ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກປ້ອງ ສິດທິມະນຸດ ປະນາມການຕໍ່ຕ້ານ ຊາວມຸສລິມ ຢູ່ມຽນມາ (ວີດິໂອ)


ຊາຍຜູ້ນຶ່ງຍ່າງຜ່ານບ້ານເຮືອນ ທີ່ຖືກເຜົາໄໝ້ ໃນໄລຍະທີ່ມີ ເຫດການກໍ່ຄວາມວຸ້ນວາຍ ໃນເມືອງ Meikhtila ໃນວັນທີ 23 ມີນາ 2013.
ຊາຍຜູ້ນຶ່ງຍ່າງຜ່ານບ້ານເຮືອນ ທີ່ຖືກເຜົາໄໝ້ ໃນໄລຍະທີ່ມີ ເຫດການກໍ່ຄວາມວຸ້ນວາຍ ໃນເມືອງ Meikhtila ໃນວັນທີ 23 ມີນາ 2013.
ກຸ່ມປົກປ້ອງສິດທິມະນຸດຊາວມຸສລິມ ໄດ້ປະນາມສິ່ງທີ່ພວກ
ເຂົາເຈົ້າເອີ້ນວ່າ ການໂຄສະນາຕໍ່ຕ້ານຊາວມຸສລິມ ແລະການ
ສັງຫານຊາວມຸສລິມແບບມີການຈັດແຈງກັນ ທີ່ນັບມື້ນັບເພີ້ມ
ຂຶ້ນຢູ່ໃນມຽນມາ.

ອົງການ Arakan Rohingya ແຫ່ງຊາດ ໄດ້ເຜີຍແຜ່ຖະແຫລງ
ການສະບັບນຶ່ງອອກມາ ໃນວັນເສົາວານນີ້ ເວົ້າວ່າ ຕໍາຫລວດ
ແລະກໍາລັງ ຮັກສາຄວາມສະຫງົບ ບໍ່ໄດ້ດໍາເນີນການໃດໆ ເພື່ອ
ຄວບຄຸມເຫດການວຸ້ນວາຍຢູ່ເມືອງນຶ່ງ ໃນເຂດພາກກາງຂອງ
ມຽນມາ ບ່ອນທີ່ຊາວພຸດ ແລະຊາວມຸສລິມ ໄດ້ປະທະກັນຫຼາຍໆ
ບັ້ນໃນອາທິດຜ່ານມາ ຊຶ່ງເຮັດໃຫ້ຢ່າງໜ້ອຍ 20 ຄົນເສຍຊີວິດ.

ໃນວັນເສົາວານນີ້ ທະຫານມຽນມາ ໄດ້ເຂົ້າຄວບຄຸມເມືອງ Meikhtila ທີ່ເພພັງເສຍຫາຍ
ຊຶ່ງຕັ້ງຫ່າງຈາກນະຄອນຫຼວງແຫ່ງການປົກຄອງ Naypyidaw ໄປທາງທິດເໜືອ ປະມານ 130 ກິໂລແມັດ.


ຄວາມຮຸນແຮງໄດ້ເລີ້ມຂື້ນໃນວັນພຸດແລ້ວນີ້ ເວລາເກີດການຜິດຖຽງກັນລະຫວ່າງລູກ
ຄ້າຊາວພຸດຄົນນຶ່ງ ແລະເຈົ້າຂອງຮ້ານຄ້າທີ່ເປັນຊາວມຸສລິມ ທີ່ໄດ້ແຜ່ລາມອອກໄປສູ່
ຖະໜົນຫົນທາງ. ຕົກມາເຖິງວັນສຸກວານນີ້ ທັງໝົດຄຸ້ມໄດ້ຖືກຈູດເຜົາໃຫ້ຮາບຄາບໄປ,
ວັດມຸສລິມໄດ້ກາຍເປັນຂີ້ເຖົ່າ ແລະພວກແກັ້ງຊາວພຸດ ແລະຊາວມຸສລິມ ໄດ້ພາກັນ
ຄວບຄຸມຖະໜົນຫົນທາງ.

ປະທານາທິບໍດີ Thein Sein ໄດ້ປະກາດພາວະສຸກເສີນຢູ່ໃນຂົງເຂດດັ່ງກ່າວ ໃນວັນ
ສຸກວານນີ້ ຊຶ່ງອະນຸຍາດໃຫ້ທະຫານເຄື່ອນກຳລັງເຂົ້າໄປ ແລະຮັກສາຄວາມສະຫງົບ
ທີ່ເຄັ່ງຕຶງ. ບັນດາພະນັກງານກູ້ໄພໄດ້ ພາກັນແຈກຢາຍອາຫານໃຫ້ແກ່ຊາວພຸດ ແລະ
ຊາວມຸລລິມ ແລະຊອກຫາບ່ອນຢູ່ອາໄສ ໃຫ້ແກ່ຜູ້ທີ່ບໍ່ມີບ່ອນຢູ່.

ການຈາລະຈົນທີ່ວ່ານີ້ ເປັນຄວາມວຸ້ນວາຍທາງສັງຄົມ ທີ່ຮ້າຍແຮງສຸດ ນັບແຕ່ໄດ້ ເກີດຄື້ນຟອງການປະທະກັນລະຫວ່າງຊາວພຸດແລະຊາວມຸສລິມ ຢູ່ທີ່ລັດ Rakhine ທາງພາກຕາເວັນຕົກຂອງປະເທດໃນປີກາຍນີ້ ທີ່ເຮັດໃຫ້ປະມານ 200 ຄົນເສຍຊີວິດ
ແລະຫລາຍກວ່າ 100,000 ບໍ່ມີທີ່ຢູ່ອາໄສ.

ເບິ່ງວີດິໂອກ່ຽວຂ່າວນີ້:

XS
SM
MD
LG