ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ສະຫະລັດ ຊົມເຊີຍ ມຽນມາ ທີ່ໂຈະການສ້າງເຂື່ອນ


ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland

ສະຫະລັດຊົມເຊີຍການຕັດສິນໃຈຂອງມຽນມາ ທີ່ຈະໂຈະໂຄງການສ້າງເຂື່ອນໄຟຟ້າພະລັງ
ນໍ້າແຫ່ງນຶ່ງ ທີ່ໄດ້ມີການປະທ້ວງຕໍ່ຕ້ານກັນຢ່າງກວ້າງຂວາງນັ້ນ.

ໃນມື້ວັນສຸກວານນີ້ ທ່ານນາງ Victoria Nuland ໂຄສົກຂອງກະຊວງການຕ່າງປະເທດ
ສະຫະລັດ ເອີ້ນການຕັດສິນໃຈດັ່ງກ່າວນີ້ວ່າ ມີຄວາມສຳຄັນຍ້ອນມັນສະແດງໃຫ້ເຫັນວ່າ ລັດຖະບານມຽນມາຮັບຟັງແລະຕອບສະໜອງຕໍ່ຄວາມວິຕົກກັງວົນຂອງປະຊາຊົນ.

ທ່ານນາງ Nuland ກ່າວວ່າ ສະຫະລັດຫວັງວ່າຄວາມກ້າວໜ້າໃນທາງບວກແບບນີ້ກ່ຽວ
ກັບການເຄົາລົບນັບຖືສິດຜົນປະໂຫຍດຂອງປະຊາຊົນຊາວມຽນມາທັງມວນຮວມທັງພວກ ຊົນກຸ່ມນ້ອຍແລະຂະບວນການນິຍົມປະຊາທິປະໄຕຂອງພວກຝ່າຍຄ້ານນັ້ນ ຈະດຳເນີນຕໍ່
ໄປ.

ໃນບັນທຶກສະບັບນຶ່ງ ທີ່ອ່ານຕໍ່ສະພາແຫ່ງຊາດຂອງມຽນມາໃນມື້ວານນີ້ ປະທານາທິບໍດີ
Thein Sein ກ່າວວ່າ ການສ້າງເຂື່ອນໄຟຟ້າພະລັງນໍ້າທີ່ໄດ້ຮັບການສະໜັບສະໜຸນຈາກ
ຈີນນັ້ນ ຈະຖືກໂຈະໄວ້ ໃນສະໄໝລັດຖະບານຂອງທ່ານ.

ການປະກາດທີ່ວ່ານີ້ເປັນການສະແດງອອກຊຶ່ງທ່າທີທີ່ບໍ່ຄ່ອຍໄດ້ເຫັນກັນຕໍ່ກຸ່ມອະນຸລັກ ສະພາບແວດລ້ອມແລະພັກຝ່າຍຄ້ານມຽນມາ.

ທ່ານນາງອອງຊານຊູຈີ ຜູ້ນຳພັກຝ່າຍຄ້ານຂອງມຽນມາກ່າວວ່າ ເຂື່ອນ Myitsone ທີ່
ຕັ້ງຢູ່ໃນລັດ Kachin ນັ້ນຈະບັງຄັບໃຫ້ມີການຍົກຍ້າຍພວກຊາວບ້ານຈຳນວນຫຼາຍພັນ ຄົນແລະເປັນໄພຂົ່ມຂູ່ຕໍ່ລະບົບນິເວດຂອງແມ່ນໍ້າອີຣະວະດີ.

ເຂື່ອນດັ່ງກ່າວນີ້ເປັນໂຄງການເຂື່ອນໄຟຟ້າພະລັງນໍ້າທີ່ໃຫຍ່ທີ່ສຸດຂອງມຽນມາ.

XS
SM
MD
LG