ລັດກະຈິນທີ່ຕັ້ງຢູ່ທາງພາກເໜືອຂອງມຽນມາ ທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດນັ້ນ ໄດ້ເປັນເຂດທີ່ມີການສູ້ລົບກັນເປັນບາງຄັ້ງບາງຄາວ ນັບຕັ້ງແຕ່ເດືອນມິຖຸນາເປັນຕົ້ນມາ ເວລາສັນຍາຢຸດຍິງ ທີ່ມີມາເປັນເວລາ 17 ປີ ສິ້ນສຸດລົງດ້ວຍການປະທະການຢ່າງຮຸນແຮງຫລາຍບັ້ນ. ນັບຕັ້ງແຕ່ນັ້ນມາ ພວກຊາວບ້ານຫລາຍພັນຄົນໄດ້ພາກັນຫລົບໜີຂ້າມຊາຍແດນໄປຍັງຈີນ.
ທ່ານ ໄບຣອັນ ເອຣິກຊັນ (Brian Erikson) ປະຈໍາຢູ່ກຸ່ມພາຄີດ້ານການ ບັນເທົາທຸກແລະການພັດທະນາ ປະເມີນວ່າ ມີປະຊາຊົນຫລາຍກວ່າ 60,000 ຄົນຖືກພັດພາກຈາກຖິ່ນຢູ່ອາໃສແລະອາໃສຢາຍກັນຢູ່ອ້ອມແອ້ມເຂດຊາຍແດນທັງສອງຟາກ ຊຶ່ງທ່ານ ເອຣິກຊັນ ກ່າວວ່າ ພວກທີ່ອາໃສຢູ່ພາຍໃນມຽນມາ ແມ່ນຂາດແຄນອາຫານການກິນ ແລະຫລາຍຄົນກໍປ່ວຍໄຂ້ ດ້ວຍລະບົບຫາຍໃຈອັກເສບ ໃນຍາມລະດູໜາວນີ້.
ທ່ານ ເອຣິກຊັນ ເວົ້າວ່າ “ເປັນທີ່ແນ່ນອນວ່າ ມີປະຊາຊົນຈໍານວນຫລາຍພັນຄົນ ທີ່ໄດ້ຫລົບໜີຈາກການສູ້ລົບກັນໂດຍກົງກັບກອງທັບລັດຖະບານມຽນມາ ຫລົບໜີຈາກປະທະກັນໂດຍກົງ ຢູ່ໃນເຂດທີ່ພວກທະຫານປະກອບອາວຸດໄດ້ເຂົ້າໄປຍຶດເອົາພື້ນທີ່ ຊັບສິບ ແລະບາງເທື່ອກໍຈັບເອົາຜູ້ຄົນໄປ. ດັ່ງນັ້ນ ພວກປະຊາຊົນຈຶ່ງໄດ້ພາກັນເອົາຕົວຫລົບໜີ ທ່າມກາງການສູ້ລົບກັນ ຊຶ່ງຂ້າພະເຈົ້າຄິດວ່າ ສ່ວນໃຫຍ່ແມ່ນພາກັນຫລົບໜີຍ້ອນຢ້ານກົວສະຖານະການນີ້.”
ສະຖານະການດັ່ງກ່າວແມ່ນຍາກທີ່ຈະຢືນຢັນໄດ້ ເນຶ່ອງຈາກພວກອົງການ ແລະພວກນັກຂ່າວນາໆຊາດ ບໍ່ຄ່ອຍໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນລັດກະຈິນ.
ນອກນີ້ແລ້ວ ສະຖານະການຢູ່ໃນຟາກຊາຍແດນຈີນນັ້ນ ກໍບໍ່ເປັນທີ່ແຈ້ງຂາວ. ພວກເຈົ້າໜ້າທີ່ຈີນບໍ່ໄດ້ຮັບຮູ້ວ່າ ມີວິກິດການດ້ານອົບພະຍົບແຕ່ຢ່າງໃດ ແຕ່ຈີນກໍໄດ້ເອົາບົດບາດສໍາຄັນໃນການສະໜອງພື້ນທີ່ເປັນກາງໃຫ້ທັງສອງຝ່າຍໄດ້ທໍາການເຈລະຈາກັນເມື່ອເດືອນຜ່ານມາ ແລະໃນເດືອນພະຈິກ ປີກາຍນີ້.
ການສູ້ລົບໃນທໍານອງດຽວກັນນີ້ໃນປີ 2009 ລະຫວ່າງກອງທັບມຽນມາ ແລະພວກທະຫານບ້ານເຜົ່າ Kokan ຢູ່ໃນລັດສານ ກໍໄດ້ເຮັດໃຫ້ການຄ້າຂາຍຢຸດສະງັກລົງ ແລະຍັງຜົນໃຫ້ມີຊາວອົບພະຍົບຫລາຍພັນຄົນຫລັ່ງໄຫລເຂົ້າໄປໃນຈີນ.
