ສື່ຂອງມຽນມາລາຍງານວ່າ ລັດຖະບານໄດ້ຮ້ອງຂໍໄປຍັງທາງອົງການ ກອງທຶນສາກົນ
ໃຫ້ຊ່ວຍປະຕິຮູບລະບົບເງິນຕາຕ່າງປະເທດທີ່ສະລັບຊັບຊ້ອນ ທີ່ໄດ້ກາຍມາເປັນອຸບ
ປະສັກຂັດຂວາງການຈະເລີນເຕີບໂຕຂອງເສດຖະກິດນັ້ນ.
ເຈົ້າໜ້າທີ່ IMF ຫຼືທາງອົງການກອງທຶນສາກົນ ໄດ້ຍືຍຍັນຕໍ່ອົງການຂ່າວ Reuters
ໃນອາທິດນີ້ວ່າ ເຈົ້າໜ້າທີ່ຂອງຕົນຄະນະນຶ່ງຈະເດີນທາງໄປເຖິງມຽນມາ ໃນກາງ
ເດືອນຕຸລານີ້ ເພື່ອຊ່ອບເຫຼືອໃນການປະຕິຮູບດັ່ງກ່າວນີ້. ໂຄສົກຍິງຄົນນຶ່ງກ່າວວ່າ
ຄະນະເຈົ້າໜ້າທີ່ດັ່ງກ່າວ ຈະຊ່ອຍມຽນມາປ່ຽນແປງລະບົບໃຫ້ທັນສະໄໝຂຶ້ນ ແລະຍົກ
ເລີກຂໍ້ຈໍາກັດຮັດແຄບຕ່າງໆຕໍ່ການຊໍາລະ ເງິນແລະໂອນເງິນ ໃນການຊຶ້ຂາຍກັບ
ຕ່າງປະເທດນັ້ນ.
ມຽນມາຍັງຮັກສາອັດຕາແລກປ່ຽນທາງການຂອງຕົນຢູ່ໃນລະດັບ 6 kyates ຕໍ່ 1
ໂດລ່າສະຫະລັດ ສົມທຽບກັບອັດຕາສະເລ່ຍ 800 ຕໍ່ 1 ໃນຕະຫຼາດຂອງ ປະຊາຊົນ.
ນອກນີ້ແລ້ວ ມຽນມາຍັງມີອັດຕາແລກປ່ຽນທີ່ແຕກຕ່າງກັນສໍາລັບ ການຊື້ຂາຍປະເພດ
ຕ່າງໆ.
ການຈັດຕັ້ງລະບົບແລກປ່ຽນເງິນຕາໃໝ່ທີ່ມຽນມາສະເໜີຂຶ້ນມານີ້ ແມ່ນຈະເປັນນຶ່ງ
ໃນການປະຕິຮູບທາງເສດຖິກິດ ຢ່າງເປັນຮູບປະທໍາຂອງລັດຖະບານໃໝ່ ຂອງມຽນມາ
ຊຶ່ງໄດ້ເຂົ້າກໍາອໍານາດໃນທ້າຍເດືອນມີນາຜ່ານມາ ໂດຍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປັບ
ປຸງເສດຖະກິດໃຫ້ ທັນສະໄໝຂຶ້ນ.
ເຖິງແມ່ນວ່າ ຈະມີລັກສະນະເປັນພົນລະເຮືອນກໍຕາມ ແຕ່ລັດຖະບານໃໝ່ຂອງມຽນມາ
ກໍຍັງຄົງຢູ່ໃຕ້ການຄອບງໍາຂອງນາຍທະຫານທັງໃນປະຈຸບັນແລະອະດີດ ທີ່ມີການກ່ຽວ
ຂ້ອງພົວພັນຢ່າງໃກ້ຊິດກັບອະດີດລັດຖະບານທະຫານນັ້ນຢູ່.