ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳມຽນມາຈະຢ້ຽມຢາມຈີນ


ທ່ານນາງ Jiang Yu ໂຄສົກກະຊວງການຕ່າງປະເທດຈີນ
ທ່ານນາງ Jiang Yu ໂຄສົກກະຊວງການຕ່າງປະເທດຈີນ

ຜູ້ນຳລັດຖະບານທະຫານມຽນ ມາ ນາຍພົນ Than Shwe ຈະເດີນທາງ ໄປຢ້ຽມຢາມຈີນ ໃນສັບປະດາໜ້າ.

ທ່ານນາງ Jiang Yu ໂຄສົກກະຊວງ ການຕ່າງປະເທດຈີນ ​ແຈ້ງ​ໃຫ້ພວກນັກຂ່າວ ທີ່ ນະຄອນຫຼວງປັກກິ່ງຊາບ ໃນວັນພະຫັດມື້ນີ້ວ່າ ນາຍພົນ Than Shwe ຈະເດີນທາງ ໄປຢ້ຽມຢາມປະເທດຈີນ ໃນວັນອັງຄານ ສັບປະດາໜ້າ ແລະຈະໄດ້ເຈລະຈາຫາລື ກັບ ປະທານປະເທດຈີນ ທ່ານຫູຈິນເທົາ ແລະ ນາຍົກລັດຖະມົນຕີ ເຫວັນເຈຍບາວ.

ນອກນັ້ນ ຜູ້ນຳລັດຖະບານທະຫານມຽນມາ ຍັງຈະໄດ້ເດີນທາງ ໄປ​ເບິ່ງງານສະແດງສິນຄ້າ ມະຫະກຳໂລກ ທີ່ນະຄອນຊຽງໄຮ້ ໃນລະຫວ່າງ ການຢ້ຽມຢາມຈີນ ເປັນເວລາ 4 ມື້. ທ່ານນາງ Yu ກ່າວວ່າ ເຈົ້າໜ້າທີ່ຈີນເຊື່ອວ່າ ການຢ້ຽມຢາມຂອງນາຍພົນ Than Shwe ຈະຊ່ອຍເສີມຂະຫຍາຍ ໄມຕີຈິດມິດຕະພາບ ທີ່ມີມາແຕ່ໃດໆ ລະຫວ່າງປະເທດທັງສອງ.

ຈີນເປັນພັນທະມິດທີ່ສຳຄັນແລະຄູ່ການຄ້າ ທີ່ໃຫຍ່ທີ່ສຸດ ຂອງມຽນມາ. ບັນດາປະເທດຕາ ເວັນຕົກ ບໍ່ຢາກພົບປະຄ້າຂາຍກັບລັດຖະບານ ທະຫານມຽນມາ ຍ້ອນມີການກົດຂີ່ພັກການ ເມືອງຝ່າຍຄ້ານ ແລະປະວັດ ການເຄົາລົບນັບຖືສິດທິມະນຸດ ບໍ່ດີ.

ມຽນມາປະກາດ ໃນຕົ້ນເດືອນນີ້ວ່າ ຕົນຈະຈັດໃຫ້ມີການເລືອກຕັ້ງ ໃນເດືອນພະຈິກ ຊຶ່ງເປັນການເລືອກຕັ້ງ ເທື່ອທຳອິດ ຢູ່ໃນປະເທດດັ່ງກ່າວ ໃນຮອບ 2 ທົດສະວັດ. ທ່ານນາງ Yu ເວົ້າວ່າ ປັກກິ່ງຫວັງວ່າ ການປ່ອນບັດໃນມຽນມາ ຈະດຳເນີນໄປ ດ້ວຍຄວາມລາບລື່ນ ແລະຊ່ອຍໃຫ້ມີ ປະຊາທິປະໄຕ ແລະການພັດທະນາປະເທດ ນຳດ້ວຍ.

XS
SM
MD
LG