ທ່ານ ຣະວີ ປຣະສາດ ນະຣິຍະນັນ ນັກຄົ້ນຄ້ວາປະຈໍາມະຫາວິທະຍາ ໄລ Chengchi ແຫ່ງຊາດຂອງໄຕ້ຫວັນ ກ່າວວ່າ ການທີ່ຈີນໄດ້ເອົາບົດເປັນເຈົ້າພາບນັ້ນ ແມ່ນສືບເນື່ອງມາຈາກການສູ້ລົບກັນດັ່ງກ່າວ.
ທ່ານ ຣະວີ ເວົ້າວ່າ “ຄວາມສົນໃຈຄັ້ງໃໝ່ທີ່ຈີນສະແດງໃຫ້ເຫັນນັ້ນ ມັນໂຜ່ໂຕອອກມາຈາກ ຄືຂ້າພະເຈົ້າໝາຍຄວາມວ່າ ຫລັງຈາກການສູ້ລົບກັບເຜົ່າ Kokang ຄັ້ງເດືອນສິງຫາປີ 2009 ນັ້ນ. ໃນຕອນນັ້ນ ມັນມີວິກິດການອົບພະຍົບຢູ່ໃນເຂດຊາຍແດນຂອງຈີນ ຊຶ່ງໄດ້ກໍ່ໃຫ້ເກີດຄວາມວິຕົກກັນຢ່າງໃຫຍ່ ບໍ່ແມ່ນແຕ່ສໍາລັບພວກຜູ້ນໍາລະດັບແຂວງເທົ່ານັ້ນ ແຕ່ສໍາລັບພວກຜູ້ນໍາລັດຖະບານຢູ່ປັກກິ່ງນັ້ນນໍາ ແລະດັ່ງນັ້ນ ພວກເຂົາເຈົ້າຈຶ່ງມີຄວາມຮູ້ສຶກວ່າ ພວກເຂົາເຈົ້າບໍ່ຄວນຈະເມີນເສີຍຕໍ່ສະພາບການນີ້ ເພື່ອວ່າມັນອາດຈະເກີດສະຖານນະການທີ່ບໍ່ຄາດຝັນຂຶ້ນມາ.”
ການສູ້ລົບກັນທີ່ຍັງມີຢູ່ຕໍ່ມາຢ່າງບໍ່ລົດລະນັ້ນ ບໍ່ພຽງແຕ່ຈະຂົ່ມຂູ່ຕໍ່ສັນຕິພາບ ເທົ່ານັ້ນ ແຕ່ຍັງກະທົບກະເທືອນຕໍ່ການຄ້າແລະການລົງທຶນຂອງຈີນ ທີ່ມີມູນ ຄ່າຫລາຍພັນລ້ານໂດລານັ້ນນໍາ ທັງນີ້ກໍເນື່ອງຈາກວ່າ ການສູ້ລົບກັນ ໃນລັດ Kachin ນັ້ນ ໄດ້ລະເບີດຂຶ້ນຢູ່ໃກ້ບ່ອນກໍ່ສ້າງ ເຂື່ອນໄຟຟ້ານໍ້າຕົກ ທີ່ຈີນໜຸນຫລັງ ແລະເປັນຂໍ້ຂັດແຍ້ງກັນ.
ຫລັງຈາກການສູ້ລົບກັນລະເບີດຂຶ້ນ ໃກ້ໆເຂດໂຄງການກໍ່ສ້າງເຂຶ່ອນໄຟຟ້ານໍ້າຕົກ Myitsone ທີ່ມີມູນຄ່າກໍ່ສ້າງສາມພັນຫ້າຮ້ອຍລ້ານໂດລານັ້ນ ທ່ານ ເທນ ເຊນ ປະທານາທິບໍດີມຽນມາ ກໍໄດ້ມີຄໍາສັ່ງໃຫ້ລະງັບການກໍ່ສ້າງເຂຶ່ອນດັ່ງກ່າວໄວ້ກ່ອນ ຊຶ່ງໄດ້ສ້າງຄວາມປະຫລາດໃຈ ແລະຄວາມບໍ່ພໍໃຈໃຫ້ແກ່ຈີນທີ່ສຸດ.
