕາງໜ້າ​ລະດັບ​ສູງ​ຂອງສະຫະພາບ​ຢູ​ໂຣບ​ ກ່າວ​ວ່າ ອີ​ຢູຮູ້ສຶກມີ​ກໍາລັງ​ໃຈ​ທີ່ໄດ້​ເຫັນ​ຄະນະນໍາພາ​ຂອງ​ມຽນມາ​ເລີ້ມ​ທໍາ​ການ​ເຄື່ອນ​ໄຫວ​ຕາມ​ຄໍາໝັ້ນ​ສັນຍາ​ທີ່​ໄດ້​ໃຫ້​ໄວ້​ ທີ່​ວ່າ​ຈະ​ເປັນ​ລັດຖະບານ​ຂອງ​ປະຊາຊົນ​ນັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາແລະສະຫະລັດ​ ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ການ​ຕັດສິນ​ໃຈ​ດັ່ງກ່າວ​ນີ້​ເຊ່ນ​ກັນ ​ໂດຍ​ກ່າວ​ວ່າ ມັນສະ​ແດງ​ໃຫ້​ເຫັນຄວາມ​ເຕັມ​ໃຈຂອງ​ລັດຖະບານ​ເພື່ອ​ຕອບ​ສະໜອງ​ຕໍ່​ຄວາມປາດ​ຖະໜາ​ຂອງ​ປະຊາຊົນ​ສາມັນນັ້ນ. ແຕ່​ຈີນ​ໄດ້​ຮຽກຮ້ອງໄປ​ຍັງມຽນມາ​ໃຫ້​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ພວກ​ບໍລິສັດ​ຈີນ​ທີ່​ພົວພັນ​ໃນ​ໂຄງການ​ກໍ່ສ້າງ​ເຂື່ອນ​ດັ່ງກ່າວ.

XS
SM
MD
LG