ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາຄວບຄຸມ ສະຖານະການໄດ້ແລ້ວ


ພວກອົບພະຍົບມຽນມາທີ່ເມືອງແມ່ສອດຂອງໄທ ວັນທີ 9 ພະຈິກ 2010
ພວກອົບພະຍົບມຽນມາທີ່ເມືອງແມ່ສອດຂອງໄທ ວັນທີ 9 ພະຈິກ 2010

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທະຫານ​ມຽນມ້າ​ຄວບ​ຄຸມ​ສະຖາ
ນະ​ການ​ຄືນໄດ້​ແລ້ວ ຫລັງ​ຈາກ​ການ​ປະ​ທະ​ກັນ​ມາ​ໄດ້ 3 ມື້
ໃນ​ເມືອງ​ຊາຍ​ແດນ​ແຫ່ງ​ນຶ່ງ​ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ໃນ​ທ້ອງ
ຖິ່ນຫລາຍ​ພັນ​ຄົນ​ອົບ​ພະຍົບ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນໄທ.

ມີ​ລາຍ​ງານ​ວ່າ​ໄດ້​ຍິນ​ສຽງ​ປືນ​ເປັນ​ບາງ​ຄັ້ງ​ບາງ​ຄາວ​ໃນ​ວັນ​
ອັງຄານ​ມື້ນີ້​ຈາກ​ເມືອງ​ເມຍ​ວະ​ດີ ​ເມືອງ​ຊາຍ​ແດນ​ ບ່ອນ​ທີ່
ພວກ​ທະຫານ​ບ້ານຊາວ​ກະຫລ່ຽງ​ຊົນ​ກຸ່ມ​ນ້ອຍ​ຍຶດ​ເອົາ​ອາ
ຄານ​ຫລາຍ​ແຫ່ງ​ໃນ​ວັນ​ອາທິດຜ່ານ​ມາ​ນີ້​ໃນ​ລະຫວ່າງ​ການ
ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດ​ຂອງ​ປະ​ເທດ​ໃນ​ຮອບ20 ປີຜ່ານມາ.

ແຕ່​ທາງ​ການ​ມຽນມາ​ກ່າວ​ຕໍ່​ພວກ​ອົງການ​ຂ່າວ​ຕ່າງໆ​ວ່າ ພວກ​ຕົນ​ໄດ້​ຄວບ​ຄຸມ​ຂົງ​ເຂດ
ຕ່າງໆ​ສ່ວນ​ຫລາຍ​ໄວ້​ແລ້ວ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກໍາລັງ​ລໍຖ້າ​
ເວລາ​ໃດ​ທີ່ທາງ​ການ​ມຽນມາ​ຈະ​ໃຫ້​ສົ່ງ​ພວກ​ອົບ​ພະຍົບປະມານ 20 ພັນ​ຄົນ​ກັບ​ຄືນ​ສູ່​ບ້ານ
ເຮືອນ​ຂອງ​ເຂົາ​ເຈົ້າ​ໄດ້​ນັ້ນ.

ການ​ຕໍ່ສູ້​ກັນ​ໄດ້ກໍ່ໃຫ້​ເກີດ​ຂຶ້ນ​ໂດຍ​ກອງທັບ​ປະຊາທິປະ​ໄຕ​ສາດສະໜາພຸດ​ຊາວ​ກະຫລ່ຽງ
ຊຶ່ງ​ເປັນ​ກຸ່ມ​ນຶ່ງ​ທີ່​ແຍກ​ອອກ​ຈາກ​ກຸ່ມ​ທະຫານ​ບ້ານຊາວ​ກະ​ຫລ່ຽງທີ່​ໃຫຍ່​ກວ່າ. ພວກ​ອົງ
ການ​ຂ່າວ​ຕ່າງໆ​ແຈ້ງ​ໃຫ້​ຊາບ​ວ່າມີ​ປະຊາຊົນ​ລະຫວ່າງ 3 ຫາ 10ຄົນ​ເສຍ​ຊີວິດ​ຈາກ​ການ
ປະ​ທະ​ກັນ​ຄັ້ງ​ນີ້.

ມີ​ລາຍ​ງານ​ວ່າ​ຍັງ​ມີ​ການ​ສູ້​ລົບ​ກັນ​ຢູ່​ຕໍ່​ມາ​ໃນ​ວັນ​ຈັນ​ແລະ​ວັນ​ອັງຄານ​ມື້​ນີ້ທິ່​ທາງ​ຜ່ານວັດ​ສາມ
ແຫ່ງ​ຫລື Three Pagodas Pass ລົງ​ມາ​ທາງ​ໃຕ້​ເລາະ​ຕາມ​ຊາຍ​ແດນ​ລະຫວ່າງ​ໄທ​-ມຽນມາ​ນັ້ນ.

XS
SM
MD
LG