ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຂຶ່ອນໄຟຟ້າ Myitsone ສ້າງຄວາມບໍ່ພໍໃຈ ແກ່ຄົນທ້ອງຖິ່ນ (ເບິ່ງວີດີໂອລາວ/ອັງກິດ)


ທີ່ສ້າງເຂຶ່ອນໄຟຟ້ານໍ້າຕົກ Myitsone ໃນມຽນມາ
ທີ່ສ້າງເຂຶ່ອນໄຟຟ້ານໍ້າຕົກ Myitsone ໃນມຽນມາ

ເມື່ອ​ເດືອນ​ກັນຍາ​ປີ​ກາຍ​ນີ້ ທ່ານ ທຽນ ​ເຊ​ນ ປະທານາທິບໍດີຜູ້​ມີ​ຈິດ​ໃຈ​ປະຕິ​ຮູບ​ຂອງ​ມຽນມາ ປາກົດ​ວ່າ​ ເອົາ​ໃຈ​ໃສ່ຕໍ່​ຄວາມ​ເປັນ​ຫ່ວງດ້ານສິ່ງ​ແວດ​ລ້ອມ​ແລະ​ໄດ້ສັ່ງ​​ໃຫ້​ໂຈ໊ະ​ການ ​ສ້າງ​ເຂື່ອນ​​ໄຟຟ້າ​ນໍ້າຕົກ​ທີ່​ໜຸນ​ຫຼັງ​ໂດຍ​ຈີນ ​ແລະ​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງກັນ​ ຢູ່​ໃນ​ລັດ​ກະ​ຈິ່ນ​ທາງພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ ​ແຕ່​ໂຄງການສ້າງ​ເຂຶ່ອນ Myitsone ດັ່ງກ່າວ​ກໍ​ຍັງ​ບໍ່​ໄດ້​ຍົກ​ເລິກ​ເທື່ອ ​ແລະ ພວກ​ຊາວບ້ານທ້ອງ​ຖິ່ນ​ໃນ​ເຂດກໍ່ສ້າງ​ເຂຶ່ອນນັ້ນ​ ເປັນ​ຫ່ວງ​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ ຖ້າຫາກ​ ມີ​ການສ້າງ​ເຂຶ່ອນຄືນ​ອີກ. Daniel Schearf ຜູ້​ສື່​ຂ່າວ​ວີ​ໂອ​ເອ​ໄດ້ ​ໄປຢ້ຽມ​ຢາມ​ເຂດ​​ດັ່ງກ່າວ ​ແລະ​ສົ່ງ​ລາຍ​ງານ​ກ່ຽວ​ກັບ​ເລຶ່ອງນີ້​ ມາຈາກ Myitsone ຊຶ່ງ​ທອງ​ປານ​ຈະ​ນໍາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອ ພາສາລາວ:

Myitsone ກໍ​ຄື​ບ່ອນ​ທີ່​ແມ່​ນໍ້າມູລີ​ກາ ​ແລະ​ແມ່​ນໍ້າ​ເມ​ກາ ​ໄຫລມາ​ບັນຈົບ​ຄົບ​ກັນຢູ່​ໃນ​ລັດກະ​ຈິ່ນ​ທາງ​ພາກ​ເໜືອ​ຂອງ​ມຽນມາ ແລ້ວ​ປະກອບ​ເປັນ​ແມ່​ນໍ້າ​ອີ​ຣາວະ​ດີ ຊຶ່ງ​ເປັນ​ແມ່​ນໍ້າເສ້ນ​ເລືອດ​ເສ້ນຊີວິດຂອງ​ປະ​ເທດ. ຖ້າ​ຫາກ​ວ່າ​ໂຄງການ​ສ້າງເຂຶ່ອນ Myitsone ມູນ​ຄ່າ 3600 ​ລ້ານ​ໂດ​ລາ ​ເດີນ​ໜ້າ​ກໍ່​ສ້າງ​ຕໍ່​ໄປ ມັນ​ກໍ​ຈະ​ສ້າງອ່າງເກັບ​ນໍ້າທີ່​ກ້ວາງ​ໃຫຍ່​ ຖ້ວມ​ພື້ນ​ທີ່ຂະໜາດເທົ່າ​ກັບປະ​ເທດ​ສິງ​ກະ​ໂປ ເຮັດ​ໃຫ້​ຂົງ​ເຂດທິວ​ທັດ​ສວຍ​ງານ​ທີ່ພວກ​ນັກ​ທ່ອງ​ທ່ຽວ​ມັກ​ໄປ​ທ່ຽວ​ໄປ​ຊົມ​ນັ້ນ ຕ້ອງ​ຈົມຢູ່​ໃຕ້​ນໍ້າ

