ລັດຖະບານມຽນມາກ່າວວ່າ ຕົນຈະທໍາການປັບປຸງລະບົບເງິນຕາຂອງຕົນຢ່າງໃຫຍ່ ອັນ
ເປັນພາກສ່ວນຂອງໂຄງການສ້າງສາເສດຖະກິດຂອງປະເທດຊາດໃຫ້ກ້າວໜ້າທັນສະໄໝ.
ໜັງສືພິມທາງການ New Light of Myanmar ລາຍງານເມື່ອວັນພຸດມື້ນີ້ວ່າ ທະນາຄານ
ກາງຂອງມຽນມາ ຈະມີການຈັດຕັ້ງປະຕິບັດອັດຕາແລກປ່ຽນລອຍຕົວ ໃນວັນທີ່ນຶ່ງເດືອນ
ເມສານີ້ ຊຶ່ງເປັນມື້ດຽວກັນກັບການເລືອກຕັ້ງພິເສດ ເອົາສະມາຊິກສະພາແຫ່ງຊາດ. ໜັງ
ສືພິມສະບັບນີ້ ເວົ້າອີກວ່າ ລະບົບແລກປ່ຽນໃໝ່ນີ້ ຈະອໍານວຍໃຫ້ຄ່າເງິນ kyat ຂອງ
ມຽນມາຖືກກຳນົດໂດຍເງື່ອນໄຂຂອງອຸບປະສົງແລະອຸບປະທານໃນຕະຫລາດການແລກ
ປ່ຽນເງິນຕາ.
ໜັງສືພິມ New Light of Myanmar ເວົ້າອີກວ່າ ລັດຖະບານຈະລວມ ເອົາອັດຕາການ
ແລກປ່ຽນທີ່ແຕກຕ່າງກັນໄປຂອງປະເທດນັ້ນ ໃຫ້ເປັນອັນນຶ່ງອັນດຽວກັນໝົດ.
ປັດຈຸບັນນີ້ ຄ່າເງິນ kyat ມີອັດຕາແລກປ່ຽນຕັ້ງໄວ້ແບບຕາຍໂຕຄື 6.4 kyat ຕໍ່ນຶ່ງໂດລາ
ຊຶ່ງນັບວ່າຕໍ່າກວ່າອັດຕາໃນຕະຫລາດມືດຫລາຍທີ່ສຸດ ຄືປະມານ 800 kyat ຕໍ່ນຶ່ງໂດລາ
ນັ້ນ.
ບັນຫາເງິນຕາກໍແມ່ນນຶ່ງຢູ່ໃນຫລາຍໆຢ່າງຂອງຄວາມພະຍາຍາມປະຕິຮູບ ທີ່ກໍາລັງດໍາ
ເນີນການໂດຍລັດຖະບານພົນລະເຮືອນ ແຕ່ພຽງໃນນາມຂອງມຽນມາທີ່ໄດ້ເຂົ້າມາບໍລິ
ຫານປະເທດເມື່ອປີຜ່ານມາ ຫລັງຈາກຖືກປົກຄອງໂດຍຝ່າຍທະຫານມາເປັນເວລາດົນ
ນານນັ້ນ. ການປ່ຽນແປງຕ່າງໆກໍມີໂຮມທັງ ໃຫ້ເສລີພາບໃນການອອກຂ່າວຫຼາຍຂຶ້ນ
ກວ່າເກົ່າ ທໍາການເຈລະ ຈາກັບທ່ານນາງອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕ ແລະອະນຸ
ຍາດໃຫ້ທ່ານນາງແລະຄະນະພັກການເມືອງຂອງທ່ານນາງ ຄືພັກສັນນິບາດແຫ່ງຊາດ
ເພື່ອປະຊາທິປະໄຕ ເຂົ້າປະກອບສ່ວນໃນການແຂ່ງຂັນຢູ່ໃນການເລືອກຕັ້ງພິເສດທີ່ຈະ
ມາເຖິງນີ້.