ປັກກິ່ງມີຂໍ້ຕົກລົງ ສ້າງເຂຶ່ອນໄຟຟ້ານໍ້າຕົກ ເຈັດແຫ່ງໃນລັດກະຈິນ ຊຶ່ງກະ ແສໄຟຟ້າທີ່ຜະລິດໄດ້ ສ່ວນໃຫຍ່ແມ່ນຈະສົ່ງໄປຍັງຈີນ. ທ່ານ ອອງ ກຽວ ຊໍ ນັກວິເຄາະຂ່າວກ່ຽວກັບມຽນມາ ທີ່ເມືອງ Ruili ກ່າວວ່າ ຈີນຮັບເປັນເຈົ້າພາບຈັດກອງປະຊຸມສັນຕິພາບນັ້ນຂຶ້ນ ກໍເພື່ອປົກປ້ອງຜົນປະໂຫຍດ ດ້ານເສດຖະກິດຂອງຕົນ.
ນາຍອອງ ກຽວຊໍ ກ່າວວ່າ “ຢູ່ໃນພາກເໜືອຂອງລັດກະຈິນ ໂດຍສະເພາະໃນເຂດທີ່ຄວບຄຸມໂດຍກອງທັບອິດສະຫລະກະຈິນນັ້ນ ແມ່ນມີເງິນທຶນຂອງລັດຖະບານຢ່າງ ຫລວງຫລາຍ ຄືເງິນທຶນຂອງລັດຖະບານຈີນ ເງິນລົງທຶນ ມີຫລາຍໆໂຄງການຢູ່ທີ່ນັ້ນ. ດັ່ງນັ້ນພວກເຂົາເຈົ້າຈຶ່ງຕ້ອງການ ສັນຕິພາບ.”
ພວກນັກວິເຄາະກ່າວວ່າ ທີ່ສໍາຄັນໄປກວ່ານັ້ນ ກໍຄືໂຄງການສ້າງທໍ່ສົ່ງນໍ້າມັນແລະແກສທໍາມະຊາດ ທີ່ຈີນແລະມຽນມາກໍາລັງຈະສ້າງຂ້າມປະເທດ ມຽນມາໄປຍັງຈີນນັ້ນ.
ເມື່ອໃດທີ່ສ້າງສໍາເລັດລົງແລ້ວ ທໍ່ສົ່ງແກສແລະນໍ້າມັນດັ່ງກ່າວຈະເນັ່ງຈາກ ຝັ່ງທະເລກໍ້າຕາເວັນຕົກຂອງມຽນມາ ໄປຍັງເມືອງ Ruili ຂອງຈີນ ທີ່ຢູ່ບໍ່ໄກຈາກເຂດພາກໃຕ້(ເໜືອ?) ຂອງລັດກະຈິນ ແລະກໍບໍ່ໄກຈາກບ່ອນເກີດ ການສູ້ລົບກັນເມື່ອໝໍ່ໆມານີ້.
ນອກນີ້ແລ້ວ ທໍ່ສົ່ງແກສດັ່ງກ່າວຍັງຈະເປັນທາງເລືອກດ້ານຍຸທະສາດອັນນຶ່ງ ສໍາລັບການລໍາລຽງນໍ້າມັນດິບຈາກອາຟຣິກາ ແລະພາກຕາເວັນອອກກາງ ເຂົ້າໄປຍັງຈີນ ໂດຍຫລີກລ່ຽງຊ່ອງແຄບມາລັກກາ ທີ່ມັກມີການບຸກຈີ້ກໍ່າປັ່ນນັ້ນ.
ທ່ານ Maung Zarni ອາຈານສອນຮັບເຊີນທີ່ໂຮງຮຽນເສດຖະສາດແຫ່ງ ກຸງລອນດອນກ່າວວ່າ ທໍ່ສົ່ງແກສແລະນໍ້າມັນດັ່ງກ່າວ ແມ່ນເຮັດໃຫ້ສັນຕິພາບລະຫວ່າງລັດຖະບານມຽນມາ ແລະພວກກຸ່ມກະບົດຕ່າງໆ ເປັນວັດຖຸປະສົງດ້ານຍຸດທະສາດ ສໍາລັບຈີນ.
ທ່ານ Maung Zarni ເວົ້າວ່າ “ລັດກະຈິນ ກາຍເປັນລັດທີ່ສໍາຄັນຫລາຍທີ່ສຸດ ຕໍ່ທັງກອງທັບມຽນມາແລະຈີນ ໃນແງ່ການສະໜອງແລະການພິທັກ ປົກປ້ອງຄວາມປອດໄພ ໃຫ້ທໍ່ສົ່ງ ພ້ອມທັງດ່ານການຄ້າຂ້າມຊາຍແດນ.”