ພຣະອາວຸ​ໂສ U Yay Wa Ra ກ່າວ​ວ່າ ​ແນວ​ນໍ້າ​ຈະ​ມີ​ລະດັບ​ສູງເກືອບ​ຮອດເຄິ່ງນຶ່ງ​ຂອງທາດ ຢູ່​ວັດ​ຂອງ​ເພີ່ນ.

"ເວລາ​ອາດຕະມາ​ຮູ້​ຂ່າວ​ວ່າ​ໂຄງການ​ສ້າງ​ເຂຶ່ອນດັ່ງກ່າວ​ຖືກ​ໂຈະ​ໄວ້ ອາດຕະມາ​ຮູ້ສຶກ​ດີ​ໃຈ​ຫລາຍ ​ເພາະ​ມັນ​ໝາຍ​ເຖິງວ່າ​ພວກ​ເຮົາ​ຍັງ​ສາມາດ ຮັກສາ​ທໍາ​ມະ​ຊາດ​ທີ່​ສວຍ​ງາມຂອງ​ເຂດ Myitson ​ເອົາ​ໄວ້​ຢູ່ ​ແລະ​ພວກ​ເຮົາ​ກໍ​ຈະ​ບໍ່​ເສຍ​ວັດ​ເຮົາ​ໄປ​ນໍາ​ກັນ"

ພະລັງ​ໄຟຟ້າ​ນໍ້າຕົກ​ຈາກ​ເຂື່ອນ​ດັ່ງກ່າວ​ນີ້ ອາດສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້ ຫລາຍ​ພັນ​ເມ​ກະ​ວັດ ຊຶ່ງ​ສ່ວນ​ໃຫຍ່​ຈະ​ຂາຍ​ໃຫ້​ຈີນ ປະ​ເທດ​ເພື່ອນ​ບ້ານ. ນອກ​ນີ້​ແລ້ວ ​ຈີນ​ຍັງ​ໃຫ້ການ​ສະໜັບສະໜຸນ​ເຂຶ່ອ​ໄຟຟ້າ​ນໍ້າຕົກ​ຂະໜາດ​ນ້ອຍໆ​ອີກ​ຫົກ​ແຫ່ງ​ ທີ່ວາງ​ແຜນ​ໄວ້​ແລ້ວ​ຕາ​ມລໍາ​ແມ່​ນໍ້າ​ອີຣາວະ​ດີ​ນັ້ນ. ກໍາ​ໄລ​ທີ່​ຈະໄດ້​ຈາກ​ການ​ຂາຍ​ກະ​ແສ​ໄຟຟ້າ​ນີ້ ມີ​ມາກ​ມາຍມະຫາສານ ​ແຕ່​ຈະ​ບໍ່​ແມ່ນ​ສໍາລັບວົງ​ການ​ທຸ​ລະ​ກິດ​ທ້ອງ​ຖິ່ນ​ເລີຍ.

ນາງ ລາ​ໄພ​ ຈາ​ອອງ ຂາຍ​ປິ້ງ​ປາ​ໃຫ້​ແກ່​ພວກ​ນັກ​ທ່ອງ​ທ່ຽວ​ ຢູ່​ແຄມ​ແມ່​ນໍ້າ ອີຣາວະ​ດີ ກ່າວ​ວ່າ

"ຖ້າ​ຫາກ​ວ່າ​ໂຄງການ​ສ້າງ​ເຂຶ່ອນນີ້​ດໍາ​ເນີນ​ຕໍ່​ໄປ ພວກ​ເຮົາກໍ​ບໍ່​ຮູ້​ວ່າ​ຈະ​ຫາ​ຢູ່ ຫາກິນ​ ລ້ຽງ​ຊີບ​ແນວ​ໃດ ຄື​ມັນ​ບໍ່​ມີທຸລະ​ກິດ​ແລະ​ວຽກ​ງານ​ຫຍັງ​ເລີຍ​ ຢູ່​ບ້ານ Aung Myin Thar ບ່ອນ​ທີ່​ເພິ່ນ​ຈະຍ້າຍ​ພວກ​ເຮົາໄປ​ຢູ່​ນັ້ນ ຊຶ່ງພວກ​ເຮົາ​ກໍ​ຈໍາ​ເປັນຈະ​ຕ້ອງ​ໄດ້ຢູ່​ທີ່​ນັ້ນ ​ແລະ​ກໍ​ບໍ່​ມີ​ວຽກ​ເຮັດ​ງານ​ທໍາ​ ຫາ​ລ້ຽງ​ຊີບ​ເລີຍ."

