ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມຽນມາສັ່ງໃຫ້ໂຈະ ໂຄງການ ສ້າງເຂື່ອນ ຂອງຈີນ


ປະທານາທິບໍດີມຽນມາ ທ່ານ Thein Sein
ປະທານາທິບໍດີມຽນມາ ທ່ານ Thein Sein

ປະທານາທິບໍດີມຽນມາກ່າວໃນວັນສຸກມື້ນີ້ວ່າ ການສ້າງເຂື່ອນໄຟຟ້າພະລັງນໍ້າ ທີ່ໄດ້ຮັບ
ການສະໜັບສະໜຸນຈາກຈີນນັ້ນຈະຖືກໂຈະເປັນການຊົ່ວຄາວ.

ໃນບັນທຶກສະບັບນຶ່ງທີ່ອ່ານຕໍ່ສະພາແຫ່ງຊາດນັ້ນປະທານາທິບໍດີ Thein Sein ເວົ້າວ່າ
ເຂື່ອນ Myitsone ຊຶ່ງເປັນໂຄງການໄຟຟ້າພະລັງນໍ້າທີ່ໃຫຍ່ທີ່ສຸດຂອງມຽນມານັ້ນ ຈະ
ຖືກໂຈະໄວ້ໃນສະໄໝລັດຖະບານຂອງທ່ານ.

ການປະກາດທີ່ວ່ານີ້ ເປັນການສະແດງອອກຊຶ່ງທ່າທີທີ່ບໍ່ຄ່ອຍໄດ້ເຫັນກັນຕໍ່ກຸ່ມອະນຸລັກ
ສະພາບແວດລ້ອມແລະຂະບວນການນິຍົມປະຊາທິປະໄຕຂອງຝ່າຍຄ້ານມຽນມາ.

ຜູ້ນຳພັກຝ່າຍຄ້ານຂອງມຽນມາ ທ່ານນາງອອງຊານຊູຈີ ກ່າວວ່າ ເຂື່ອນທີ່ຕັ້ງຢູ່ ໃນລັດ
Kachin ດັ່ງກ່າວນີ້ຈະບັງຄັບໃຫ້ມີການຍົກຍ້າຍພວກຊາວບ້ານຫຼາຍໆພັນຄົນແລະເປັນ
ໄພຂົ່ມຂູ່ຕໍ່ລະບົບນິເວດຂອງແມ່ນໍ້າອີຣະວະດີ.

XS
SM
MD
LG