ຈີນຊື້ແລະທໍາການລົງທຶນ ໃນດ້ານແຮ່ທາດ ຈໍາພວກຫິນພອຍທີ່ມີຄ່າ ແລະ ໄມ້ ໃນເຂດຊາຍແດນຂອງມຽນມາ ຊຶ່ງກໍບໍ່ແມ່ນຖືກຕ້ອງຕາມກົດໝາຍທັງໝົດ ແລະ ເອົາເຄຶ່ອງຜະລິດຕະພັນລາຄາຖືກ ໄປຂາຍໃຫ້ມຽນມາ.
ນອກນີ້ ພວກນັກວິເຄາະດ້ານການທະຫານກ່າວວ່າ ຈີນເປັນຜູ້ສະໜອງອາວຸດຍຸດໂທປະກອນລາຍໃຫຍ່ທີ່ສຸດ ໃຫ້ແກ່ກອງທັບສາມະຄີລັດຫວ້າ.
ຫວ້າເປັນກຸ່ມກອງທັບທີ່ໃຫຍ່ທີ່ສຸດ ຄືມີທະຫານສູ້ລົບປະມານ 30,000 ຄົນ ແລະຖືວ່າເປັນກຸ່ມຄ້າຢາເສບຕິດທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍຕາເວັນອອກ ສຽງໃຕ້ ກໍວ່າໄດ້.
ເພື່ອໃຫ້ຜົນປະໂຫຍດມີຄວາມສົນດຸນກັນນັ້ນ ຈີນກໍຍັງຂາຍອາວຸດຍຸດໂທປະ ກອນ ໃຫ້ແກ່ກອງທັບມຽນມາເຊັ່ນດຽວກັນ.
ແຕ່ນັກຄົ້ນຄ້ວາ Zarni ກ່າວວ່າ ໃນເວລານີ້ ພ້ອມກັບການເປີດກ້ວາງ ເສດຖະກິດຂອງມຽນມານັ້ນ ຄວາມສົນໃຈຂອງລັດຖະບານປັກກິ່ງແມ່ນແນໄປໃສ່ ນະຄອນຫລວງເນປິດໍ ໂດຍກົງ.
ທ່ານ Zarni ເວົ້າວ່າ “ເວລາໃດທີ່ມັນເໝາະສົມກັບຜົນປະໂຫຍດຕ່າງໆຂອງຕົນ ຈີນກໍຈະໃຊ້ຄວາມກົດດັນຕໍ່ພວກກຸ່ມປະກອບອາວຸດຊົນເຜົ່າທ້ອງຖິ່ນ ໂດຍສະເພາະກອງທັບຫວ້າ ແລະອາດພ້ອມທັງກອງທັບກະຈິນນໍາ ແຕ່ຂ້າພະເຈົ້າກໍບໍ່ຮູ້ວ່າ ຄວາມພະຍາຍາມຂອງຈີນໄດ້ເປັນການສ້າງສັນ ຫລືເອນອ່ຽງໄປໃນທາງເຫັນແກ່ຜົນປະໂຫຍດຂອງມຽນມານັ້ນ ຫລາຍສໍ່າໃດ ເພາະວ່າໃນຂະນະນີ້ ຈີນກໍາລັງຊອກລ່າເຫຍື່ອທີ່ໃຫຍ່ກວ່າ ໃນເມືອງຫລວງເນປີດໍນັ້ນ ແທນທີ່ຈະຊອກລ່າເຫຍື່ອຕາມເຂດຊາຍແດນກັບກຸ່ມຊົນເຜົ່າທ້ອງຖິ່ນ.”
ການຍຸຕິການສູ້ລົບກັບພວກກະບົດຊົນເຜົ່ານັ້ນ ເປັນຂໍ້ຮຽກຮ້ອງຂໍ້ນຶ່ງຂອງພວກປະເທດມະຫາອໍານາດຕາເວັນຕົກ ສໍາລັບປັບປຸງຄວາມສໍາພັນກັບມຽນມາ ຫລັງຈາກທີ່ຖືກລົງໂທດດ້ານເສດຖະກິດ ມາເປັນເວລາຫລາຍປີນັ້ນ.
ມາຮອດປັດຈຸບັນ ລັດຖະບານມຽນມາໄດ້ເຮັດຂໍ້ຕົກລົງກັນຕ່າງໆກັບ ຫລາຍໆກຸ່ມ ເຊັ່ນ ພວກຫວ້າ ກະຫລ່ຽງ ສານ ແລະ ຈິນ ແລະໂດຍສະເພາະແລ້ວ ແມ່ນໄດ້ມີການເຊັນສັນຍາຢຸດຍິງຄັ້ງປະຫວັດສາດກັບພວກກອງທັບກະຫລ່ຽງ ທີ່ໄດ້ສູ້ລົບກັບທະຫານມຽນມາມາໄດ້ຫົກສິບປີນັ້ນ.