ບ້ານ ອອງ ມຽນ ທາ ​ເປັນນຶ່ງ​ໃນ​ຫລາຍໆ​ບ້ານ​ ທີ່ລັດຖະບານ​ໄດ້​ຍົກຍ້າຍ​ປະຊາຊົນ​ຫລາຍ
​ພັນ​ຄົນ​ອອກ​ຈາກ​ເຂດ​ເຂຶ່ອນ ​ໄປ​ຢູ່. ​ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ເຈົ້າ​ໄດ້​ມີເຮືອນ​ສ້າງໃໝ່ໆ​ໃຫ້​ຢູ່
​ແລະ​ຄ່າ​ຊົດ​ເຊີຍ​ອື່ນໆອີກ ​ແຕ່​ຫລາຍໆ​ຄົນ​ກໍ​ບໍ່ພໍ​ໃຈ​ ທີ່​ຈະ​ຍົກ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ.

ຊາວ​ນາ ອູ​ ຈັງ ຄໍາ ຍອມຮັບ​ວ່າ ​ເຮືອນ​ຫລັງໃໝ່ຂອງ​ລາວ​ດີກ​ວ່າ​ເຮືອນໄມ້ໄຜ່ຫລັງເກົ່າ ​ຕັ້ງ​ຫລາຍ​ເທົ່າ ​ແຕ່​ມີ​ທີ່​ດິນ​ປູກຝັງ​ໜ້ອຍ​ໂພ​ດ.

"ເຮົາ​ບໍ່​ມີ​ດິນ​ວ່າງ​ພໍ​ທີ່​ຈະ​ເຮັດ​ໄຮ່​ເຮັດນາ​ລ້ຽງ​ຊີບ​ເລີຍ. ເພື່ອ​ຈະ​ຫາ​ເງິນ​ລ້ຽງ​ຊີບ ພວກ​ເຮົາແມ່ນ​ໄດ້ອາ​ໃສ​ໄຮ່​ນາຮົ້ວ​ສວນແລະ​ປ່າ​ໄມ້​ຢ່າງສິ້ນ​ເຊີງ. ​ບັດ​ນີ້ ​ເຮົາ​ມີເຮືອນຢູ່ ​ແຕ່ກໍ​ບໍ່​ມີ​ຫຍັງ​ອີກ​ນອກ​ນັ້ນ​ແລ້ວ."

ໃນ​ຕອນ​ນີ້ ພວກ​ຊາວ​ບ້ານ​ທ້ອງ​ຖິ່ນກໍ​ຍັງ​ສາມາດ​ຫາ​ເງິນ​ມາ​ລ້ຽງ​ຊີບ​ພໍ​ໄດ້​ມື້​ລະ​ບໍ່​ເທົ່າໃດໂດ​ລາ​ ດ້ວຍ​ການ​ອອກ​ໄປ​ຮ່ອນ​ຄໍາ​ຕາມ​ແຄມ​ນໍ້າ. ພວກ​ເຂົາ​ເຈົ້າພະຍາຍາມ​ຕັ້ງໜ້າ​ຫາ​ຄໍາ ​ໃຫ້​ໄດ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່ຈະຫາ​ໄດ້ ເພື່ອ​ວ່າ ​ການ​ກໍ່ສ້າງ​ເຂຶ່ອນຈະດໍາ​ເນີນ​ຄືນ​ອີກ ​ແລະ​ເຂດ Myitsone ຊຶ່ງ​ຄັ້ງນຶ່ງ​ພວກ​ເຂົາ​ເຈົ້າ​ໄດ້​ຮູ້​ໄດ້​ຢູ່​ອາ​ໃສ ຈະ​ຈົມ​ຢູ່​ກົ້ນ​ໜອງ​ນໍ້າ​.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG