ເຈົ້າໜ້າທີ່ມຽນມາກ່າວວ່າ ປະທານາທິບໍດີ
Thein Sein ຈະເດີນທາງໄປຍັງປະເທດ
ຈີນໃນສັບປະດາໜ້າເພື່ອທຳການຢ້ຽມຢາມ
ຕ່າງປະເທດແບບສອງຝ່າຍເທື່ອທຳອິດນັບ
ແຕ່ໄດ້ເຂົ້າຮັບຕຳແໜ່ງໃນທ້າຍເດືອນມີນາ
ຜ່ານມາ.
ພວກເຈົ້າໜ້າທີ່ໆບໍ່ຂໍບອກຊື່ກ່າວວ່າ ທ່ານ
Thein Sein ຈະເດີນທາງໄປເຖິງປະເທດຈີນ
ໃນວັນທີ 26 ພຶດສະພາ ໂດຍຈະມີເຈົ້າໜ້າທີ່
ອະວຸໂສຫຼາຍໆຄົນຕິດຕາມໄປນໍາ.
ການເດີນທາງໄປຢ້ຽມຢາມຕ່າງປະເທດໃນນາມປະທານາທິບໍດີພຽງຄັ້ງດຽວກ່ອນໜ້ານີ້
ຂອງທ່ານ ກໍຄືໄປຮ່ວມກອງປະຊຸມສຸດຍອດຜູ້ນຳເຂດເອເຊຍປາຊີຟິກຫຼືອາຊ່ຽນກັບຄູ່ເຈ
ລະຈາທີ່ກຸງຈາກາຕ້າໃນເດືອນນີ້.
ວາລະສານອີຣະວະດີ ຊຶ່ງເປັນວາລະສານກ່ຽວກັບກິດຈະການມຽນມາທີ່ມີສຳນັກງານຢູ່ໄທ
ໄດ້ອ້າງແຫຼ່ງຂ່າວທີ່ເວົ້າວ່າ ການເຈລະຈາຂອງປະທານາທິບໍດີ Thein Sein ຢູ່ຈີນຄາດວ່າ
ຈະເພັ່ງເລັງ ໃສ່ເລື່ອງຄວາມໝັ້ນຄົງ ແລະເລື່ອງຍຸດທະສາດ. ແຫຼ່ງຂ່າວແຈ້ງໃຫ້ຊາບຕື່ມວ່າ ທ່ານອາດຈະສົນທະນາຫາລືກ່ຽວກັບການທີ່ຈະ ອະນຸຍາດກຳປັ່ນລົບຂອງຈີນເຂົ້າຈອດທີ່
ເມືອງ Kyaukpyu ຊຶ່ງເປັນເມືອງທ່າ ກຳປ່ັນນໍ້າເລິກໃນພາກຕາເວັນຕົກຂອງມຽນມາ.
ຈີນເປັນຜູ້ໃຫ້ການສະໜັບສະໜຸນທີ່ສຳຄັນແກ່ລັດຖະບານມຽນມາ ຊຶ່ງພວມປະເຊີນກັບ
ການຖືກລົງໂທດໂດຍນາໆຊາດຍ້ອນມີປະວັດການເຄົາລົບນັບຖືສິດທິມະນຸດທີ່ບໍ່ດີ. ທ່ານ
Thein Sein ແມ່ນນາຍພົນເກົ່າທີ່ໄດ້ລາອອກເພື່ອສະມັກເຂົ້າແຂ່ງຂັນໃນການເລືອກຕັ້ງ
ເມື່ອເດືອນພະຈິກປີກາຍໃນນາມພົນລະເຮືອນ. ໄດ້ມີການຕຳໜິຕິຕຽນຢ່າງກວ້າງຂວາງ
ວ່າ ການເລືອກຕັ້ງດັ່ງກ່າວນີ້ແມ່ນເປັນພຽງແຜນການຫຼອກລວງທີ່ແນໃສ່ເພື່ອຄໍ້າປະກັນ
ໃຫ້ພວກທະຫານສືບຕໍ່ຄວບຄຸມ ລັດຖະບານຢູ່ໃນປະເທດດັ່ງກ່າວ.